ຢູ່ເຂດຍອດແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ
ຢາງ ກັບປະເທດ
ໂຄງການປູກຢາງພາລາຢູ່ເຂດຍອດແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ, ຂອງບໍລິສັດອັບປໍໂລທາຍສ໌ອາດຢຸດສະງັກ, ຫລັງຈາກທີ່ ມີປະຊາຊົນ ແລະ ເອກະຊົນຈຳນວນຫນຶ່ງ ໄດ້ເຂົ້າໄປຈັບຈອງແລະ ຊື້-ຂາຍທີ່ດິນແບບບໍ່ຖືກຕ້ອງໃນບໍລິເວນດັ່ງກ່າວ, ຂະນະທີ່ບໍລິສັດຜູ້ສຳປະທານ ຂູ່ ອາດພາຍກະເປົາກັບບ້ານຫາກບໍ່ສາມາດບຸກເບີກເນື້ອທີ່ປູກຢາງໄດ້ 2.500 ເຮັກຕາໃນເບື້ອງຕົ້ນ.
ຫລັງຈາທີ່ມີເລື່ອງຂັດແຍ່ງກ່ຽວກັບການສຳປະທານທີ່ດິນບໍລິເວນເຂດບ້ານຍອດແຈ້ງ, ຈົນຜູ້ລົງທຶນບໍ່ພໍໃຈຕໍ່ຂໍ້ຜິດພາດໃນການປະກອບທຸລະກິດ, ຫລ້າສຸດເມື່ອທ້າຍເດືອນພຶດສະພາຜ່ານມານີ້ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນໄດ້ນຳເຈົ້າຫນ້າທີ່ກ່ຽວຂ້ອງ ລົງສຳຫລວດພື້ນທີ່ການສຳປະທານເນືື້ອທີ່ດິນຂອງບໍລິສັດເຄພີໃນເມື່ອກ່ອນ ເຊິ່ງໄດ້ຮັບອະນຸຍາດການສຳປະທານດິນປູກໄມ້ອຸດສາຫະກຳ ຢູ່ເຂດຍອດແຈ້ງ ເມືອງໂພນໂຮງຈາກລັດຖະບານໃນປີ 1994 ຈຳນວນ 10.000 ເຮັກຕາ ,ແຕ່ປະຈຸບັນບໍສິສັດເຄພີໄດ້ມີການຮ່ວມມືກັບນັກລົງທຶນຊາວອິນເດຍ ແລະ ໄດ້ປ່ຽນຊື່ມາເປັນ ບໍລິສັດອັບປໍໂລທາຍສ໌ລາວ ໂດຍມີຈຸດປະສົງຈະບຸກເບີກເນື້ອທີ່ດັ່ງກ່າວ ໃຫ້ກາຍເປັນສວນຢາງພາລາ ແລະ ຈະສ້າງໂຮງງານທີ່ສາມາດຜະລິດຢາງຕີນລົດຢູ່ສປປ ລາວໃນອະນາຄົດ, ແຕ່ຜ່ານການລົງປະຕິບັດຢູ່ພື້ນທີ່ຕົວຈິງຊ້ຳພັດມີບັນຫາຕິດຂັດບໍ່ຫນ້ອຍ, ຍ້ອນເນື້ອທີ່ດິນຈຳນວນ 10.000 ເຮັກຕາ ຢູ່ບໍລິເວນນັ້ນອາດບໍ່ຄົບຕາມຈຳນວນ, ຊ້ຳບໍ່ຫນຳຍັງມີປະຊາຊົນ ແລະ ຜູ້ມີອິດທິພົນເຂົ້າມາຈັບຈອງ, ຊື້-ຂາຍເນື້ອທີ່ດິນດັ່ງກ່າວແບບຊະຊາຍ, ເຊິ່ງເປັນເຫດໃຫ້ການບຸກເບີກເນື້ອທີ່ສວນເພື່ອກ້າເບ້ຍຢາງ ແລະ ການປູກຕ້ອງຊັກຊ້າອອກໄປ.
ທ່ານ ມູລາລີ ໂກປາວ ຫົວຫນ້າສາຂາບໍລິສັດອັບປໍໂລທາຍສ໌ລາວຈຳກັດ ອອກມາຂໍຮ້ອງຕໍ່ອຳນາດການປົກຄອງແຂວງວຽງຈັນ ໃຫ້ເຂົ້າໄປມີບົດບາດໃນການໄກ່ເກ່ຍຂໍ້ຂັດແຍ່ງບັນຫາທີ່ດິນໃນເນື້ອທີ່ສຳປະທານຂອງຕົນ ເພື່ອໃຫ້ກິດຈະການສາມາດດຳເນີນການຕໍ່ໄປໄດ້ເຊິ່ງບໍລິສັດຂອງຕົນເປັນບໍລິສັດຜະລິດຕີນລົດຍັກໃຫຍ່ໃນອິນເດຍ ແລະ ມີສາຂາໃນຫລາຍປະເທດໃນໂລກ ເຊິ່ງຄວາມຈິງໃຈຢາກລົງທຶນໃນ ສປປ ລາວ, ຖ້າຫາກເປັນໄປຕາມແຜນທີ່ວາງໄວ້ຄື: ສາມາດປູກຢາງພາລາຈຳນວນ 10.000 ເຮັກຕາໄດ້ເມື່ອໃດ ບໍລິສັດຕົນກໍຈະສ້າງໂຮງງານຜະລິດຢາງລົດກັບທີ່ເລີຍເຊິ່ງຄາດວ່າຈະມີມູນຄ່າການກໍ່ສ້າງເຖິງ 50-60 ລ້ານໂດລາ.
ເອົາເລີຍພີ່ນອ້ງຊາວລາວ ລຸກຂື້ນໄດ້ແລ້ວ ໄລ່ພວກມັນ
ກັບປະເທດມັນເລີຍ ລັດຖະບານພວກນີ້ໃນຫົວສະໝອງ
ພວກເຂົາມີແຕ່ສໍ່ໂກງ ພັກລັດຜີຫ້າ ເຫັນຄົນຊາດອື່ນດີ
ກວ່າຊາດຄຕົວະເອງ ປະຊາຊົນຫາບອ່ນຈະປູກຝັງກິນ
ບໍ່ມີ ບ່ອນໃດກະເອົາໄປໃຫ້ຄົນຕ່າງຊາດໝົດ
ຕາມທັດສະນັດຂອງຂ້າພະເຈົ້າແລ້ວຖ້າຫາກບໍລິສັດຈິງໃຈໃນການລົງທືນຕາມທີ່ວ່າແລ້ວ
ບໍລິສັດບໍ່ຈຳເປັນທີ່ຈະຕ້ອງລົງທືນປູກຢາງດ້ວຍຕົນເອງກໍ່ໄດ້ໂດຍທີ່ເຮັດສັນຍາຜູກພັນກັບເຈົ້າຂອງສວນ
ຢາງແຕ່ລະສວນໄວ້ໂດຍທີ່ລາຄາຢາງອາດຈະຂື້ນລົງຕາມລາຄາຕະຫຼາດຂ້າພະເຈົ້າຄິດວ່າການໃຫ້ສຳປະທານອາດຈະເຣັດໃຫ້ປະຊາ ຊົນເສຍພື້ນທີ່ໃຫ້ໂຄງການຊື່ຯປະຊາຊົນລາວອາດຈະບໍ່ໄດ້ຜົນປະໂຫຍດເທົ່າທີ່ຄວນເທົ່າກັບປະຊາຊົນປູກເອງ,
ລົງທືນເອງແຕ່ຂາຍໃຫ້ບໍ່ລິສັດຄືຊິດີກ່ວາອີກຢ່າງການສຳປະທານທີ່ດີນກໍ່ໃຊ້ເວລາດົນນານບາງເທື່ອອານາຄົດຕໍ່ໄປ
ການຊົມໃຊ້ຢາງອາດຫຼຸດລົງເຣັດໃຫ້ລາຄາຢາງຕົກ,ແລ້ວບໍ່ສາມາດຊິເຣັດຫັຍງໄດ້ຖ້າເປັນຂອງປະຊາຊົນເອງເຂົາເຈົ້າອາດທຳລາຍ
ຖີ້ມແລະປູກພືດສະນິດອື່ນທົດແທນ ຫາກພືດຊະນິດນັ້ນ ໃຫ້ຜົນຕອບແທນທີ່ດີ
Anonymous wrote:ຕາມທັດສະນັດຂອງຂ້າພະເຈົ້າແລ້ວຖ້າຫາກບໍລິສັດຈິງໃຈໃນການລົງທືນຕາມທີ່ວ່າແລ້ວບໍລິສັດບໍ່ຈຳເປັນທີ່ຈະຕ້ອງລົງທືນປູກຢາງດ້ວຍຕົນເອງກໍ່ໄດ້ໂດຍທີ່ເຮັດສັນຍາຜູກພັນກັບເຈົ້າຂອງສວນຢາງແຕ່ລະສວນໄວ້ໂດຍທີ່ລາຄາຢາງອາດຈະຂື້ນລົງຕາມລາຄາຕະຫຼາດຂ້າພະເຈົ້າຄິດວ່າການໃຫ້ສຳປະທານອາດຈະເຣັດໃຫ້ປະຊາ ຊົນເສຍພື້ນທີ່ໃຫ້ໂຄງການຊື່ຯປະຊາຊົນລາວອາດຈະບໍ່ໄດ້ຜົນປະໂຫຍດເທົ່າທີ່ຄວນເທົ່າກັບປະຊາຊົນປູກເອງ,ລົງທືນເອງແຕ່ຂາຍໃຫ້ບໍ່ລິສັດຄືຊິດີກ່ວາອີກຢ່າງການສຳປະທານທີ່ດີນກໍ່ໃຊ້ເວລາດົນນານບາງເທື່ອອານາຄົດຕໍ່ໄປການຊົມໃຊ້ຢາງອາດຫຼຸດລົງເຣັດໃຫ້ລາຄາຢາງຕົກ,ແລ້ວບໍ່ສາມາດຊິເຣັດຫັຍງໄດ້ຖ້າເປັນຂອງປະຊາຊົນເອງເຂົາເຈົ້າອາດທຳລາຍຖີ້ມແລະປູກພືດສະນິດອື່ນທົດແທນ ຫາກພືດຊະນິດນັ້ນ ໃຫ້ຜົນຕອບແທນທີ່ດີ
ແນວຄິດຂອງທ່ານດີ ຂໍຊົມເຊີຍ
ພາກັນປຽ່ນແນວຄິດໃໝ່ສາ ຈູມມະລີ/ທອງສິງ ເຫັນເບາະ ສາມຈັງຫວັດພາກໃຕ້ຂອງໄທຍ ຖ້າປະຊາຊົນລຸກຂື້ນແລ້ວຢູ່ຍາກເດີ ພວກເຈົ້າ ນີ້ຄືຄຳ
ເຕືອນ, ຂອ້ຍບໍ່ຢາກເຫັນ ລາວ ຂ້າ ລາວ ດວ້ຍກັນອີກ
ຈາກຜູ້ຫວັງດີ,,,,,,