ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັດເພີ້ມເງິນຊ່ວຍ ໂຄງການກູ້ລະເບີດ
Anonymous

Date:
ສະຫະຣັດເພີ້ມເງິນຊ່ວຍ ໂຄງການກູ້ລະເບີດ
Permalink   
 


ສະຫະຣັດເພີ້ມເງິນຊ່ວຍ ໂຄງການກູ້ລະເບີດ

f-us-secreatary-rs

ການປະກາດ ໃຫ້ການ ຊ່ວຍເຫລືອ ຕື່ມນີ້ ມີຂື້ນໃນວັນ ທີ 7 ມີຖຸນາ ຜ່ານມາ ໂດຍຄນະ ຜູ້ແທນ ກະຊວງ ການຕ່າງ ປະເທດ ສະຫະຣັຖ ທີ່ເດີນທາງ ໄປຢ້ຽມຢາມ ສປປ ລາວ ອັນມີຮອງ ຣັຖມົນຕຣີ ຕ່າງປະເທດ ມາດາມ Maria Otero ຫົວໜ້າຄນະ ໃນເວລາພົບກັບ ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ຕ່າງປະເທດ ສປປ ລາວ ທີ່ ນະຄອນຫລວງ ວຽງຈັນ. ຈໍານວນ ເງິນຊ່ວຍເຫລືອ ຂອງ ຣັຖບານ ສະຫະຣັຖ ສໍາລັບ ໂຄງການ ເກັບກູ້ລະເບີດ ນັບແຕ່ປີ 1996 ເປັນຕົ້ນມາ ຮວມທັງໝົດ ເປັນ $22 ລ້ານ.

ໃນລະຍະ ການຢ້ຽມຢາມ ມາດາມ  Otero ຮັບຜິດຊອບ ດ້ານຄວາມໝັ້ນຄົງ ຂອງພົລເຮືອນ ປະຊາທິປະຕັຍ ແລະ ສິທທິມະນຸສ ໄດ້ສົນທະນາ ກ່ຽວກັບ ຄວາມຮ່ວມມື ລະຫ່ວາງ 2 ປະເທດ ເຣື່ອງ ບັນຫາ ພູມີພາກ ແລະ ກ່ຽວກັບ ຜົນປໂຍດ ຂອງ ທັງສອງຝ່າຍ. ນີ້ຄືຈຸດໃຫ່ຽ ໃນການ ຢ້ຽມຢາມ ສປປລາວ ຂອງ ມາດາມ Otero ເທື່ອນີ້. ນອກນັ້ນຍັງໄດ້ ພົບປະກັບ ເຈົ້າໜ້າທີ່ ຣະດັບສູງ ຂອງລາວ ອີກຫລາຍຄົນ ເຊັ່ນຄູ່ພາຄີ ການພັທນາ ແລະເຈົ້າໜ້າທີ່ ອົງການຈັດຕັງ ພົລເຮືອນຕ່າງໆ ຮ່ວມທັງ ໄປຢ້ຽມຢາມ ສູນຝຶກອົບຮົມ ການເກັບກູ້ ລະເບີດ ສູນຟື້ນຟູ ຄົນເສັຽອົງຄະ ຈາກເຫດ ລະເບີດແຕກໃສ່ ຮວມທັງການ ພົບປະກັບ ອົງການ ຈັດຕັ້ງແມ່ຍິງ ຊາວຫນຸ່ມ ຊົນເຜົ່າ ແລະ ຢ້ຽມຢາມ ສະຖານີ ວິທຍຸ ກະຈາຍສຽງ ແຫ່ງຊາຕ.



__________________
Anonymous

Date:
Permalink   
 

180999_472591422767421_1029301833_n.jpg480548_472591486100748_1519441255_n.jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard