ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂາຍສໍາປະທານ ຕໍ່ໃຫ້ຄົນອື້ນເພື່ອຫາຜົລກໍາໄຣ
Anonymous

Date:
ຂາຍສໍາປະທານ ຕໍ່ໃຫ້ຄົນອື້ນເພື່ອຫາຜົລກໍາໄຣ
Permalink   
 


ຂາຍສໍາປະທານ ຕໍ່ໃຫ້ຄົນອື້ນເພື່ອຫາຜົລກໍາໄຣ

ນັກລົງທຶນ ທີ່ໄດ້ຮັບ ສັມປະທານ ຂຸດຄົ້ນບໍ່ແຮ່ ຢູ່ລາວ ບໍ່ມີການ ຂຸດຄົ້ນ ຢ່າງແທ້ຈິງ ແຕ່ໄປຂາຍ ສັມປະທານ ໃຫ້ນັກລົງທຶນ ອື່ນ ເພື່ອຫາ ຜົນກຳໄຣ.

ໃນຣະຍະ ສອງສາມປີ ທີ່ຜ່ານມາ ຣັຖບານລາວ ໄດ້ໃຫ້ ສັມປະທານ ການຂຸດຄົ້ນ ບໍ່ແຮ່ ໃຫ້ນັກລົງທຶນ ຕ່າງປະເທດ ຫລາຍໂຄງການ ແຕ່ເມື່ອໄດ້ ສັມປະທານ ແລ້ວ ນັກລົງທຶນ ບາງຄົນ ບໍ່ເລິ້ມລົງມື ຂຸດຄົ້ນ ຈັກເທື່ອ ແຕ່ແກ່ຍາວ ເວລາອອກໄປ ເລື້ອຍໆ. ດັ່ງເຈົ້າໜ້າທີ່ ຫ້ອງການ ບໍ່ແຮ່ ແຂວງວຽງຈັນ ເວົ້າວ່າ:

“ມັນກໍເສັຍ ເວລາ ກ່ອນເຂົາ ຈະຂາຍໄດ້ ມັນກໍຕ້ອງໃຊ້ ເວລາແກ່ຍາວ ແທນທີ່ວ່າ ຂໍອະນຸຍາດ ຊອກຄົ້ນສຳຣວດ ພາຍໃນ ຊ່ວງສອງປີ ແຕ່ຊ່ວງສອງປີ ເຂົາກໍບໍ່ໄດ້ ເຮັດຫຍັງ ແລະ ກໍມັນກາຍ ເປັນ 3 ປີ 4 ປີ ຂໍຕໍ່ອະນຸຍາດ ໄປເລື່ອຍໆ”.

ເຈົ້າໜ້າທີ່ ບໍ່ແຮ່ທ່ານນີ້ ເວົ້າອີກວ່າ ນັກລົງທຶນ ທີ່ໄດ້ສັມປະທານ ເຫລົ່ານີ້ ເລື່ອນເວລາ ການຂຸດຄົ້ນ ອອກໄປເລື້ອຍໆ ນັກລົງທຶນ ບາງຄົນ ອາດຍັງບໍ່ທັນ ມີເງິນເພື່ອລົງມື ຂຸດຄົ້ນ ບາງຄົນ ຮັກສາໄວ້ ເພື່ອຂາຍຕໍ່ໃຫ້ ແກ່ນັກລົນອື່ນ. ການທີ່ນັກລົງທຶນ ບໍ່ເຮັດຫຍັງ ເປັນເວລາດົນນານ ນັ້ນເຮັດໃຫ້ ຣັຖບານ ຂາດຣາຍໄດ້ ຣາຍຮັບ. ດັ່ງເຈົ້າໜ້າທີ່ ບໍ່ແຮ່ ທ່ານດຽວກັນ ເວົ້າອີກວ່າ:

“ທີ່ອະນຸຍາດ ໄປຫລາຍແລ້ວ ແຕ່ ປະສິດທິຜົນ ຣາຍໄດ້ກ່ຽວກັບ ເໝືອງແຮ່ນີ່ ມັນກໍຍັງຈຳກັດ ຢູ່ ມັນບໍ່ສົມຄູ່ ກັບເຮົາ ອະນຸຍາດ ຫລາຍເນາະ ຈະບໍ່ແມ່ນ ຖ້າວ່າມັນກ້າວໄປ ເຖິງຂັ້ນຕອນ ຂຸດຄົ້ນ ມັນຈະຄ່ອຍ ມີຣາຍໄດ້ເນາະ”.

ຍ້ອນດັ່ງນັ້ນ ປັດຈຸບັນ ຣັຖບານລາວ ຈຶ່ງສຳຣວດ ກວດກາ ການປະຕິບັດ ຕາມສັນຍາ ຂອງນັກລົງທຶນ ເຄັ່ງຄັດຂື້ນ. ເມື່ອສອງສາມເດືອນ ກ່ອນ ຣັຖບານ ກໍໄດ້ຍົກເລີກ ການສັມປະທານ ຂຸດຄົ້ນບໍ່ແຮ່ ທີ່ໄດ້ໃຫ້ແກ່ ນັກລົງທຶນ ຫລາຍບໍຣິສັດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard