ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຈັບຄຸນພໍ່ ເຜີຍແພ່ສາສນາ
Anonymous

Date:
ທາງການລາວຈັບຄຸນພໍ່ ເຜີຍແພ່ສາສນາ
Permalink   
 


ທາງການລາວຈັບຄຸນພໍ່ ເຜີຍແພ່ສາສນາ

f-luangnamtha

ຄຸນພໍ່ ໂອຊາ ອາຍຸ 53 ປີ ຖືກຈັບ ໃນວັນທີ 6 ມີຖຸນາ ຢູ່ບ້ານປີເຢີ ເມືອງສິງ ແຂວງ ຫລວງນ້ຳທາ ນາຍ ສີຣິກຸນ ປະເສີດສີ ຫົວຫນ້າ ອົງການ ສີ້ງຊອມ ດ້ານສິດທິມະນຸສ ກ່ຽວກັບ ການນັບຖື ສາສນາ ໃນລາວ ຊື່ງເປັນ ກຸ່ມນັກເຄື່ອນໄຫວ ທີ່ເຮັດວຽກ ໃນເຂດ ດັ່ງກ່າວ ຢືນຢັນ ວ່າຄຸນພໍ່ ໂອຊາ ຍັງຖືກກັກຂັງ ຢູ່ໃນເວລານີ້.

ມີລາຍງານວ່າ ເຈົ້າຫນ້າທີ່ລາວ ໄດ້ເອົາຄຸນພໍ່ ໂອຊາ ຂື້ນຣົຖສົ່ງໄປ ກັກຂັງ ຢູ່ແຂວງ ຫລວງນ້ຳທາ ທີ່ໄກຈາກບ້ານ ຂອງລາວ ປະມານ 50 ກິໂລແມັດ. ການຈັບກຸມ ຄຸນພໍ່ໂອຊາ ມີຂື້ນອາທິດ 1 ຫລັງຈາກທີ່ ທາງການລາວ ໄດ້ປ່ອຍຊາວໄທ ຄຣີສຈຽນ 6 ຄົນ ທີ່ຖືກຈັບ ໃນແຂວງ ຫລວງນ້ຳທາ ເຊັ່ນດຽວກັນ ໃນວັນທີ 24 ມີນາ ຖານມີສ່ວນ ພົວພັນ ໃນການເຜີຍແພ່ ສາສນາ ຄຣິສຈຽນ ໃນແຂວງນັ້ນ.

ຄຸນພໍ່ ໂອຊາ ເປັນຫົວຫນ້າ ໂບດ Evangelical ຢູ່ຫມູ່ບ້ານ ຊົນເຜົ່າ ປີເຢີ ເມືອງສີງ ແຂວງຫລວງນ້ຳທາ ທີ່ມີລູກສິດ ຊາວບ້ານ ຜູ້ເຊື່ອຖືເຖີງ 115 ຄົນ ແລະ ທ່ານຍັງເປັນ ທີ່ປືກສາ ສາສນາຄຣິສ ໃນສະຖານທີ່ ສິດສອນ ສາສນາ ດັ່ງກ່າວ ຕາມໝູ່ບ້ານກວ່າ 10 ແຫ່ງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard