ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພນັກງານຣັດຂໍສິນບົນ ໃຜໆກໍຮູ້
Anonymous

Date:
ພນັກງານຣັດຂໍສິນບົນ ໃຜໆກໍຮູ້
Permalink   
 


ພນັກງານຣັດຂໍສິນບົນ ໃຜໆກໍຮູ້

ການຮຽກຮ້ອງ ຂໍສີນບົນ ຂອງ ເຈົ້າຫນ້າທີ່ ທາງການ ພາກຣັຖ ເປັນເລື້ອງ ທັມມະດາ ໃນລາວ.

ຄົນນະຄອນຫຼວງ ວຽງຈັນ ທ່ານນື່ງ ເວົ້າຕໍ່ ເອເຊັຽເສຣີ ວ່າການໃຫ້ ສິນບົນ ຫລື ການຮ້ອງຂໍ ສິນບົນ ຂອງ ເຈົ້າໜ້າທີ່ ພນັກງານຣັດ ເປັນຕົ້ນການ ຂໍເງີນເພີ້ມ ຈາກ ປະຊາຊົນ ເພື່ອແລກກັບ ການອອກ ໃບ ອະນຸຍາດ ປະເພດຕ່າງໆນັ້ນ ເປັນເລື້ອງ ທັມມະດາ ໃນສປປລາວ ເຖີງແມ່ນວ່າ ປະຊາຊົນ ຈະບໍ່ພໍໃຈ ກໍຕ້ອງໄດ້ ຍອມໃຫ້ ເພື່ອຄວາມສະດວກ. ຊາວວຽງຈັນ ຜູ້ນີ້ເວົ້າວ່າ:

"ຕ້ອງໃຫ້ເງີນ ຂ້ອຍບໍ່ເຂົ້າໃຈ ວ່າ ເປັນຫຍັງຕ້ອງໃຫ້ ທັ້ງໆທີ່ວ່າ ໃນຣັຖທັມມະນູນ ກໍບໍ່ໄດ້ຂຽນ ໃວ້ວ່າ ການປົກຄອງ ຣະດັບລ່າງ ຈະຕ້ອງ ໄດ້ເສັຽເທົ່ານີ້ ແຕ່ວ່າ ຂະເຈົ້າກໍເຄີຍ ໃຫ້ກັນມາ ກໍເລີຍກາຍ ເປັນຕ້ອງໃຫ້ ຖ້າບໍ່ໄດ້ ກໍອືດ ຢູ່ຫັ້ນແລ້ວ".

ຄົນວຽງຈັນ ຜູ້ນີ້ ເວົ້າຕໍ່ວ່າ ການທີ່ຈະໄປເຮັດ ໃບອະນຸຍາດ ແຕ່ລະເທື່ອ ບໍ່ວ່າຈະເປັນ ໃບ ອະນຸຍາດຫຍັງ ຊາວບ້ານ ຕ້ອງໄດ້ຜ່ານ ລາຍເຊັນຈາກ ນາຍບ້ານກ່ອນ ຊື່ງການຂໍ ລາຍເຊັນ ນາຍບ້ານ ແຕ່ລະຄັ້ງນັ້ນ ຕ້ອງຈ່າຍເງີນ ໃຫ້ພິເສດ ບໍ່ດັ່ງນັ້ນ ນາຍບ້ານ ຈະບໍ່ເຊັນໃຫ້ ຫລືໃບ ອະນຸຍາດ ນັ້ນກໍຈະຖືກ ປະຖີ້ມໃວ້ກ່ອນ ໂດຍບໍ່ມີ ກຳນົດເວລາ ບາງຄັ້ງ ກໍບໍ່ເຊັນ ໃຫ້ເລີຍ ຖ້າຢາກໄດ້ໄວ ກໍຕ້ອງ ໄດ້ເພີ້ມເງີນ ພິເສດໃຫ້.

ຊາວບ້ານຜູ້ນັ້ນ ເວົ້າອີກວ່າ ເຖິງແມ່ນວ່າ ປະຊາຊົນ ຈະບໍ່ພໍໃຈ ກໍເຮັດຫຍັງ ບໍ່ໄດ້ ແລະ ເຖີງແມ່ນວ່າ ມີການຮ້ອງຮຽນ ໄປຫາຂັ້ນເທີງ ໃຫ້ແກ້ໄຂ ແຕ່ບັນຫາ ດັ່ງກ່າວ ກໍບໍ່ມີການ ແກ້ໄຂ ແຕ່ຢ່າງໃດ ເພາະ ພນັກງານຣັຖ ເຮັດກັນ ເປັນເຄືອຄ່າຍ ແລະ ເປັນຂະບວນການ ຈື່ງເຮັດໃຫ້ ປະຊາຊົນ ຕຳນິບໍ່ໄດ້ ເພາະຢ້ານ ເປັນອັນຕຣາຍ ຕໍ່ຕົນເອງ ແລະຄອບຄົວ ຕາມພາຍຫລັງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard