ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນງານເຖື່ອນຊາວວຽດນາມ ໃນແຂວງສາຣະວັນ
Anonymous

Date:
ຄົນງານເຖື່ອນຊາວວຽດນາມ ໃນແຂວງສາຣະວັນ
Permalink   
 


ຄົນງານເຖື່ອນຊາວວຽດນາມ ໃນແຂວງສາຣະວັນ

ຊາວວຽດນາມ ເຂົ້າມາ ແຂວງ ສາຣະວັນ ຢ່າງຜິດ ກົດໝາຍ ທັງມາຍາດ ວຽກງານ ຈາກ ຄົນທ້ອງຖິ່ນ.

ປັດຈຸບັນ ມີຄົນວຽດນາມ ເຂົ້າມາເຮັດວຽກ ຕາມໂຄງການ ຕ່າງໆ ໃນແຂວງ ສາຣະວັນ ຄົນວຽດນາມ ສ່ວນໃຫຍ່ ເຂົ້າມາເຮັດວຽກ ແບບຄົນງານເຖື່ອນ ບໍ່ມີໃບ ອະນຸຍາດ ມີພຽງແຕ່ ໜັງສືເດີນທາງ. ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ແຂວງ ສາຣະວັນ ເວົ້າວ່າ:

"ກໍມີຢູ່ ແຕ່ບໍ່ຫລາຍ ຫັ້ນໜ໋າ ເຂົ້າມາແລ້ວ ໂຕຢ່າງວ່າ ເຂົ້າຖືກຕ້ອງຢູ່ ແຕ່ບໍ່ມີວີຊາ ອະນຸຍາດ ອອກແຮງງານ ແຕ່ວ່າເຂົາລັກ ປະກອບອາຊີພ ມັນກໍບໍ່ ຖືກຕ້ອງ".

ທ່ານເວົ້າ ຕໍ່ໄປວ່າ ຄົນວຽດນາມ ທີ່ເຂົ້າມາ ເຮັດວຽກ ໂດຍບໍ່ມີໃບ ອະນຸຍາດ ນັ້ນມາໃນຮູບແບບ ນັກທ່ອງທ່ຽວ ຊຶ່ງແຕ່ລະເທື່ອ ພວກຂະເຈົ້າ ຈະມາເຮັດວຽກ ປະມານ ອາທິດນຶ່ງ ເມື່ອຄົບກໍານົດ ຂອງວີຊາ ແລ້ວ ກໍກັບໄປ ແລ້ວກໍກັບ ເຂົ້າມາອີກ ແລະ ຈະເຮັດແບບນີ້ ໄປເລື້ອຍໆ ແລະເຮັດມາ ແຕ່ດົນແລ້ວ. ການກະທໍາ ຂອງຄົນວຽດນາມ ເປັນການຍາດແຍ່ງ ວຽກການ ຂອງ ຄົນງານລາວ ຊຶ່ງຄົນງານລາວ ພາຍໃນແຂວງ ຈະເສັຍປຽບ ພໍສົມຄວນ. ດັ່ງເຈົ້າໜ້າທີ່ ເວົ້າວ່າ:

"ແຕ່ຄວາມຈິງແລ້ວ ກ໋ະຍາດ ກ໋າແມ່ນ ຫັ້ນແຫລ໋ະ ເຮົາເບິ່ງ ສະພາບຮວມ ແຕ່ວ່າມັນກະ ບໍ່ເຖິງຂັ້ນ ຊິຍາດອາຊີພ ຈົນຄົນລາວ ຫວ່າງງານ ມັນບໍ່ແມ່ນ ປານນັ້ນ".

ເຖິງຢ່າງໃດ ກໍຕາມ ເພື່ອແກ້ໄຂ ບັນຫານີ້ ທາງຜແນກ ແຮງງານແຂວງ ຈະເລີ້ມເຂັ້ມງວດ ລົງໄປກວດກາ ຄົນວຽດນາມ ທີ່ບໍ່ມີໃບ ອະນຸຍາດ ເຮັດວຽກ ເພື່ອໃຫ້ ພວກຂະເຈົ້າ ຮັບຮູ້ຣະບຽບ ການ ເຮັດວຽກ ໃນລາວ ແລະ ຫາກພົບພໍ້ ຈັບໄດ້ໄລ່ທັນ ກໍຈະສັ່ງໃຫ້ ຂໍອະຍຸຍາດ ໃຫ້ຖືກຕ້ອງຕາມ ກົດໝາຍ ຈະບໍ່ຈັບສົ່ງ ອອກຈາກ ປະເທດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard