ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາທີ່ດິນໃນລາວ ທີ່ແກ້ໄຂບໍ່ຕົກ
Anonymous

Date:
ບັນຫາທີ່ດິນໃນລາວ ທີ່ແກ້ໄຂບໍ່ຕົກ
Permalink   
 


ບັນຫາທີ່ດິນໃນລາວ ທີ່ແກ້ໄຂບໍ່ຕົກ

f-sign-commitment-laos-vietnam

ທາງການລາວ ຍັງບໍ່ສາມາດ ແກ້ໄຂ ບັນຫາ ຂັດແຍ້ງ ເຣື່ອງໃຫ້ ສັມປະທານ ທີ່ດິນ ໄດ້ຢ່າງ ຈິງຈັງ ຈັກເທື່ອ ແລະ ຣັຖບານ ກໍໄດ້ໂຈະ ສໍາປະທານ ທີ່ດິນຕັ້ງ ສາມເທື່ອແລ້ວ ອາຈເປັນຍ້ອນໄປ ແຕະຕ້ອງ ຜົນປໂຍດ ຂອງຜູ້ມີ ອິດທິພົນ.

ອິງຕາມທີ່ ນັກວິຊາການ ມະຫາວິທຍາໄລ ແຫ່ງຊາດ ໄດ້ອະທິບາຍ ເປັນພາສາ ໄທວ່າ:

"ເຫັນວ່າໂຕນີ້ ມັນເປັນບັນຫາ ທີ່ໄຫ່ຍ ຄືເຮົາຈະ ພຍາຍາມ ຕີແຜ່ ໂຕນີ້ອອກໄປ ເພື່ອໃຫ້ມີການ ແກ້ໄຂບັນຫາ ບັດນີ້ ພໍແຕ່ຕີ ແຜ່ອອກໄປແລ້ວ ມັນກາຍເປັນ ເຣື້ອງທີ່ໄປ ກະທົບ ຕໍ່ບຸກຄົນ ທີ່ມີສ່ວນ ໃຫ້ ສັມປະທານ ແລ້ວເຂົາ ກໍບໍ່ພໍໃຈ ມັນກໍເລີຽ ບໍ່ສາມາດ ແກ້ໄຂບັນຫາ ທີ່ດິນໄດ້ ໃນ ປັດຈຸບັນ ນີ້".

ນັກວິຊາການ ແຈ້ງວ່າ ໂຄງການ ພັທນາຕ່າງໆ ໃນລາວ ເກືອບທຸກ ໂຄງການ ໄດ້ລ່ວງລໍ້າດິນ ຂອງ ປະຊາຊົນ ຜ່ານມາ ບັນຫາຕ່າງໆ ທີ່ເກີດຂື້ນ ກໍຍັງ ບໍ່ສາມາດ ແກ້ໄຂໄດ້ ຢ່າງແທ້ຈິງ. ການ ລ່ວງລໍ້າ ບ່ອນທໍາມາຫາກິນ ຂອງ ປະຊາຊົນ ກໍຍັງມີຢູ່ ການໃຫ້ ສັມປະທານ ທີ່ດິນ ຖືກສັ່ງຢຸດ 3 ຄັ້ງແລ້ວ ຫລັງຈາກ ມີສຽງຕໍານິ ຈາກສັງຄົມ ແຕ່ກໍຍັງ ບໍ່ເຫັນວ່າ ແກ້ໄຂ ອັນໃດໄດ້. ທ່ານກ່າວວ່າ:

"ມັນພຽງແຕ່ ຢຸດໃຫ້ ສັມປະທານ ຊົ່ວຄາວ ໃນສ່ວນໂຕແລ້ວ ບໍ່ຄິດວ່າມັນ ຈະແກ້ໄຂໄດ້ ເພາະວ່າ ມັນເຄີຽສັ່ງຢຸດ ມາ 3 ຄັ້ງແລ້ວ ໂຕນີ້ມັນ ກໍເປັນເຫດຜົນ ຂອງເຂົາ ເຮົາກໍບໍ່ຮູ້. ໂຕຢ່າງເຫັນໄດ້ ຊັດເຈນວ່າ ຢຸດຊົ່ວຄາວ ມັນແກ້ໄຂຫຍັງ ບໍ່ໄດ້ ບໍ່ມີ ກໍຣະນີໄດ ຖືກແກ້ໄຂໄດ້ ບັນຫາມັນ ກໍຍັງຄົງ ເກີດຂື້ນ".

ທ່ານສລຸບວ່າ ບັນຫາ ການຂັດແຍ້ງ ເຣື້ອງທີ່ດິນ ທີ່ບໍ່ສາມາດ ແກ້ໄຂໄດ້ນັ້ນ ເນື່ອງມາຈາກ ເຈົ້າໜ້າທີ່ ຄຸ້ມຄອງ ທີ່ດິນ ບໍ່ເຂັ້ມງວດ ບໍ່ມີຄວາມ ເດັດຂາດ ສານບໍ່ ປະຕິບັດ ຕາມຂັ້ນຕອນ ກົດໝາຍ ບໍ່ມີຄວາມ ໂປ່ງໄສ ເຮັດໃຫ້ ເຣື້ອງທີ່ດີນ ກາຍເປັນ ບັນຫາ ຫຍຸ້ງຍາກ ແລະ ກົນໄກການແກ້ ຍັງບໍ່ແຈ່ມແຈ້ງ ແລະ ບໍ່ເປັນຣະບົບ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard