ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການເຂື່ອນນ້ຳງື່ມ 2 ບ້ຽວສັນຍາຊາວບ້ານ
Anonymous

Date:
ໂຄງການເຂື່ອນນ້ຳງື່ມ 2 ບ້ຽວສັນຍາຊາວບ້ານ
Permalink   
 


ໂຄງການເຂື່ອນນ້ຳງື່ມ 2 ບ້ຽວສັນຍາຊາວບ້ານ

f-nam-ngeum2

ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ຈາກໂຄງການ ສ້າງເຂື່ອນ ໄຟຟ້າ ນ້ຳງື່ມ 2 ທ່ານນື່ງ ກ່າວວ່າ ໂຄງການ ກໍ່ສ້າງເຂື່ອນ ນ້ຳງື່ມ 2 ບໍ່ປະຕິບັດ ຕາມສັນຍາ ທີ່ຕົນໄດ້ໃຫ້ ກັບຊາວບ້ານ ກ່ອນໂຍກຍ້າຍ ແລະ ກ່ອນການສ້າງເຂື່ອນ ຊື່ງໃນ ປັດຈຸບັນນີ້ ເຮັດໃຫ້ ຊາວບ້ານ ໄດ້ຮັບຄວາມ ເດືອດຮ້ອນ. ດ່ັງທ່ານກ່າວ ໃນຕອນນື່ງວ່າ:

"ການທີ່ ຂະເຈົ້າໄດ້ ໃຫ້ຄຳຫມັ້ນ ສັນຍາ ກໍບໍ່ນັບຖື ຄຳຫມັ້ນ ສັນຍາ ທີ່ນີ້ບ້ານ ຈັດສັນ ໂຍກຍ້າຍ ມາຈາກເຂື່ອນ ນ້ຳງື່ມ 2 ມາຢູ່ເມືອງເຟືອງ ຄືວ່າ ອຳນາດ ການປົກຄອງ ສັນຍາວ່າ ຄອບຄົວນື່ງ 1 ເຮັກຕາ ບັດສຸດທ້າຍ ຂະເຈົ້າ ກໍໄດ້ດິນ ປະມານ ເຄີ່ງເຮັກຕາ".

ຊາວລາວຄົນ ດ່ັງກ່າວ ເວົ້່າຕໍ່ໄປວ່າ ໂຄງການ ບ້ານຈັດສັນ ແຫ່ງນີ້ ຕັ້ງຢູ່ເຂດ ເມືອງເຟືອງ ແຂວງວຽງຈັນ ໃຫ້ແກ່ກຸ່ມ ທີ່ຖືກໂຍກຍ້າຍ ມາຈາກ ໂຄງການສ້າງ ເຂຶ່ອນນ້ຳງື່ມ 2 ຈຳນວນ 2 ພັນ ຄອບຄົວ ແລະ ຕາມສັນຍາ ຈາກໂຄງການ ເຂົາເຈົ້າຈະໄດ້ ບ້ານຈັດສັນ ຮວມທັງ ທີ່ດິນທຳກິນ ຄອບຄົວລະ 1 ເຮັກຕາ ຢ່າງນ້ອຍ ຕ້ອງເປັນພື້ນທີ່ນາ ເຄີ່ງນື່ງ ແຕ່ໃນສະພາບ ໂຕຈີງແລ້ວ ໂຄງການ ໄດ້ຈັດສັນ ທີ່ດີນໃຫ້ ພຽງແຕ່ ຄອບຄົວລະ ເຄີ່ງ ເຮັກຕາ ເທົ່ານັ້ນ ແລະ ພື້ນທີ່ສ່ວນໃຫຍ່ ກໍບໍ່ສາມາດ ປູກຝັງໄດ້ ເພາະເປັນພື້ນທີ່ ພູດອຍ ເຮັດໃຫ້ ພວກຂະເຈົ້າ ໄດ້ຮັບຄວາມ ເດືອດຮ້ອນ ຢ່າງໃຫຍ່ ຈາກ ການໂຍກຍ້າຍ ແລະ ເຣື່ອງທຳມາ ຫາກີນ.

ຄົນລາວຜູ້ນັ້ນ ເວົ້າຕໍ່ອີກວ່າ ຊາວບ້ານ ບາງຄົນ ທີ່ຖືກໂຍກຍ້າຍ ກໍໄດ້ຍ້າຍຫນີ ອອກຈາກບ້ານ ຈັດສັນ ເພາະບໍ່ສາມາດ ທຳມາຫາກີນ ລ້ຽງຄອບຄົວໄດ້ ບາງຄົນ ກໍກັບໄປ ຢູ່ໃກ້ ບ່ອນເກົ່າ ບ່ອນທີ່ບໍ່ຖືກ ນ້ຳຖ້ວມ ແລະ ທັງຫມົດ ຕ້ອງການຢາກໃຫ້ ຣັຖບານ ເຂົ້າໄປ ຊ່ອຍເຫລືອ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard