ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານລາວເກັ່ງໃນການຂໍທານ ຄວາມຊ່ວຍເຫຼືອຈາກສາກົນ
Anonymous

Date:
ລັດຖະບານລາວເກັ່ງໃນການຂໍທານ ຄວາມຊ່ວຍເຫຼືອຈາກສາກົນ
Permalink   
 


ລັດຖະບານລາວເກັ່ງໃນການຂໍທານ ຄວາມຊ່ວຍເຫຼືອຈາກສາກົນ

ຖ້າບັນດາທ່ານຫາກໄດ້ຕິດຕາມຂ່າວຄາວຈາກທາງໜ້າໜັງສືພິມ, ວິທະຍຸ ຫຼືໂທລະພາບ ຈະພົບວ່າປະເທດລາວຂອງພວກເຮົາໄດ້ຮັບການຊ່ວຍເຫຼືອຈາກສັງຄົມໂລກຢ່າງຫຼວງຫຼາຍ ແລະຫຼາຍກວ່າໝູ່ກໍແມ່ນໄດ້ຮັບຄວາມຊ່ວຍເຫຼືອຈາກ ຍີ່ປຸ່ນ, ຫວຽດນາມ, ຈີນ, ໄທ, ເກົາຫຼີ ແລະອື່ນໆ ນັ້ນແມ່ນຄວາມສາມາດອັນສະຫຼາດຫຼັກແຫຼມຂອງຜູ້ນຳເຮົາທີ່ມີວິທີການຂົນຂວາຍຂໍຄວາມຊ່ວຍເຫຼືອຈາກສາກົນ ດັ່ງນັ້ນ ຈຶ່ງເຫັນວ່າຈະເປັນວຽກໜັກການໜາອີ່ຫຍັງກໍສາມາດຜ່ານຜ່າໄປໄດ້ໂດຍດີຍ້ອນ ນະໂຍບາຍການຕ່າງປະເທດຂອງລາວຊອດຄ່ອງ ຕ່າງປະເທດກໍເຫັນອົກເຫັນໃຈແລະຢາກຊ່ວຍເຫຼືອ.

ໃນຂະນະດຽວກັນນັ້ນກໍຄົງຫຼີກບໍ່ມົ້ມຂໍ້ຂາດຕົກບົກພ່ອງກໍມີເຊັ່ນດຽວກັນ ເປັນຕົ້ນແມ່ນລັດຖະບານລາວບໍ່ສາມາດທີ່ຈະແກ້ໄຂບັນຫາການສໍ້ລາດບັງຫຼວງລົງໄດ້, ບໍ່ສາມາດແກ້ໄຂຄວາມຫຼຸດໂຕນກັນທາງດ້ານຄົນຮັ່ງກັບຄົນທຸກ, ລັດຖະບານຍັງບໍ່ທັນຍອມຮັບຟັງຄຳຄິດເຫັນຂອງປະຊາຊົນໄປພິຈາລະນາຈັກເທື່ອ, ປະຊາຊົນເອງກໍຍັງຢ້ານຝ່າຍລັດຖະບານໂພດ, ລະຫວ່າງປະຊາຊົນກັບລັດຍັງມີຄວາມຫ່າງເຫີນກັນຫຼາຍ ຈົນປະຊາຊົນສ່ວນຫຼາຍບໍ່ຮູ້ວ່ານາຍົກລັດຖະມົນຕີຊື່ຫຍັງ, ປະທານປະເທດຊື່ຫຍັງກໍບໍ່ຮູ້...

ດັ່ງນັ້ນ, ໃນໂອກາດນີ້ກໍຈຶ່ງຂໍຮຽກຮ້ອງໃຫ້ລັດຖະບານຫັນໜ້າເຂົ້າຫາປະຊາຊົນຕື່ມ ເຮັດແນວໃດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ແນວທາງຂຶ້ນຕື່ມ, ແກ້ໄຂບັນຫາຈົ່ມວ່າຂອງປະຊາຊົນແລະລັດຖະກອນໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເຮັດໄດ້...



__________________
Anonymous

Date:
RE: ລັດຖະບານລາວເກັ່ງໃນການຂໍທານ ຄວາມຊ່ວຍເຫຼືອຈາກສາກົນ
Permalink   
 


ຂໍທານໄດ້ກະຂໍໄປ ແຕ່ຢ່າໄປຕົວະປະຊາຊົນ ວ່າພັກລັດເປັນຜູ້ສ້າງສາພັດ

ຖະນາ ຟັງແລ້ວມັນໝ້າອັບອາຍ ທີ່ປະເທດເຂົາຊ່າຍເຫລືອ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard