ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວຕ່າງດ້າວຄອບຄອງ ນະຄອນຫຼວງ
Anonymous

Date:
ຊາວຕ່າງດ້າວຄອບຄອງ ນະຄອນຫຼວງ
Permalink   
 


ຊາວຕ່າງດ້າວຄອບຄອງ ນະຄອນຫຼວງ

ຊາວນະຄອນຫຼວງ ວຽງຈັນ ບໍ່ພໍໃຈ ພ້ອມທັງ ເປັນຫ່ວງນໍາ ເຣື້ອງທີ່ເສັຽ ດິນດອນ ໃຫ້ຄົນຕ່າງດ້າວ ທີ່ເຂົ້າມາຊື້ ພື້ນທີ່ ທໍາມາຫາກິນ ຂອງພວກຕົນ.

f-chinease-vientiane

ອາຄານ ຮ້ານຄ້າ ຂອງຊາວ ຕ່າງດ້າວ ໃນນະຄອນຫຼວງ ວຽງຈັນ

ການທີ່ ຣັຖບານລາວ ເປີດກວ້າງ ໃຫ້ນັກ ທຸຣະກິດ ແລະ ຊາວຄ້າຂາຍ ຕ່າງດ້າວ ເຂົ້າມາໃນໂຕເມືອງ ຫລາຍຂື້ນ ໃນຫລາຍປີມານີ້ ໄດ້ເຮັດໃຫ້ ຊາວລາວ ບໍ່ພໍໃຈ ທີ່ສູນເສັຽ ບ່ອນທໍາມາ ຫາກິນ ແລະ ການປະກອບ ອາຊີພຄ້າຂາຍ ກໍຝືດເຄືອງ ຮ້າຍໄປກວ່ານັ້ນ ເກີດມີຄວາມ ຮູ້ສຶກວ່າ ພວກຕົນໄດ້ສູນເສັຽ ຄວາມເປັນ ອະທິປະຕັຍ ຂອງຊາຕໄປ. ດັ່ງຊາວວຽງຈັນ ຜູ້ນື່ງເວົ້າວ່າ:

"ກໍຄືຢາກມີ ບັນຫາຫັ້ນແລ້ວ ຫຍຸ້ງຍາກ ສັງຄົມຫຍຸ້ງຍາກ ສະພາບໂດຍລວມໆມັນ ກໍບໍ່ດີ ຫັ້ນແລ້ວ ໂອ ມັນສ້າງຄວາມ ຫຍຸ້ງຍາກ ໃຫ້ພວກເຮົາ ຫລາຍໃດ ແຕ່ວ່າ ເຂົາເຈົ້າ ມາແບບນີ້ ມາເຮັດ ແນວບໍ່ດີ ພວກເຮົາ ກໍບໍ່ດີໃຈ ຫັ້ນແລ້ວ ບັດນີ້ ສະພາບພວກເຮົາ ມັນບໍ່ດີ ສະພາບພວກເຮົາ ມັນບໍ່ດີແລ້ວ".

ລາວເວົ້າ ຕໍ່ໄປວ່າ ຊາວຕ່າງຊາຕ ເຂົ້າມາຢູ່ຫລາຍໂພດ ຊາວລາວ ຈໍານວນນື່ງ ຈໍາເປັນຕ້ອງ ຍ້າຍອອກ ໄປຢູ່ບ່ອນໃໝ່ ເລີ້ມສ້າງ ຊີວິດໃໝ່ ໝົດທຸກຢ່າງ. ເຖິງແມ່ນວ່າ ເພິ່ນໃຫ້ ຄ່າຊົດເຊີຽ ຄ່າເສັຽຫາຍ ກໍດີ ແຕ່ຈໍານວນ ທີ່ເພິ່ນໃຫ້ນັ້ນ ຈະນໍາໄປເປັນທືນ ໃນການເລີ້ມຕົ້ນ ຊີວິດໃໝ່ ນັ້ນມັນກໍບໍ່ ພຽງພໍດອກ. ລາວວ່າ ບໍ່ມີຜູ້ໃດ ຢາກຍ້າຍອອກຈາກ ຖິ່ນຖານ ທີ່ຕົນເຄີຽຢູ່ມາ ແຕ່ກໍບໍ່ສາມາດ
ຂັດຕໍ່ແນວທາງ ຂອງພັກຣັຖໄດ້. ລາວຍັງເວົ້າຕໍ່ ໄປອີກວ່າ ການຂຍາຍ ນະຄອນຫລວງ ວຽງຈັນ ນີ້ມັນ ເປັນການດີຢູ່ ແຕ່ວ່າ ມັນຍິ່ງຈະສ້າງ ຄວາມຫຍຸ້ງຍາກ ໃຫ້ແກ່ ປະຊາຊົນ ຜູ້ຫາເຊົ້າ ກິນຄໍ່າ ແລະ ຜູ້ບໍ່ມີ ທຶນຮອນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard