ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານບຶງທາຕຫຼວງ ເຈຣະຈາຄ່າຊົດເຊີຍ
Anonymous

Date:
ຊາວບ້ານບຶງທາຕຫຼວງ ເຈຣະຈາຄ່າຊົດເຊີຍ
Permalink   
 


ຊາວບ້ານບຶງທາຕຫຼວງ ເຈຣະຈາຄ່າຊົດເຊີຍ

f-people-thatluang-marsh

MRC

ຊາວບ້ານ ບຶງທາຕຫຼວງ ທີ່ຕ້ອງໂຍກຍ້າຍ

ຊາວບ້ານ ບຶງທາຕຫຼວງ ເລີ້ມພາກັນ ນໍາເອົາ ໃບຢັ້ງຢືນ ຕຣາດິນ ຂອງຕົນ ໄປສະແດງຕໍ່ ກັມມະການ ປະເມີນ ແລະ ຄິດໄລ່ ຄ່າຊົດເຊີຽ ຫລັງຈາກໄດ້ ຮັບແຈ້ງຂ່າວ ຈາກທາງການ  ແຕ່ຍັງບໍ່ຮູ້ ເທື່ອວ່າ ຄ່າຊົດເຊີຽນັ້ນ ຈະເໝາະສົມ ຫລືບໍ່ ຮູ້ແຕ່ວ່າ ເປັນຈໍານວນເງິນ ຫລື ຮັບເອົາດິນ ເປັນຕອນ ທີ່ທາງການ ຈັດສັນ ໄວ້ໃຫ້. ຊາວບ້ານ ໂນນຄໍາເໜືອ ເມືອງ ໄຊເສດຖາ ເວົ້າວ່າ:

"ເຂົາຄເລັຽໃຫ້ ຂະເຈົາ ກໍໄປຊື້ດິນ ແຖວນອກ ເພິ່ນກໍມີດິນ ຊົດເຊີຽຢູ່ເນາະ ຢູ່ແຖວນອກ ໃຜໄປກໍໄປ ໃຜບໍ່ໄປ ກໍເອົາເງິນ ໄປເທົ່ານັ້ນແຫລະ ເພິ່ນວ່າຈັ່ງຊັ້ນ ຫົນທາງມັນ ກໍສະດວກ ໄຟຟ້າ ເຂົາກໍມີ ນໍ້າປະປາ ເຂົາກໍລິ໊ງ ໄປໝົດແລ້ວ".

ນາງເວົ້າວ່າ ດິນທີ່ຣັຖບານ ຂໍຄືນເພື່ອ ນໍາໄປໃຫ້ ຕ່າງປະເທດ ສັມປະທານ ນັ້ນສ່ວນຫລາຍ ເປັນດິນໄຮ່ ດິນນາ ແລະ ບ້ານເຮືອນຄົນ ເລັກນ້ອຍ. ປະຊາຊົນ ບໍ່ຢາກສົ່ງຄືນ ໃຫ້ເພາະວ່າ ເປັນທີ່ທໍາມາ ຫາກິນ ຂອງພວກຕົນ ມາແຕ່ດົນນານ. ເຂົາເຈົ້າບໍ່ຢາກ ຍ້າຍໄປຢູ່ ບ່ອນອື່ນ ເພາະຢ້ານວ່າຈະ ບໍ່ສະດວກສະບາຍ ຄືຢູ່ບ່ອນເກົ່າ. ນາງເວົ້າຕື່ມວ່າ ສໍາລັບ ຄ່າຊົດເຊີຽ ເປັນເງິນ ຫລືດິນ ເປັນຕອນນັ້ນ ຈະຄຸ້ມຄ່າ ຫລືບໍ່ນັ້ນ ກໍຕ້ອງໄດ້ເອົາ:

"ເຣື້ອງວ່າກຸ້ມ ມັນກໍບໍກຸ້ມ ເພາະເຮັດກິນ ມັນກໍເປັນໂຕ ເຮັດກິນ ມາຕຣອດເນາະ ແລ້ວເພິ່ນ ເວນຄືນໃຫ້ ມັນກໍຈະໄດ້ ຢູ່ສ່ວນນັ້ນ ແຫລະ ແຕ່ຄັ້ນວ່າ ບໍ່ໄປຊື້ຕື່ມ ມັນກໍໝົດແຫລະ ບໍ່ ຈະບໍ່ມີດິນ ໃຫ້ປູກຝັງ ແຫລະ ເທົ່ານັ້ນແຫລະ".

ທາງການລາວວ່າ ການຮັບເບິ່ງ ໃບຕຣາດິນ ເພື່ອຄິດໄລ່ ຄ່າຊົດເຊີຽນັ້ນ ເລີ້ມແຕ່ວັນທີ່ 11 ຫາ 19 ມິຖຸນາ ຈາກ 8: 30  ຫາ 4 ໂມງ ຕອນບ່າຍ ຂອງວັນເຮັດການ ຖ້າຫາກເກີນ ເວລາ ທີ່ກໍານົດແລ້ວ ທາງການວ່າ ຈະບໍ່ຮັບ ພິຈາຣະນາ ຄິດໄລ່ ຄ່າຊົດເຊີຽໃຫ້.



__________________
Anonymous

Date:
Permalink   
 

ຂໍເອົາໃຈຊ່ອຍ ໃຫ້ປະສົບຜົນສໍາເຣັດເດີ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard