ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການປອ່ນບັດ ຂອງ ປະຊາຊົນລາວ ບໍ່ມີ ຄວາມໝາຍໃດໆ ໃນກາຣເລືອກຕັ້ງ ແຕ່ລະຄັ້ງ
Anonymous

Date:
ການປອ່ນບັດ ຂອງ ປະຊາຊົນລາວ ບໍ່ມີ ຄວາມໝາຍໃດໆ ໃນກາຣເລືອກຕັ້ງ ແຕ່ລະຄັ້ງ
Permalink   
 
f-laos-election-2011

ກາຣເລືອກຕັ້ງ ແຕ່ລະເທື່ອຢູ່ ສປປລາວ ໃນຣະຍະ ຜ່ານມາ ເຖີງແມ່ນ ຈະມີ ປະຊາຊົນ ຢ່າງຫຼວງຫຼາຍ ພາກັນໄປ ໃຊ້ສິທທິ ປ່ອນບັຕ ກໍຕາມ ແຕ່ການອອກສຽງ ຂອງ ປະຊາຊົນ ກໍບໍ່ມີ ປະໂຍຊນ໌ ຫຍັງເລີຍ ຍ້ອນວ່າ ກ່ອນກາຣເລືອກຕັ້ງ ໄດ້ມີກາຣ ວາງຕົວໄວ້ ແລ້ວວ່າ ຜູ້ສະມັກ ຄົນໃດ ຈະຊນະ ກາຣເລືອກຕັ້ງ ໃນເຂຕແຂວງໃດ. ດັ່ງຊາວ ນະຄອນຫລວງ ວຽງຈັນ ທ່ານໜຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີວ່າ:

"ກາຣປົກຄອງ ຣະດັບ ແຕ່ຊັ້ນຮາກຫຍ້າ (ພື້ນຖານ) ຂຶ້ນໄປ ມັນສິບໍ່ນັ້ນ ໄດ໋ ຢູ່ພີ້ຄິດວ່າ ຄັນຖ້າທາງເມືອງ ເປັນຄົນເບີ່ງ ມາແລ້ວນີ້ ເຈົ້າໄປຄັດເລືອກ ກໍຄັດຊື່ໆ ໄປເລືອກ ກະເລືອກ ເອົາບໍ່ໄດ້ ຜູ້ທີ່ ເຮົາເລືອກ ກະບໍ່ໄດ້ ຢູ່ຄືເກົ່າ ເຂົາມີຄຳສັ່ງ ລົງມາຈາກ (ຂັ້ນເທິງ) ພູ້ນແລ້ວ ວ່າຕ້ອງເອົາ ທ້າວນີ້ ຜູ້ນີ້ເດີ໋".

ພ້ອມດຽວກັນນີ້ ທ່ານ ກໍໃຫ້ ຂໍ້ສັງເກດ ວ່າຫລັງຈາກ ກາຣເລືອກຕັ້ງ ແຕ່ລະເທື່ອ ໃນຊ່ວງ ຂອງກາຣ ນັບຄະແນນສຽງ ນັ້ນ ກໍຈະບໍ່ມີ ກາຣນັບ ຄະແນນສຽງ ຢູ່ຕໍ່ໜ້າ ປະຊາຊົນ ແບບໂປ່ງໃສ ແຕ່ຢ່າງໃດ:

"ຂະເຈົ້າເຮັດເອົາ ແລ້ວໄປນັບ ກັນເອງ (ໃຜ) ສິໄປຮູ້ນໍາ ສິນັບ ຫລືບໍ່ນັບ ບາງເທື່ອ ເຮົາປ່ອນບັຕ ໄປຊື່ໆ ບໍ່ໄດ້ນັບກໍມີ ແຕ່ງຕັ້ງມາຜູ້ນີ້ ໄດ້ແລ້ວ ກໍແລ້ວ".

ຊາວລາວ ໄດ້ເວົ້າເນັ້ນວ່າ ເຖີງ ປະຊາຊົນ ໃນສັງຄົມ ຫລາຍໆຄົນ ຈະຮູ້ວ່າ ກາຣທີ່ ພວກເຂົາເຈົ້າອອກມາໃຊ້ ສິທທິ ເລືອກຕັ້ງນັ້ນ ສຽງຂອງເຂົາເຈົ້າ ກໍບໍ່ມີປະໂຍຊນ໌ ຫຍັງເລີຽ ແຕ່ກໍບໍ່ມີ ຜູ້ໃດກ້າ ເວົ້າ ຫລືຮ້ອງຮຽນ ຕໍ່ໜ່ວຍງານໃດ ໜ່ວຍງານໜື່ງໄດ້ ນອກຈາກ ທີ່ວ່າ ພາກັນ ຫລັບຫູ ຫລັບຕາ ຍອມຮັບມາ ໂດຽຕລອດມາ ເທົ່ານັ້ນ.

__________________
Anonymous

Date:
RE: ການປອ່ນບັດ ຂອງ ປະຊາຊົນລາວ ບໍ່ມີ ຄວາມໝາຍໃດໆ ໃນກາຣເລືອກຕັ້ງ ແຕ່ລະຄັ້ງ
Permalink   
 
Anonymous wrote:

 ແລ້ວຈະເຮັດແນວໄດ? ຄັນບໍ່ສະເໜີແກ້ກົດໝາຍການເລືອກຕັ້ງໃໝ່ ແລ້ວໃຜຈະກ້າສະເໜີລະ. ຫຼາຍຄົນເວົ້າເບິ່ງດູ ເປັນແນວນີ້ກໍ່ເຫັນວ່າມັນລ້າສະໄໝແລ້ວນ່າ...

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard