ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກາຣຂຸດຄໍາຂອງຕ່າງຊາຕ ກະທົບຊາວບ້ານ
Anonymous

Date:
ກາຣຂຸດຄໍາຂອງຕ່າງຊາຕ ກະທົບຊາວບ້ານ
Permalink   
 


ກາຣຂຸດຄໍາຂອງຕ່າງຊາຕ ກະທົບຊາວບ້ານ

f-gold-mine-sekong

ກາຣທີ່ ທາງກາຣ ສປປລາວ ໄດ້ອະນຸຍາຕໃຫ້ນັກລົງທຶນ ຕ່າງຊາຕ ຊຶ່ງມີທັ້ງ ຊາວຈີນ ແລະວຽຕນາມ ໄປຕັ້ງໂຮງງານ ຂຸດຄົ້ນບໍ່ຄໍາ ຢູ່ຕາມ ບໍຣິເວນ ແຄມນໍ້າເຊກອງ ຢູ່ໃກ້ໆກັບ ເຂື່ອນເຊກອງ ແຫ່ງທີ່ 4 ໃນເມືອງ ກະລຶມ ແຂວງເຊກອງ ໄດ້ສ້າງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ວີຖີຊີວີຕ ຂອງປະຊາຊົນ ຢ່າງຫລວງຫລາຍ. ດັ່ງນັກວິຈັຍ ສິ່ງແວດລ້ອມ ຊາວລາວ ຜູ້ໜຶ່ງ ໄດ້ກ່າວ່າ:

"ຢູ່ເຊກອງ ຫັ້ນເນາະ ເຂົາເວົ້າວ່າ ເຊກອງ ມີຄໍາຫລາຍ ຜູ້ທີ່ໄປເອົາຄໍາ ບໍ່ໄດ້ກ່ຽວກັບ ບໍຣິສັທ ທີ່ຈະສ້າງເຂື່ອນ ຈະເປັນຄົນຈີນ ຫລືວ່າ ຄົນວຽຕນາມ ເຂົ້າມາ ຂຸດຄົ້ນຄໍາ ຢູ່ໃນຕາມ ແມ່ນໍ້າເຊກອງ ນັ້ນ"

ພ້ອມດຽວກັນນີ້ ທ່ານກໍວ່າ ນອກຈາກ ບໍຣິເວນ ທີ່ມີກາຣ ຂຸດຄົ້ນບໍ່ຄໍາ ທີ່ຢູ່ໃກ້ໆ ກັບແຄມນໍ້າເຊກອງ ແລ້ວນັ້ນ ຍັງຢູ່ໃກ້ກັບ ເຂື່ອນໄຟຟ້າ ນຳອີກ ພ້ອມຍັງມີກາຣ ປ່ອຍສາຣເຄມີ ໄຫລລົງ ສູ່ແມ່ນໍ້າ ນຳອີກ ທີ່ຍີ່ງເປັນ ອັນຕຣາຍ ຕໍ່ສັຕນໍ້າ ນາໆຊນິດ ແລະ ສ້າງຜົລກະທົບ ຕໍ່ຊີວີຕ ກາຣເປັນຢູ່ ຂອງ ປະຊາຊົນ ທ້ອງຖີ່ນ ນໍາອີກ ຍ້ອນທາງ ບໍຣິສັທ ຊາວຕ່າງຊາຕ ໄດ້ຖີ້ມ ສິ່ງເສດເຫລືອ ຕ່າງໆລົງສູ່ ແມ່ນໍ້າ ໂດຽທີ່ບໍ່ຄຳນຶງ ເຖີງຄວາມ ເສັຍຫລາຍ ຕໍ່ສີ່ງແວດລ້ອມ ແຕ່ຢ່າງໃດ:

"ບັນຫາມັນ ກໍຄື ເຮັດໃຫ້ ນໍ້າຂຸ່ນເນາະ ແລະ ຊາວບ້ານ ຈຳເປັນຕ້ອງໄດ້ ໃຊ້ນໍ້າເຊກອງ".

ເຖີງຢ່າງໃດ ກໍຕາມ ກາຣໃຫ້ ສັມປະທານ ແກ່ຊາວຕ່າງຊາຕ ໄປຂຸດຄົ້ນ ແລະ ຊອກຮ່ອນແຮ່ຄໍາ ຕາມບໍຣິເວນ ຕາມແຄມ ແມ່ນໍ້າເຊກອງ ຫລາຍຂຶ້ນເລື້ອຍໆ ໃນຣະຍະ ຫລາຍປີທີ່ ຜ່ານມານີ້ນັ້ນ ເຮັດໃຫ້ ນໍ້າຂຸ່ນ ແລະ ກາຍເປັນບັນຫາ ມົລພາວະ ໃນແມ່ນໍ້າ ຕລອດມາ ຊຶ່ງກໍ່ເປັນ ກາຣສ້າງ ຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ ຈົນບໍ່ສາມາຕ ໃຊ້ນໍ້ານັ້ນໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard