ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກອງປະຊຸມ ເອເຊັຽ ຢູໂຣບ
Anonymous

Date:
ກອງປະຊຸມ ເອເຊັຽ ຢູໂຣບ
Permalink   
 


ກອງປະຊຸມ ເອເຊັຽ ຢູໂຣບ

ສປປ ລາວ ຈະເປັນ ເຈົ້າພາບ ກອງປະຊຸມ ວ່າດ້ວຍ ການສົ່ງເສີມ ຄວາມຮ່ວມມື ແລະ ການລຸດຜອ່ນ ຄວາມແຕກໂຕນ ຣະຫວ່າງ ເອເຊັຽ ຢູໂຣບ ໃນອະນາຄົດ ອັນໃກ້ໆນີ້.

ສື່ມວນຊົນ ພາກຣັຖ ສປປ ລາວ ລາຍງານ ໃນວັນອັງຄານ ນີ້ວ່າ ກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ຈະຈັດຂື້ນ ທີ່ ນະຄອນຫລວງ ວຽງຈັນ ຣະຫວ່າງວັນທີ 16-19 ຕຸລາ ຊື່ງເປັນ ພາກສ່ວນ ຂອງກອງປະຊຸມ ASEM.

ສຳລັບ ກອງປະຊຸມ ASEM ທີ່ຈະຈັດຂື້ນ ເປັນຄັ້ງທຳອິດ ໃນລາວ ຄາດວ່າ ຈະມີ ຕົວແທນຈາກ 48 ປະເທດເຂົ້າຮ່ວມ ກອງປະຊຸມ ຄັ້ງນີ້ ຈະຈັດຂື້ນທີ່ ນະຄອນຫລວງ ວຽງຈັນ ຣະຫວ່າງ ວັນທີ 5-6 ພືສຈິກາ. ກ່ອນກອງປະຊຸມ ອາຊຽມ ຈະມີ ກອງປະຊຸມ ເວທີປະຊາຊົນ ຈາກຫລາກຫລາຍ ເຜົ່າພັນ ມາໂອ້ລົມ ກັນກ່ຽວ ກັບບັນຫາ ອັນສຳຄັນ ທີ່ເອເຊັຽ-ຢູໂຣບ ແລະ ໂລກ ກຳລັງປະເຊີນ ຢູ່ໃນເວລານີ້.

ຄຳຂວັນ ໃນກອງປະຊຸມ ເວທີປະຊາຊົນ ໃນເທື່ອນີ້ ກໍແມ່ນວ່າ “ຄວາມ ສາມະຄີ ປອງດອງ ຂອງ ປະຊາຊົນ ຕ້ານ ຄວາມທຸກຈົນ ໃນໂຄງການ ພັທນາ ທີ່ຢັ້ງຢືນ ແລະ ການທ້າທາຍ ຕໍ່ຄວາມບໍ່ ຍຸທຕິທັມ ແລະ ຄວາມບໍ່ ສເມີພາບ ຣະຫວ່າງ ປະຊາຊົນ ກັບ ປະຊາຊົນ ໃນໂຄງການ ພັທນາ”.

ໃນສີ່ຫົວຂໍ້ ໃຫຍ່ໆ ທີ່ຈະໄດ້ ໂອ້ລົມກັນ ໃນທີ່ປະຊຸມ ເວທີປະຊາຊົນ ກໍມີ ການປົກປ້ອງ ສັງຄົມທົ່ວໄປ ການເຂົ້າເຖີງ ການບໍຣິການ ທີ່ຈຳເປັນ ໃນຊີວີດ ຄວາມປອດພັຍ ທາງອາຫານ ການບໍຣິຫານ ຈັດການ ຊັພຍາກອນ ທັມມະຊາດ ທີ່ຢັ້ງຢືນ ເຊັ່ນດີນ ພລັງງານ ແລະ ການພັທນາການ ເປັນທີ່ດີ ແລະ ຢັ້ງຢືນ ຂອງປະຊາຊົນ.

ກອງປະຊຸມ ເວທີປະຊາຊົນ ຈະປະກອບດ້ວຍ ນັກວິຊາການ ຈາກຫລາຍພາກສ່ວນ ເຂົ້າຮ່ວມ ຈະມີການ ສຳມະນາ ໂຕ້ວາທີ ແລະ ອອກຄວາມຄິດ ຄວາມເຫັນ ຊ່ອຍກັນ ໃນການແກ້ໄຂ ບັນຫາ ທີ່ສຳຄັນ ທີ່ໂລກກຳລັງ ປະເຊີນຢູ່ ໃນປັດຈຸບັນ.



__________________
Anonymous

Date:
Permalink   
 

ກຽດໃຫຍ່ທຸກແຕ່ບໍ່ຍອມຈົນ,ເລີກກອງປະຊຸມແລ້ວພາກັນອຶດຫິວ,ແລ້ວ

ເລາະຂໍທານອີກ,ຂາຍແຜ່ນດິນອີກ



__________________
Anonymous

Date:
Permalink   
 

Anonymous wrote:

ກຽດໃຫຍ່ທຸກແຕ່ບໍ່ຍອມຈົນ,ເລີກກອງປະຊຸມແລ້ວພາກັນອຶດຫິວ,ແລ້ວ

ເລາະຂໍທານອີກ,ຂາຍແຜ່ນດິນອີກ


 ພັກລັດໃຊ້ ງົບປະມານເປືອງໃນການປະຊຸມ ບໍ່ຕ່າງຫຍັງ

ກັບ ສະໝາມກິລາແຫ່ງຊາດ ເອົາເງີນນັ້ນໄປຊວ່ຍປະຊາຊົນຜູ້ທຸກຍາກດີກວ່າ



__________________
Anonymous

Date:
Permalink   
 

ຈຸດປະສົງຂອງການຮັບເປັນເຈົ້າພາບຈັດກອງປະຊຸມ ASEM9 ຂຶ້ນ ຄົງບໍ່ຕ່າງຫຍັງກັບຕຸດປະສົງໃນການຈັດງານມະຫາກັມ SEA Game. ຫວັງຢາກໄດ້ແຕ່ຄໍາຍ້ອງຍໍສັນຣະເສີນ ແຕ່ບໍ່ຄໍານຶງເຖິງຜົນເສັຽຫາຍທີ່ຈະຕາມມາ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard