ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນຈີນແຕ່ງງານ ກັບແມ່ຍິງລາວ
Anonymous

Date:
ຄົນຈີນແຕ່ງງານ ກັບແມ່ຍິງລາວ
Permalink   
 


ຄົນຈີນແຕ່ງງານ ກັບແມ່ຍິງລາວ

f-lao-women-marriage2

ມາຮອດ ປັດຈຸບັນນີ້ ກໍຍັງມີ ພວກຜູ້ຊາຍ ຈາກເມືອງຈີນ ເຂົ້າມາແຕ່ງງານ ກັບແມ່ຍິງລາວ ແຂວງ ຫຼວງນໍ້າທາ ແຕ່ສ່ວນໃຫຍ່ ພວກແມ່ຍິງ ບໍ່ມັກ ໄປຢູ່ຈີນ ແລະດຽວນີ້ ຍັງບໍ່ມີ ຂ່າວວ່າ ແມ່ຍິງລາວ ທີ່ແຕ່ງງານ ໄປນັ້ນໄດ້ຕົກ ເປັນເຫຍື່ອ ຂອງພວກ ຄ້າມະນຸດ ຢູ່ຈີນ. ຜູ້ຕາງໜ້າ ສະຫະພັນ ແມ່ຍິງ ແຂວງ ຫລວງນໍ້າທາ ເວົ້າວ່າ:

"ຫລວງນໍ້າທາ ແທ້ໆ ຄົນແຕ່ງກັບຈີນ ມີໜ້ອຍສຸດ ແຕ່ວ່າ ສ່ວນຫລາຍ ຂະເຈົ້າ ຈະຢູ່ກັບ ແມ່ຍິງ ຢູ່ພີ້ເລີຍ ມັນກໍຂຶ້ນ ກັບສິດ ສິດເລືອກມັນ ກໍບໍ່ແມ່ນວ່າ ໃຫ້ຜູ້ຊາຍ ເອົາໄປ ຢ່າງດຽວ ຫັ້ນນະ".

ເຈົ້າໜ້າທີ່ ຫ້ອງການ ແມ່ຍິງ ແຂວງ ຜົ້ງສາລີ ກໍເວົ້າວ່າ ຢູ່ຕາມເຂດ ຊາຍແດນ ຣະຫວ່າງ ຜົ້ງສາລີ ກັບຈີນ ມັກມີຄົນຈີນ ເຂົ້າມາ ຂໍແຕ່ງງານ ກັບແມ່ຍິງ ຊົນເຜົ່າ ໃນແຂວງ ນີ້ ແຕ່ບໍ່ມີ ຂໍ້ມູນ ກ່ຽວກັບ ແມ່ຍິງ ທີ່ໄດ້ແຕ່ງງານ ນັ້ນຖືກຕົວະໄປ ຖືກຂາຍຢູ່ຈີນ.

"ຊີ່ມີຢູ່ ຄວາມສ່ຽງ ແຕ່ວ່າຢູ່ ຜົ້ງສາລີ ກະຍັງບໍ່ຢາກ ມີເທື່ອ ເຂດສອກຫລີກນີ້ ແມ່ຍິງເຮົາ ກໍຍັງກໍາບໍ່ໄດ້ ແລະ ຍັງບໍ່ທັນມີ ຣາຍງານເທື່ອ ຂະເຈົ້າ ກໍບໍ່ຣາຍງານມາ ເພາະວ່າ ບໍ່ມີຂັ້ນບ້ານ ມີການຄຸ້ມຄອງ ມີການຈັດຕັ້ງ ລະອຽດເດ້ ຢູ່ແຕ່ລະບ້ານ".

ຢ່າງໃດກໍດີ ກ່ອນໜ້ານີ້ ຄືເມື່ອວັນທີ 10 ພຶສພາ 2012 ເຈົ້າໜ້າທີ່ ໜ່ວຍງານຕ້ານ ການຄ້າມະນຸດ ເວົ້າຕໍ່ ເອເຊັຍເສຣີວ່າ ໃນຣະຍະ 2 ປີ ມາຈົນຮອດ ຕົ້ນປີ 2012 ນີ້ ມີປະຊາຊົນ ທາງພາກເໜືອ ເປັນຕົ້ນ ແຂວງ ຫລວງນໍ້າທາ ຜົ້ງສາລີ ອຸດົມໄຊ ໄດ້ພາກັນມາ ຮ້ອງຮຽນ ຕໍ່ອໍານາດ ການປົກຄອງ ວ່າລູກສາວ ຂອງຕົນ ທີ່ຄົນຈີນມາ ຂໍແຕ່ງງານນໍາ ແລະ ພາໄປຈີນນັ້ນ ໄດ້ຫາຍໄປ ຕິດຕໍ່ບໍ່ໄດ້ ໃນປີກາຍນີ້ ທາງການຈີນກໍໄດ້ ຊ່ວຍເຫລືອ ຈັດສົ່ງ ແມ່ຍິງລາວ ກັບຄືນມາລາວ ກໍມີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard