ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາທິປະໄຕ ໃນ ສປປລາວ
ຄົນໃນ

Date:
ປະຊາທິປະໄຕ ໃນ ສປປລາວ
Permalink   
 


 ເຖິງ: ພີ່ນ້ອງຮ່ວມຊາດ ທີ່ນັບຖື

ຂ້າພະເຈົ້າຂໍອະນຸຍາດໃຊ້ນາມແຝງວ່າ: ຄົນໃນ, ແຕ່ຄວາມເປັນຈິງແລ້ວ ຂ້າພະເຈົ້າກໍ່ເປັນຄົນລາວ ທີ່ຢູ່ໃນ ສປປລາວ ຕົວຈິງ. ຂ້າພະເຈົ້າຕິດຕາມ ແລະ ອ່ານຂ່າວສານ ຈາກ Website: laoalliance.org ຢູ່ເປັນປະຈຳ. ການຂຽນມານີ້ ກໍ່ເນື່ອງຈາກ ຕິດໃຈໃນເລື່ອງ ທີ່ຂຽນ ໃນວັນທີ Monday, 14 May 2012, Subject: Re: 271 ທຳການທັກທ້ວງ.........................,

ທ່ານ ຜູ້ນີ້ຂຽນໄດ້ດີ ແລະ ມີເຫດຜົນສູງ. ຄວາມຈິງ ຂ້າພະເຈົ້າຢູ່ໃນ ສປປລາວ ເປັນເວລາ ກວ່າ 30 ປີ ແລ້ວ, ຍັງເຄົາລົບ ແລະ ນັບຖື ທຸກທ່ານ ທີ່ຢູ່ທັງໃນ ແລະ ນອກປະເທດ. ແຕ່ສິ່ງດຽວທີ່ໄຝ່ຝັນ ຢາກຈະເຫັນ ຢາກຈະໄດ້ກ່ອນຈະຈາກໂລກນີ້ໄປ ກໍ່ຄື ປະຊາທິປະໃຕ ແລະ ຄວາມເປັນເອກະລາດຂອງຊາດ ທັງທາງດ້ານເສດຖະກິດ ແລະ ການເມືອງ. ຂ້າພະເຈົ້າຂຽນໂຍງ ເລື່ອງຄວາມຝັນສ່ວນຕົວ ກ່ອນ ຈະຂໍອະນຸຍາດ ແລກ ປ່ຽນບົດຮຽນ ກັບ ບັນດາທ່ານ ທີ່ອ່ານບົດຂຽນຂອງຂ້ອງຂ້າພະເຈົ້າ, ທັງນີ້ເນື່ອງຈາກວ່າ ໃນຫຼາຍໆບົດ ຫຼາຍເລື່ອງ ທີ່ຫຼາຍກຸ່ມສະແດງຄວາມຄິດເຫັນອອກມາ ສ່ວນໃຫຍ່ ແມ່ນຍຶດຖືເລື່ອງຄວາມຮູ້ສຶກຄຽດແຄ້ນ ແລະ ກຽດຊັງ ໂດຍສະເພາະ ກຸ່ມຜູ້ນຳລາວ, ວຽດນາມ(ແກວ), ຈິນ(ເຈັກ). ແລະ ນອກໄປກວ່ານີ້ ພວກທ່ານ ເອງ ຍັງບໍ່ມີແນວທາງເປັນເອກະພາບ ແລະ ຂາດທິດທາງການຕໍ່ສູ້ທີ່ດີ.

ຂ້າພະເຈົ້າຄິດວ່າ ຫຼາຍປະເທດທີ່ເຂົາປະສົບຜົນສຳເລັດໃນການຕໍ່ສູ່ຮຽກຮ້ອງປະຊາທິປະໄຕນັ້ນ ແມ່ນເຂົາມີແນວທາງການຕໍ່ສູ່ຊັດເຈນ. ພວກເຂົາຈະຕ້ອງໄດ້ຮຽນຮູ້ກ່ອນວ່າ ການຕໍ່ສູ້ກັບ ລະບອບ ຄອມມຸຍນິສ ຈະຕ້ອງໃຊ້ຮູບແບບ ແລະ ວິທີການແນວໃດ, ບໍ່ແມ່ນຕໍ່ສູ້ດວ້ຍການດ່າ ແລະ ຂາດແຜນການ ແລະ ທ້າຍທີ່ສຸດ ກໍ່ບໍ່ສຳເລັດ.

ຂໍ້ສະເໜີຂ້າພະເຈົ້າມີຢູ່ວ່າ: ບັນດາ ທ່ານຜູ້ນຳຫຼາຍ ທ່ານ ທີ່ຫຼົບໜີຈາກປະເທດຊາດໃນໄລຍະຫຼັງໆມານີ້ ຫນ້າຈະຮູ້ດີ ແລະ ກໍ່ສາມາດມາເປັັນທີ່ປຶກສາຂອງຄະນະຕໍ່ສູ້ໄດ້. ນອກຈາກນັ້ນ ການສ້າງແນວລ່ວມ ການຂະຫຽາຍພື້ນທີ່, ການກຳນົດຍຸດທະສາດການຕໍ່ສູ້, ຊຶ່ງຂ້າພະເຈົ້າຂໍເປິ່ນຫົວເລື່ອງນ້ອຍໆວ່າ: ການຕໍ່ສຸ້ວົງໃນອອກສູ່ພາຍນອກ ແມ່ນຈຸດອ່ອນ ທີ່ຄອມມຸຍນິສ ຈະລົ້ມລະລາຍໄດ້ໄວທີ່ສຸດ.

ເພາະສະນັ້ນ ການທີ່ມີຫຼາຍທ່ານກຳລັງຄິດກັນຢູ່ວ່າ ຈະເຂົ້າຈາກຂ້າງໃດ ເພື່ອໃຫ້ການຕໍ່ສູ່ປະສົບຜົນສຳເລັດນັ້ນ ຄວນເອົາໃຈໃສ່ ບໍ່ແມ່ນ ມົວເມົາແຕ່ດ່າແກວຢ່າງດຽວ. ຂ້າພະເຈົ້າຕ້ອງຂໍອະໄພເປັນຢ່າງຍິ່ງ ແລະ ຂໍ ຢ່າຖືວ່າເປັນການສອນກັນ, ນີ້ ແມ່ນການແລກປ່ຽນບົດຮຽນ ຈາກໃຈຈິງ ຜູ້ໄຝ່ຝັນປະຊາທິປະໄຕໃນລາວ.

ດວ້ຍຄວາມນັບຖື ແລະ ຮັກແພງ!

ຈາກຄົນໃນ



__________________
Anonymous

Date:
Permalink   
 

ຄົນໃນ ເວົ້າຖືກແລ້ວ ການຕໍ່ສຸ້ວົງໃນອອກສູ່ພາຍນອກ ແມ່ນຈຸດອ່ອນ ທີ່ຄອມມຸຍນິສ ຈະລົ້ມລະລາຍໄດ້ໄວທີ່ສຸດ.

ທຸກໆ ປະເທດກ່ອນຈະໄດ້ ປະຊາທິປະໄຕ ມັນຕ້ອງເອົາເຮືອດລ້າງແຜ່ນດິນ,

ໃຊ້ໄມ້ອອ່ນບໍໍ່ໄດ້ຜົລ ມັນກໍຕ້ອງໃຊ້ໄມ້ແຂງ, ບໍ່ຕ່າງຫຍັງກັບພວກເຂົາເຮັດມາ

ຫລັງປິ 1975 ໂຕນເຂົາປ່າ ໃຊ້ກຳລັງແບບກອງໂຈນ ຊຸ້ມຕີຕາມເສັ້ນທາງຕ້າງໆ,



__________________
Bayer

Date:
Permalink   
 

ຂ້າພະເຈົ້າກໍ່ແມ່ນຜູ່ນຶ່ງທີ່ໄດ້ຕິດຕາມອ່ານຄໍາເຫັນຂອງແຕ່ລະທ່ານໃນແຕ່ລະເວັບໄຊ ແຕ່ລະເວັບຟໍຣັມແລະຫ້ອງສົນທະນາແຕ່ລະຫ້ອງທີ່ໃຊ້ສຽງໃນ Paltalk ບໍ່ວ່າຈະເປັນຫ້ອງລາວນອກ ລາວລ້ານຊ້າງ ລາວເປັນລາວ ລາວໃນປັຈຸບັນ, ເຫັນໄດ້ວ່າແຕ່ລະທ່ານມີຈິດໃຈຮັກຊາດ ຢາກເຫັນຊາດບ້ານເມືອງມີການປ່ຽນແປງໄປໃນທາງທີ່ດີ ມີປະຊາທິປະໄຕ ມີເອກະຣາຊຢ່າງແທ້ຈິງ ແລະກໍ່ຂໍຊົມເຊີຍຍ້ອງຍໍທຸກໆທ່ານ. ຂໍເປັນເອກະພາບກັບທ່ານຜູ່ໃຊ້ນາມແຝງວ່າຄົນໃນ, ຖ້າກອງກໍາລັງຕໍ່ສູ້ຂອງຜູ່ທີ່ຮັກຫອມປະຊາທິປະໄຕໃນລາວຂອງຄົນລາວທີ່ອາໃສຢູ່ຕ່າງປະເທດມີຄວາມເປັນເອກະພາບ ມີຄວາມສາມັກຄີເປັນຈິດນຶ່ງໃຈດຽວສາມາດເປັນພື້ນຖານໃຫ້ແກ່ນັກຕໍ່ສູ້ວົງໃນໄດ້, ຂ້າພະເຈົ້າຄິດວ່າຜະເດັດການຄັອມມຸຍນິດລາວຕ້ອງປະລະໄຊແນ່ນອນ.

__________________
Anonymous

Date:
Permalink   
 

ຕັດເສັ້ນທາງຂົນສົງສິນຄ້າ ນັ້ນເປັນການດີທີ່ສຸດ ເພື່ອຢຸດຕິ ພວກນາຍທືນ

ທີເຂົ້າມາກອບໂກຍ ເອົາຊັບໃນດິນສິນໃນນ້ຳຂອງປະເທດ ຫລືວ່າຕັດຄໍພວກ

ມັນສຽບຫລັກຮັ້ວ ຕາມເສັ້ນທາງຕ້າງໆ, ລອງເບີ່ງວ່າ ພວກນາຍທືນພວກໃດ

ຈະກາ້ເຂົ້າໄປລົງທືນອີກ!!!!!!



__________________
Anonymous

Date:
Permalink   
 

ບຸກໃນອອກນອກນັ້ນເປັນແນວຄິດທີ່ດີ ທ່ານຄົນໃນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard