ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ ຢາງ ກັບປະເທດ


Guru

Status: Offline
Posts: 622
Date:
ຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ ຢາງ ກັບປະເທດ
Permalink   
 


ຢູ່ເຂດຍອດແຈ້ງເມືອງໂພນໂຮງແຂວງວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ

ຢາງ ກັບປະເທດ

8.6.2012kuk12ujkyjpytrhw1678068tj3yjyutk.JPG8_6_2012kuk12ujkyjpytrhw1678068tj3yjyutk (1)887ຮສຮີ.JPG

ໂຄງການປູກຢາງພາລາຢູ່ເຂດຍອດແຈ້ງເມືອງໂພນໂຮງແຂວງວຽງຈັນ, ຂອງບໍລິສັດອັບປໍໂລທາຍສ໌ອາດຢຸດສະງັກ, ຫລັງຈາກທີ່ ມີປະຊາຊົນ ແລະ ເອກະຊົນຈຳນວນຫນຶ່ງ ໄດ້ເຂົ້າໄປຈັບຈອງແລະ ຊື້-ຂາຍທີ່ດິນແບບບໍ່ຖືກຕ້ອງໃນບໍລິເວນດັ່ງກ່າວ, ຂະນະທີ່ບໍລິສັດຜູ້ສຳປະທານ ຂູ່ ອາດພາຍກະເປົາກັບບ້ານຫາກບໍ່ສາມາດບຸກເບີກເນື້ອທີ່ປູກຢາງໄດ້ 2.500 ເຮັກຕາໃນເບື້ອງຕົ້ນ.

ຫລັງຈາທີ່ມີເລື່ອງຂັດແຍ່ງກ່ຽວກັບການສຳປະທານທີ່ດິນບໍລິເວນເຂດບ້ານຍອດແຈ້ງ​, ຈົນຜູ້ລົງທຶນບໍ່ພໍໃຈຕໍ່ຂໍ້ຜິດພາດໃນການປະກອບທຸລະກິດ, ຫລ້າສຸດເມື່ອທ້າຍເດືອນພຶດສະພາຜ່ານມານີ້ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນໄດ້ນຳເຈົ້າຫນ້າທີ່ກ່ຽວຂ້ອງ ລົງສຳຫລວດພື້ນທີ່ການສຳປະທານເນືື້ອທີ່ດິນຂອງບໍລິສັດເຄພີໃນເມື່ອກ່ອນ ເຊິ່ງໄດ້ຮັບອະນຸຍາດການສຳປະທານດິນປູກໄມ້ອຸດສາຫະກຳ ຢູ່ເຂດຍອດແຈ້ງ ເມືອງໂພນໂຮງຈາກລັດຖະບານໃນປີ 1994 ຈຳນວນ 10.000 ເຮັກຕາ ,ແຕ່ປະຈຸບັນບໍສິສັດເຄພີໄດ້ມີການຮ່ວມມືກັບນັກລົງທຶນຊາວອິນເດຍແລະໄດ້ປ່ຽນຊື່ມາເປັນ ບໍລິສັດອັບປໍໂລທາຍສ໌ລາວ ໂດຍມີຈຸດປະສົງຈະບຸກເບີກເນື້ອທີ່ດັ່ງກ່າວ ໃຫ້ກາຍເປັນສວນຢາງພາລາ ແລະ ຈະສ້າງໂຮງງານທີ່ສາມາດຜະລິດຢາງຕີນລົດຢູ່ສປປ ລາວໃນອະນາຄົດ, ແຕ່ຜ່ານການລົງປະຕິບັດຢູ່ພື້ນທີ່ຕົວຈິງຊ້ຳພັດມີບັນຫາຕິດຂັດບໍ່ຫນ້ອຍ, ຍ້ອນເນື້ອທີ່ດິນຈຳນວນ 10.000 ເຮັກຕາ ຢູ່ບໍລິເວນນັ້ນອາດບໍ່ຄົບຕາມຈຳນວນ, ຊ້ຳບໍ່ຫນຳຍັງມີປະຊາຊົນແລະ ຜູ້ມີອິດທິພົນເຂົ້າມາຈັບຈອງ, ຊື້-ຂາຍເນື້ອທີ່ດິນດັ່ງກ່າວແບບຊະຊາຍ, ເຊິ່ງເປັນເຫດໃຫ້ການບຸກເບີກເນື້ອທີ່ສວນເພື່ອກ້າເບ້ຍຢາງ ແລະ ການປູກຕ້ອງຊັກຊ້າອອກໄປ.

ທ່ານ ມູລາລີ ໂກປາວ ຫົວຫນ້າສາຂາບໍລິສັດອັບປໍໂລທາຍສ໌ລາວຈຳກັດ ອອກມາຂໍຮ້ອງຕໍ່ອຳນາດການປົກຄອງແຂວງວຽງຈັນ ໃຫ້ເຂົ້າໄປມີບົດບາດໃນການໄກ່ເກ່ຍຂໍ້ຂັດແຍ່ງບັນຫາທີ່ດິນໃນເນື້ອທີ່ສຳປະທານຂອງຕົນ ເພື່ອໃຫ້ກິດຈະການສາມາດດຳເນີນການຕໍ່ໄປໄດ້ເຊິ່ງບໍລິສັດຂອງຕົນເປັນບໍລິສັດຜະລິດຕີນລົດຍັກໃຫຍ່ໃນອິນເດຍ ແລະ ມີສາຂາໃນຫລາຍປະເທດໃນໂລກ ເຊິ່ງຄວາມຈິງໃຈຢາກລົງທຶນໃນ ສປປ ລາວ, ຖ້າຫາກເປັນໄປຕາມແຜນທີ່ວາງໄວ້ຄື: ສາມາດປູກຢາງພາລາຈຳນວນ 10.000 ເຮັກຕາໄດ້ເມື່ອໃດ ບໍລິສັດຕົນກໍຈະສ້າງໂຮງງານຜະລິດຢາງລົດກັບທີ່ເລີຍເຊິ່ງຄາດວ່າຈະມີມູນຄ່າການກໍ່ສ້າງເຖິງ 50-60 ລ້ານໂດລາ.



__________________
Anonymous

Date:
RE: ຢູ່​ເຂດຍອດ​ແຈ້ງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ,ປະຊາຊົນ ໄລ່ນັກທຸລະກິດປູກ ຢາງ ກັບປະເທດ
Permalink   
 


ເອົາເລີຍພີ່ນອ້ງຊາວລາວ ລຸກຂື້ນໄດ້ແລ້ວ ໄລ່ພວກມັນ

ກັບປະເທດມັນເລີຍ ລັດຖະບານພວກນີ້ໃນຫົວສະໝອງ

ພວກເຂົາມີແຕ່ສໍ່ໂກງ ພັກລັດຜີຫ້າ ເຫັນຄົນຊາດອື່ນດີ

ກວ່າຊາດຄຕົວະເອງ ປະຊາຊົນຫາບອ່ນຈະປູກຝັງກິນ

ບໍ່ມີ ບ່ອນໃດກະເອົາໄປໃຫ້ຄົນຕ່າງຊາດໝົດ




__________________
Anonymous

Date:
Permalink   
 

ຕາມທັດສະນັດຂອງຂ້າພະເຈົ້າແລ້ວຖ້າຫາກບໍລິສັດຈິງໃຈໃນການລົງທືນຕາມທີ່ວ່າແລ້ວ

ບໍລິສັດບໍ່ຈຳເປັນທີ່ຈະຕ້ອງລົງທືນປູກຢາງດ້ວຍຕົນເອງກໍ່ໄດ້ໂດຍທີ່ເຮັດສັນຍາຜູກພັນກັບເຈົ້າຂອງສວນ

ຢາງແຕ່ລະສວນໄວ້ໂດຍທີ່ລາຄາຢາງອາດຈະຂື້ນລົງຕາມລາຄາຕະຫຼາດຂ້າພະເຈົ້າຄິດວ່າການໃຫ້ສຳປະທານອາດຈະເຣັດໃຫ້ປະຊາ ຊົນເສຍພື້ນທີ່ໃຫ້ໂຄງການຊື່ຯປະຊາຊົນລາວອາດຈະບໍ່ໄດ້ຜົນປະໂຫຍດເທົ່າທີ່ຄວນເທົ່າກັບປະຊາຊົນປູກເອງ,

ລົງທືນເອງແຕ່ຂາຍໃຫ້ບໍ່ລິສັດຄືຊິດີກ່ວາອີກຢ່າງການສຳປະທານທີ່ດີນກໍ່ໃຊ້ເວລາດົນນານບາງເທື່ອອານາຄົດຕໍ່ໄປ

ການຊົມໃຊ້ຢາງອາດຫຼຸດລົງເຣັດໃຫ້ລາຄາຢາງຕົກ,ແລ້ວບໍ່ສາມາດຊິເຣັດຫັຍງໄດ້ຖ້າເປັນຂອງປະຊາຊົນເອງເຂົາເຈົ້າອາດທຳລາຍ

ຖີ້ມແລະປູກພືດສະນິດອື່ນທົດແທນ ຫາກພືດຊະນິດນັ້ນ ໃຫ້ຜົນຕອບແທນທີ່ດີ



__________________
Anonymous

Date:
Permalink   
 

Anonymous wrote:

ຕາມທັດສະນັດຂອງຂ້າພະເຈົ້າແລ້ວຖ້າຫາກບໍລິສັດຈິງໃຈໃນການລົງທືນຕາມທີ່ວ່າແລ້ວ

ບໍລິສັດບໍ່ຈຳເປັນທີ່ຈະຕ້ອງລົງທືນປູກຢາງດ້ວຍຕົນເອງກໍ່ໄດ້ໂດຍທີ່ເຮັດສັນຍາຜູກພັນກັບເຈົ້າຂອງສວນ

ຢາງແຕ່ລະສວນໄວ້ໂດຍທີ່ລາຄາຢາງອາດຈະຂື້ນລົງຕາມລາຄາຕະຫຼາດຂ້າພະເຈົ້າຄິດວ່າການໃຫ້ສຳປະທານອາດຈະເຣັດໃຫ້ປະຊາ ຊົນເສຍພື້ນທີ່ໃຫ້ໂຄງການຊື່ຯປະຊາຊົນລາວອາດຈະບໍ່ໄດ້ຜົນປະໂຫຍດເທົ່າທີ່ຄວນເທົ່າກັບປະຊາຊົນປູກເອງ,

ລົງທືນເອງແຕ່ຂາຍໃຫ້ບໍ່ລິສັດຄືຊິດີກ່ວາອີກຢ່າງການສຳປະທານທີ່ດີນກໍ່ໃຊ້ເວລາດົນນານບາງເທື່ອອານາຄົດຕໍ່ໄປ

ການຊົມໃຊ້ຢາງອາດຫຼຸດລົງເຣັດໃຫ້ລາຄາຢາງຕົກ,ແລ້ວບໍ່ສາມາດຊິເຣັດຫັຍງໄດ້ຖ້າເປັນຂອງປະຊາຊົນເອງເຂົາເຈົ້າອາດທຳລາຍ

ຖີ້ມແລະປູກພືດສະນິດອື່ນທົດແທນ ຫາກພືດຊະນິດນັ້ນ ໃຫ້ຜົນຕອບແທນທີ່ດີ


  ແນວຄິດຂອງທ່ານດີ ຂໍຊົມເຊີຍ



__________________
Anonymous

Date:
Permalink   
 

ພາກັນປຽ່ນແນວຄິດໃໝ່ສາ ຈູມມະລີ/ທອງສິງ ເຫັນເບາະ ສາມຈັງຫວັດພາກໃຕ້ຂອງໄທຍ ຖ້າປະຊາຊົນລຸກຂື້ນແລ້ວຢູ່ຍາກເດີ ພວກເຈົ້າ ນີ້ຄືຄຳ

ເຕືອນ, ຂອ້ຍບໍ່ຢາກເຫັນ ລາວ ຂ້າ ລາວ ດວ້ຍກັນອີກ

ຈາກຜູ້ຫວັງດີ,,,,,,



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard