ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກຣັຖບໍ່ໃຫ້ ປະຊາຊົນຕິຕຽນ
Anonymous

Date:
ພັກຣັຖບໍ່ໃຫ້ ປະຊາຊົນຕິຕຽນ
Permalink   
 


ພັກຣັຖບໍ່ໃຫ້ ປະຊາຊົນຕິຕຽນ

ປະຊາຊົນ ລາວ ບໍ່ສາມາດ ແຕະຕ້ອງ ນະໂຍບາຍ ການເມືອງ ຂອງ ພັກ ປະຊາຊົນ ປະຕິວັດລາວ ໄດ້.

 

f-laos-army

ການປົກຄອງ ຢູ່ ສປປລາວ ແມ່ນໃຊ້ ຣະບົບພັກດຽວ ຄືພັກ ປະຊາຊົນ ປະຕິວັດລາວ ຜູກຂາດ ອໍານາດ ເຖິງແມ່ນວ່າ ຈະມີຣະບຽບ ກົດໝາຍ ຮັບປະກັນ ໃຫ້ ພົລເມືອງ ມີສິດ ເສຣີພາບ ແລະ ປະຊາທິປະໄຕ ເກືອບວ່າ ຮອບດ້ານ ກໍດີ ແຕ່ໃນພາກ ປະຕິບັດ ຕົວຈິງ ສິ່ງດັ່ງກ່າວ ຍັງຖືກຈໍາກັດ ຮັດແຄບ ຢູ່ຫລາຍ. ພົລເມືອງລາວ ສາມາດເວົ້າໄດ້ ບາງຢ່າງ ໃນ ປາກົດການ ອັນບໍ່ດີ ທີ່ເກີດຂຶ້ນ ໃນສັງຄົມ ແຕ່ບໍ່ໃຫ້ ແຕະຕ້ອງ ແນວທາງ ນະໂຍບາຍ ຂອງພັກ ເຖິງຈະບໍ່ຖືກ ກໍບໍ່ສາມາດ ເວົ້າຫຽັງໄດ້ ຕ້ອງໄດ້ເວົ້າ ແລະ ປະຕິບັດ ຕາມພັກສັ່ງ. ດັ່ງຊາວລາວ ຜູ້ນຶ່ງ ໃຫ້ຄວາມເຫັນວ່າ:

"ບໍ່ໄດ້ແຫລະ ມັນເປັນ ຄອມມິວນິສ ມັນບໍ່ແມ່ນ ເສຣີ ເພາະວ່າຂະເຈົ້າ ແບບວ່າ ຄັນເຮົາເວົ້າຫລາຍ ມັນກໍຜິດ. ລາວນີ້ບໍ່ໄດ້ ຜິດຖືກກໍຕ້ອງ ໄປຟັງຜູ້ດຽວ ຕັດສິນ ແລ້ວກໍແລ້ວ ຄວາມຈິງ ທຸກມື້ນີ້ ຂະເຈົ້າ ກໍເປີດກວ້າງຢູ່ ແຕ່ວ່າບາງຈຸດ ພາຍໃນເລິກໆ ຂະເຈົ້າ ກໍລວມກັນ ເປັນກຸ່ມ ເປັນຄນະ ປຶກສາກັນ ແລ້ວກໍແລ້ວ ບໍ່ມີໃຜ ຕັດສິນໄດ້ ຫລາຍໆຄົນ ກໍເວົ້າບໍ່ໄດ້".

ທ່ານເວົ້າ ຕໍ່ໄປວ່າ ທຸກມື້ນີ້ ທາງ ຣັຖບານ ຈະໃຫ້ ປະຊາຊົນ ສະແດງ ຄວາມເຫັນໄດ້ ພຽງແຕ່ ໃນຣະຫວ່າງ ກອງປະຊຸມ ສະພາ ແຫ່ງຊາດ ເທົ່ານັ້ນ ສ່ວນເວລາອື່ນ ກໍສາມາດ ຂຽນຄໍາຮ້ອງຮຽນ ໄປຍັງໜ່ວຍງານ ທີ່ກ່ຽວຂ້ອງໄດ້ ແຕ່ກໍຍັງ ບໍ່ຮູ້ ໄດ້ຄັກແນ່ວ່າ ຈະມີຜູ້ອ່ານ ແລະ ແກ້ໄຂບັນຫາ ທີ່ ປະຊາຊົນ ຮ້ອງຮຽນ ໄປນັ້ນຫຼືບໍ່ ຕົວຢ່າງ: ເມື່ອເວລາ ປະຊາຊົນ ມີບັນຫາ ກັບເຈົ້າໜ້າທີ່ ທາງການ ແລະ ໄດ້ສົ່ງຄໍາຟ້ອງ ໄປໃຫ້ສານ ເພື່ອ ພິຈາຣະນາ ແຕ່ສ່ວນຫລາຍ ຈະບໍ່ໄດ້ຮັບ ຄວາມເປັນທັມ.

ໃນເວລາ ດຽວກັນ ເຈົ້າໜ້າທີ່ ສູນກາງ ແນວລາວ ສ້າງຊາດ ກໍໄດ້ເວົ້າວ່າ ເມືອງລາວ ກໍມີ ປະຊາທິປະໄຕ ແຕ່ວ່າ ຢູ່ໃນຂອບເຂດ ຈໍາກັດ ດັ່ງນັ້ນ ການເວົ້າ ເຖິງແນວທາງ ການປົກຄອງ ຈະຕ້ອງ ບໍ່ຂັດກັບ ນະໂຍບາຍ ຂອງພັກ:

"ມັນກໍມີຢູ່ ທ້ອງຖິ່ນ ເຂົາກໍເວົ້າຢູ່ ແຕ່ວ່າສໍາຄັນ ຢູ່ບ່ອນວ່າ ເຮື່ອງທິດທາງ ຂອງພັກ ພັກດຽວ ກໍາອໍານາດ ຕົວຢ່າງ ໄປເວົ້າວ່າ ພັກດຽວ ມັນຜເດັດການ ຫລາຍພັກ ມັນຈະດີກວ່າ ອັນນີ້ ມັນກໍຜິດ ຖືວ່າມັນຜິດ ຕໍ່ ນະໂຍບາຍ ຂອງພັກ ໝາຍຄວາມວ່າ ຖ້າເຮົາແຕະຕ້ອງ ອັນນັ້ນ ກໍຖືວ່າເຈົ້າ ແຕະຕ້ອງ ເຣື່ອງພັກ ບາດນີ້ເຂົາ ເປັນຜູ້ກໍາ ອໍານາດ ເຂົາກໍບໍ່ມັກ".

ທ່ານວ່າ ຫາກມີຜູ້ ແຕະຕ້ອງ ການເມືອງ ເກີນຂອບເຂດ ທາງພັກ ກໍຈະກ່າວຫາ ແລະ ສົ່ງຄະດີ ໄປສານ ເພື່ອຕັດສິນ ຫາກເຫັນ ບໍ່ຮ້າຍແຮງ ກໍຈະຖືກສົ່ງ ໄປອົບຮົມ ແຕ່ຖ້າ ຮ້າຍແຮງ ທາງພັກ ກໍຈະລົງໂທດ ໂດຍອີງໃສ່ ກົດໝາຍ ສປປ ລາວ.



__________________
Anonymous

Date:
Permalink   
 

ພັກລັຖບໍ່ໃຫ້ປະຊາຊົນຕິຕຽນກໍຍ້ອນວ່າເພິ່ນເປັນຜູ້ສະຫລາດສ່ອງໃສແລ້ວ,ແຕ່ວ່າສະຫລາດສອ່ງ

ໃສໃນການຂີ້ໂມ້ຂີ້ຕົວະຕົນເອງ,ໃນການຂໍທານ,ເຮັດຫຍັງແມ່ນຖືກຫມົດແບບເສັຽຫຍ້າຖົມຂີ້ຫມາ.

ຜູ້ນໍາປະເທດຮຽນບໍ່ຈົບປະຖົມ,ພັກຈະສະຫລາດສ່ອງໃສໄດ້ແນວໃດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard