ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ໌
Anonymous

Date:
ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ໌
Permalink   
 


     ຄຳຖແລງກາຣ ຂອງລາວອິສຣະ 12 ຕຸລາ ປີ 1945        

     ພີ່ນ້ອງລາວຮ່ວມຊາຕ ແລະມິດສະຫາຍຮ່ວມຊີວິດທີ່ຮັກຂອງລາວອິສຣະທັງຫລາຍ ຕາມສານຍຸຕິທັມຣະຫວ່າງປະເທສ ຫຼືເອີ້ນວ່າສານໂລກ ໄດ້ວິນິດສັຍຊີ້ຂາດ ໃນວັນທີ 15 ເມສາປີ

   1957 ໃຫ້ພຍາຍາມເຊັນສັນຍາເຂົ້າຮ່ວມໃນວົງສາຄນາຍາດແຫ່ງຊາຕລາວໂດຍໄວ ແຕ່ຢ່າໄດ້ໃວ້ໃຈພວກວຽດມິນເກີນໄປ ເພາະຊໍາເໜືອເປັນດິນແດນຂອງລາວໃນປະວັຕສາດລາວແລະ

   ທາງຂບວນກາຣລາວອິສຣະ ໄດ້ອອກຖແລງກາຣໃຫ້ພີ່ນ້ອງລາວທັງຫລາຍໄດ້ຮູ້ເປັນລໍາດັບນັ້ນ ຣັຖບາລຂອງພຣະບາຕສົມເດັດພຣະເຈົ້າມະຫາຊີວິດ ໂດຍສະເພາະລາວອິສຣະຂອງພວກ

   ເຮົາ ຖືວ່າເຣື້ອງນີ້ມີຄວາມສໍາຄັນຍິ່ງ ເພາະເປັນເຣື້ອງທີ່ກ່ຽວກັບຜົລໄດ້ຜົລເສັຽຂອງຊາຕ ອັນເປັນເຣື້ອງຂອງແຜ່ນດິນລາວ ຊຶ່ງເປັນມໍຣະດົກທີ່ບັນພຣະບຸຣຸດຂອງເຮົາສູ້ມາ ອົດສາຜ່າຄົມດາບ

   ຄົມງ້າວຮັກສາໃວ້ ແລະຕົກທອດມາເຖິງຣຸ່ນເຮົາ ເນື່ອງຈາກໃນຄໍາຖແລງກາຣນີ້ ເປັນເຣື້ອງທີ່ສະເທືອນໃຈ ພີ່ນ້ອງລາວທັງຫລາຍ ລາວອິສຣະຂອງພວກເຮົາຮູ້ດີວ່າ ໃນສ່ວນລຶກແລະຫົວ

   ໃຈແລ້ວ ຄົນລາວຜູ້ຮັກຊາຕທຸກຄົນ ມີຄວາມເສົ້າສລົດໃຈ ແລະມີຄວາມຂົ່ມຂືນໃຈພຽງໃດ ສແດງອອກເຖິງຂອງປະຊາຊົນ ໃນກາຣເດີນຂບວນທົ່ວປະເທສ ເພື່ອຄັດຄ້ານຄໍາປາສັຍຂອງວຽດ

   ມິນ ເມື່ອທິດແລ້ວມານັ້ນ ເປັນສິ່ງທີ່ເຫັນກັນຢູ່ຢ່າງຊັດເຈນແລ້ວ ທັງນີ້ ບໍ່ແມ່ນວ່າພວກເຮົາຈະນັ່ງນິ່ງເສີຍຫຼືທໍ້ແທ້ໃຈ ຊາຕລາວຍອມທໍ້ແທ້ທອດອາລັຍໄດ້ ເຮົາເຄີຍສູນເສັຽອໍານາຕໃຫ້ແກ່ປະ

   ເທສຝຣັ່ງມາແລ້ວຫລາຍຄັ້ງ ຫາກບັນພຣະບຸຣຸດຂອງເຮົາຍອມທໍ້ແທ້ ເຮົາຈະເອົາອໍານາຈບ່ອນໃດມາຢູ່ກັນໄດ້ ຈົນຮອດແກວວຽດມິນເຂົ້າມາໃນປີ 1975 ຈົນເຖິງທຸກວັນນີ້ ພວກເຮົາຈະຫາວິ

   ທີກາຣສູ້ຕໍ່ໄປ ສໍາຫລັບກໍຣະນີກາຣປົກຄອງຂອງຝຣັ່ງ ໃນແຜ່ນດິນລາວ ຊຶ່ງຝຣັ່ງໄດ້ວິນິຈສັຍຊີ້ຂາດໃຫ້ລາວປົກຄອງລາວ ແຕ່ຢູ່ໃຕ້ອໍານາຈຝຣັ່ງໄປແລ້ວນັ້ນ ທາງລາວອິສຣະຂອງພວກເຮົາ

   ຂໍທົບທວນເຂົ້າໃຈກັບເພື້ອນຮ່ວມຊາຕທັງຫລາຍວ່າ ຂບວນກາຣລາວອິສຣະແລະປະຊາຊົນຊາວລາວ ບໍ່ໄດ້ເຫັນພ້ອມກັບຄໍາຕັດສິນຂອງຝຣັ່ງ ທັງໃນຂໍ້ແທ້ຈິງ ກົດໝາຍຣະຫວ່າງປະເທສ

   ແລະຫລັກຄວາມຍຸຕິທັມ ເມື່ອເປັນດັ່ງນີ້ ແມ່ນລາວອິສຣະ ແລະປວງປະຊາຊົນລາວ ຈະໄດ້ມີຄວາມຮູ້ສຶກສລົດໃຈ ແລະຂົ່ມຂື່ນພຽງໃດ ໃນຖານະທີ່ປະເທສລາວເປັນສະມາຊິກຂອງສະຫະ

   ປະຊາຊາຕ ກໍ່ຕ້ອງປະຕິບັຕຕາມພັນທະກໍຣະນີ ໃນກົດບັຕສະຫະປະຊາຊາຕ ກ່າວຄື ຕ້ອງຍອມໃຫ້ຝຣັ່ງແລະວຽດມິນ ມີອະທິປະໄຕຍ໌ ຕາມພັນທະກໍຣະນີ ແຫ່ງກົດສະຫະປະຊາຊາຕ ແຕ່

   ຂບວນກາຣລາວອິສຣະ ຂໍຕັ້ງປະທ້ວງແລະຂໍສງວນສິທທິອັນຊອບທັມ ຂອງປະເທສລາວໃນເຣື້ອງນີ້ໃວ້ ເພື່ອສງວນສິທທິ ຈະດໍາເນີນທາງກົດໝາຍທີ່ຈໍາເປັນ ຊຶ່ງອາດຈະມີຂຶ້ນໃນພາຍພາກ

   ໜ້າ ໃຫ້ກັມສິທນີ້ ກັບຄືນມາໃນໂອກາດອັນສົມຄວນ

     ພີ່ນ້ອງລາວທັງຫລາຍ ຄົງຊາບດີວ່າ ຊາຕຂອງເຮົາຕ້ອງເສັຽສັກສີແລະກຽດຕິພູມໄປ ເນື່ອງຈາກປະເທສລາວຕົກເປັນຂອງຝຣັ່ງແລະແກວວຽດມິນ ອີກສິບປີຮ້ອຍປີ ເຮົາກໍສາມາຖສ້າງ

   ກຽດຕິພູມ ຄາວນີ້ກັບຄືນມາໃຫ້ໄດ້ ຂບວນກາຣລາວອິສຣະຮູ້ວ່າ ກາຣສູນເສັຽແຜ່ນດິນລາວຄັ້ງນີ້ ເປັນກາຣສູນເສັຽທີ່ສະເທືອນໃຈ ຂອງຄົນລາວທັງຊາຕ ສະນັ້ນ ແມ່ນວ່າແກວວຽດມິນຈະ

   ໄດ້ປະເທສລາວນີ້ໄປ ກໍຄົງໄປໄດ້ແຕ່ຊາກປາກເປົ່າ ແລະແຜ່ນດິນທີ່ແນວລາວປະກາດ ສະເພາະອໍານາຈເທົ້ານັ້ນ ວິນຍານຂອງບັນພຣະບຸຣຸດ ຍັງຄົງຢູ່ກັບຄົນລາວຕຣອດໄປ ປະຊາຊົນ

   ຊາວລາວຈະຣະນຶກຢູ່ສເມີວ່າ ແຜ່ນດິນລາວຂອງລາວ ຖືກປຸ້ນເອົາໄປດ້ວຍອຸບປະເພທຸບາຍ ຂອງແກວວຽດມິນ ແລະແນວລາວ ຄົນທີ່ບໍ່ມີກຽດແລະບໍ່ມີກາຣຮັບຜິດຊອບ ບໍ່ຮັບຄວາມເປັນ

   ທັມ ເມື່ອປະເທສລາວເຮົາ ປະພຶດປະຕິບັຕດີໃນສັງຄົມໂລກ ອັນເປັນທີ່ມີສິນທັມມີສັດ ໃນວັນນຶ່ງຂ້າງໜ້າ ບໍ່ຊ້າກໍໄວ ປະເທສລາວຈະຕ້ອງກັບມາ ສູ່ດິນແດນຂອງລາວ ອີກຄັ້ງນຶ່ງ

     ເຫຕຸກາຣກ່ຽວກັບປະເທສລາວຄັ້ງນີ້ ຫລັກແໜ້ນຢູ່ໃນຄວາມຊົງຈໍາຂອງຄົນລາວ ສືບໄປຊົ່ວລູກຊົ່ວຫລານ ແລະເປັນຮອຍຈານຶກຢູ່ໃນປວັດສາດຂອງຊາຕໄປຕຣອດ ສເມືອນແຜນທີ່ຢູ່

   ໃນໃຈຂອງຄົນລາວທັງຊາຕ ແຕ່ຂບວນກາຣລາວອິສຣະຫວັງຢູ່ສເມີວ່າ ໃນທີ່ສຸດ ທັມມະຍ່ອມສະນະອະທັມ ກາຣຫົວຂວັນທີຫລັງ ຍ່ອມດັງກ່ວາແລະເຫິງກ່ວາ ພີ່ນ້ອງຮ່ວມຊາຕທຸກທ່ານ

   ໄດ້ໂປດວາງໃຈ ທາງຂນະຊຶ່ງຂບວນກາຣລາວອິສຣະເປັນນາຍົກຣັຖມົນຕຣີຢູ່ນີ້ ຈະສາມາຖນໍາຊາຕແລະພີ່ນ້ອງຊາວລາວທີ່ຮັກ ກ້າວສູ່ອະນາຄົດອັນສຸຂໃສໃຫ້ໄດ້ ແລະຂບວນກາຣລາວ

   ອິສຣະ ຮັບຮອງແກ່ທ່ານທັງຫລາຍວ່າ ເມື່ອເຖິງຄາວທີ່ຊາຕດັບຂັ້ນແລ້ວ ຂບວນກາຣລາວອິສຣະ ຈະກອດຄໍຮ່ວມເປັນຮ່ວມຕາຍ ກັບພີ່ນ້ອງປະຊາຊົນຊາວລາວ ເອົາເລືອດທາແຜ່ນດິນ

   ບໍ່ເສັຽດາຍຊີວິດແມ່ນແຕ່ໜ່ອຍດຽວ ແຕ່ເຮົາຈະເຮັດຢ່າງໃດໄດ້ ຂບວນກາຣລາວອິສຣະເອງ ມີຄວາມເຈັບຊໍ້ານໍ້າໃຈບໍ່ນ້ອຍໄປກ່ວາເພື່ອນຮ່ວມຊາຕທັງຫລາຍ ກາຣທີ່ຂບວນກາຣລາວອິສ

   ຣະ ຕ້ອງມາກ່າວເຖິງເຣື້ອງນີ້ ຂບວນກາຣລາວອິສຣະຈະກ່າວວ່າ ກາຣມາເວົ້າກັບທ່ານດ້ວຍນໍ້າຕາ ແຕ່ນໍ້າຕາຂອງລາວອິສຣະ ເປັນນໍ້າຕາຂອງລູກຜູ້ຊາຍຂອງເລືອດຜູ້ຊາຍ ຂອງຄວາມ

   ຄັບແຄ້ນ ແລະກາຣຜູກໃຈເຈັບຊົ່ວຊີວິດ ຊາຕນີ້ແລະຊາຕໜ້າ ຕໍ່ດວງວິນຍານຂອງບັນພຣະບຸຣຸດ ຜູ້ກ້າຫາຣຂອງຊາວລາວ

      ຂບວນກາຣລາວອິສຣະ ຂໍກ່າວຄໍາປະຕິຍານດ້ວຍສັຈວາຈາ ດັງນີ້ ພີ່ນ້ອງທີ່ຮັກຊາຕທັງຫລາຍ ນໍ້າຕາບໍອາດເຮັດໃຫ້້ເຮົາສລາດຂຶ້ນ ແຕ່ເຮົາຈະຕ້ອງໄດ້ອັນໃດຄືນມາ ໃນຂັ້ນສຸດທ້າຍ

   ຊາຕລາວຈະຕ້ອງປະສົບກັບໄຊຊນະສເມີ ເຮົາຕ້ອງກ້າສູ້ ເຮົາຕ້ອງກ້າຫົວຮັບພັຍທີ່ມາເຖິງຕົວເຮົາ ຊາຕລາວເປັນຊາຕທີ່ເຊື່ອໝັ້ນໃນບໍຣິວານ ພຸທທະສາສນາ ຕັ້ງຕົ້ນຢູ່ໃນຄວາມເປັນທັມ

   ຕຣອດມາ ຂບວນກາຣລາວອິສຣະ ເຊື່ອໝັ້ນສເມີວ່າ ຊາຕຂອງເຮົາຈະບໍ່ອັບຈົນເປັນອັນຂາດ ເຣື້ອງນີ້ເປັນພຽງເຣື້ອງນຶ່ງ ໃນບັນດາເຣື້ອງໃຫ່ຽທັງຫລາຍ ມີຄວາມສໍາຄັນຫລາຍກ່ວານີ້

   ຊາຕທີ່ຮັກຂອງເຮົາ ກໍາລັງພັທນາໄປສູ່ວິທີທາງທີ່ດີຂຶ້ນ ເຫຕຸນີ້ບໍ່ແມ່ນເຫຕຸຜົນຄວາມອັບຈົນຂອງເຮົາ ຈົງຫວັງເຮັດໃນເຣື້ອງຊາຕທີ່ສໍາຄັນກ່ວານີ້ ຂບວນກາຣລາວອິສຣະ ເຊື່ອໝັ້ນເຫລືອ

   ເກີນວ່າ ຊາຕລາວຂອງເຮົາມີອະນາຄົດແຈ່ມໃສ ແລະຮຸ່ງເຮືອງຢ່າງແນ່ນອນແລະໝັ້ນຄົງໃນອະນາຄົດອັນໃກ້ນີ້ ເຮົາຈົງມາຊ່ອຍກັນສ້າງຊາຕທີ່ຮັກຍິ່ງ ຂອງເຮົາຕໍ່ໄປ ພີ່ນ້ອງຊາວລາວທີ່

   ຮັກທັງຫລາຍ ວັນນີ້ເປັນວັນນຶ່ງແລະໃນວັນຂ້າງໜ້າ ເຮົາຈະຕ້ອງເອົາຊາຕລາວຄືນມາໃຫ້ຈົນໄດ້ ແລະໃຫ້ເປັນຂອງຊາຕລາວຕຣອດໄປ ນໍ້າໃຈຂອງຊາຕລາວຕ້ອງຂຶ້ນຢູ່ກັບນໍ້າໃຈປະຊາຊົນ

           ໂດຍ ລຸງ ຈ່ອຍ

         ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ໌  



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard