ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຄໍາໄຊຍະບູຣີ ຕ່າງຊາຕຈອງແລ້ວ
Anonymous

Date:
ບໍ່ຄໍາໄຊຍະບູຣີ ຕ່າງຊາຕຈອງແລ້ວ
Permalink   
 


ບໍ່ຄໍາໄຊຍະບູຣີ ຕ່າງຊາຕຈອງແລ້ວ

f-gold-panning

ໄຊຍະບູຣີ ເປັນແຂວງໜຶ່ງ ທີ່ມີຄວາມ ອຸດົມສົມບຸນ ທາງດ້ານ ຊັພຍາກອນ ທັມຊາຕ ຊຶ່ງກໍຮວມທັງ ປ່າໄມ້ໃຫຍ່ ດົງເລິກ ແລະ ແຮ່ທາຕຕ່າງໆ ໂດຽສະເພາະ ທາຕຄໍາ ແຕ່ ປັຈຈຸບັນ ນີ້ມີ ບໍຣິສັທ ຂອງນັກລົງທຶນ ຕ່າງຊາຕ ເຂົ້າມາຈັບຈອງ ໝົດແລ້ວ ພຽງແຕ່ ຍັງບໍ່ທັນມີ ກາຣລົງມື ຂຸດຄົ້ນເທື່ອ ເພາະຍັງຢູ່ໃນ ຂັ້ນຕອນ ກາຣສຳຣວຈ ແລະ ປະກອບ ເອກສາຣ ຫລື ລໍຖ້າກາຣ ອະນຸມັຕ ຈາກ ທາງຣັຖບາລ ເທົ່ານັ້ນ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ກົມພລັງງານ ແລະ ບໍ່ແຮ່ ປະຈຳ ແຂວງ ໄດ້ກ່າວວ່າ:

"ເຂຕທີ່ມີ ຊາຍແຮ່ (ແຮ່ຄໍາ) ມັນມີ ບໍຣິສັທ ເຂົ້າໄປຈັບຈອງ ໝົດແລ້ວ ຕອນນີ້ ນີ້ຫັ້ນນ໋າ ເພື່ອຂໍຂຸດຄົ້ນ ຈາກຣັຖບາລ ຂໍຊອກຄົ້ນ ຈາກຣັຖບາລ ຕ້ອງຊອກຄົ້ນ ສຳຣວຈ ກ່ອນ".

ສໍາຫລັບ ພື້ນທີ່ຕ່າງໆ ທີ່ມີກາຣ ຈັບຈອງ ໄວ້ແລ້ວນັ້ນ ກໍຮວມທັງເຂຕ ບ້ານສີເມືອງ ເໜືອ ແລະ ສີເມືອງໃຕ້ ໂດຽນັກລົງທຶນ ຈາກວຽຕນາມ ແລະ ອອສເຕຣເລັຽ ແລະ ນອກນັ້ນ ກໍມີ ບໍຣິສັທ ຈາກຢູນນານ ຂອງຈີນ ຫລາຍໆ ບໍຣິສັທ ກໍາລັງ ຂໍສຳຣວຈ ແຕ່ກໍຍັງ ບໍ່ທັນໄດ້ຮັບ ອະນຸຍາຕ ຢ່າງເປັນທາງເທື່ອ. ໃນຂນະດຽວກັນ ນີ້ ປະຊາຊົນ ຊາວລາວ ທ້ອງຖີ່ນ ກໍຍັງພາກັນໄປ ຂຸດຕາມ ພື້ນທີ່ຕ່າງໆ ເພື່ອເອົາແຮ່ຄໍາ ໄປຂາຍ ເລັກໆນ້ອຍໆ ພໍມີຣາຍໄດ້ ເພີ່ມຫລັງຈາກ ຣະດູກາຣ ເກັບກ່ຽວ:

"ປະຊາຊົນ ແບບເຂົາ ບໍ່ມີວຽກ ເຂົາເຮັດໄຮ່ ເຮັດນາແລ້ວ ເຂົາບໍ່ມີວຽກ ເຂົາຈຶ່ງໄປ ເຮັດວຽກເສີມ ຕົວນີ້".

ກາຣທີ່ ປະຊາຊົນ ພາກັນຫາ ຂຸດເອົາແຮ່ທາຕ ໄປຂາຍ ເປັນບາງຄັ້ງ ໃນຣະຍະ ຜ່ານມາ ກໍສາມາຕ ປະຕິບັຕໄດ້ ເກືອບເປັນປະຈຳ ນອກຈາກຍາມ ຣະດູຝົນ ທີ່ມີຣະດັບ ນໍ້າສູງຂຶ້ນ ເທົ່ານັ້ນ ແຕ່ກໍບໍ່ແນ່ວ່າ ຈະພາກັນ ດຳເນີນຕໍ່ໄປ ໄດ້ຫລືບໍ ຫລັງຈາກທີ່ ອຳນາຈ ກາຣປົກຄອງ ໃຫ້ສັມປະທານ ພື້ນທີ່ ແກ່ບັດນາ ນັງລົງທຶນ ຕ່າງຊາຕ ດັ່ງກ່າວນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard