ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປກສ ຫລວງນ້ຳທາ ຢຶດລົດ ສົ່ງອາວຸດຕ້ອງຫ້າມ
Anonymous

Date:
ປກສ ຫລວງນ້ຳທາ ຢຶດລົດ ສົ່ງອາວຸດຕ້ອງຫ້າມ
Permalink   
 


ປກສ ຫລວງນ້ຳທາ ຢຶດລົດ ສົ່ງອາວຸດຕ້ອງຫ້າມ

  *(ຂປລ): ໃນວັນທີ 22 ພຶດສະພາ 2012, ເຈົ້າໜ້າທີ່ປາບປາມຢາເສບຕິດ ປກສ ແຂວງຫລວງນ້ຳທາ ໄດ້ກວດລົດຕູ້ສະຕາແລກ ໝາຍເລກທະບຽນ ກກ 1233 ຫລວງນ້ຳທາ ຢູ່ເຂດກິວລົມ ເຈົ້າໜ້າທີ່ໄດ້ ສະກັດກັ້ນອັດລົດຈອດ ແຕ່ຄັນດັ່ງກ່າວບໍ່ຈອດ ໃນຂະນະນີ້ເຈົ້າໜ້າທີ່ ປກສ ໄດ້ໃຊ້ກຳລັງສະກັດກັ້ນຫລາຍຈຸດຈຶ່ງພົບ ເຫັນລົດຄັນດັ່ງກ່າວ ຈອດຢູ່ແຄມທາງ ແລະ ຂົນວັດຖຸລະເບີດອອກຈາກລົດຖິ້ມລົງແຄມທາງພໍດີເຈົ້າໜ້າທີ່ໄລ່ທັນ, ເຂົ້າກວດລົດ ແລະ ພົບເຫັນລູກລະເບີດ ປະເພດມິນຢຽບ ຈຳນວນ 6 ລູກ, ແກັບສະນວນລະເບີດ 1 ແກັດ ມີ 1000 ລູກ. ດັ່ງນັ້ນເຈົ້ານ້າທີ່ ຈຶ່ງກັກຕົວຜູ້ຕ້ອງຫາຈຳນວນ 2 ຄົນ ຄື: ທ້າວ ສຸກັນ ອາຍຸ 50 ປີ ແລະ ທ້າວ ສຸພົນ ອາຍຸ 40 ປີ ທັງສອງເປັນປະຊາຊົນຢູ່ບ້ານທົ່ງອົ້ມເມືອງ ແລະ ແຂວງຫລວງນ້ຳທາ ພ້ອມຂອງກາງອາວຸດຕ້ອງຫ້າມ ແລະ ລົດ ໃນຂໍ້ຫາມີອາວຸດ ຕ້ອງຫ້າມໄວ້ໃນຄອບຄອງ.

ຜ່ານການກວດກາ ແລະ ສອບສວນ ທັງສອງໄດ້ຮັບສາລະພາບວ່າ: ລະເບີດປະເພດມິນຢຽບ ຈຳນວນ 4 ລູກແມ່ນຊື້ມາຈາກທ້າວ ນ້ອຍ ຢູ່ບ້ານທົ່ງອົ້ມ ເມືອງ ແລະ ແຂວງຫລວງນ້ຳທາ ແລະ ອີກ 2 ລູກແມ່ນຊື້ຈາກທ້າວ ຄຸດ ທະຫານແຂວງຫລວງນ້ຳທາ. ສ່ວນແກັບສະນວນລະເບີດດັ່ງກ່າວ ແມ່ນຈະນຳໄປຂາຍໃຫ້ຄົນ ມຽນມາຢູ່ຊຽງລາບ. ປະຈຸບັນຜູ້ຕ້ອງຫາທັງສອງຄົນຖືກກັກຂັງຢູ່ຄ້າຍຄຸ້ມຂັງດັດສ້າງແຂວງຫລວງນ້ຳທາເພື່ອດຳເນີນຄະດີຕາມລະບຽບກົດໝາຍ ໃນຂໍ້ຫາມີອາວຸດ ຕ້ອງຫ້າມໄວ້ຄອບຄອງ./.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard