ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຖືກເອົາປຽບ ຍ້ອນພນັກງານພັກຣັດ
Anonymous

Date:
ຊາວບ້ານຖືກເອົາປຽບ ຍ້ອນພນັກງານພັກຣັດ
Permalink   
 


ຊາວບ້ານຖືກເອົາປຽບ ຍ້ອນພນັກງານພັກຣັດ

ເຈົ້າໜ້າທີ່ ພນັກງານ ພັກຣັດ ບາງຄົນ ປົກປ້ອງ ກຸ່ມ ບໍຣິສັດ ເອກກະຊົນ ເພື່ອຫລີກລຽງ ການເສັຽ ຄ່າຊົດເຊີຽ ໃຫ້ ປະຊາຊົນ.

ເຈົ້າໜ້າທີ່ ຜູ້ມີອໍານາດໃນການໃຫ້ ສັມປະທານ ທີ່ດິນ ຮ່ວມມື ກັບ ບໍຣິສັດ ເອກກະຊົນ ເພື່ອຫລີກລຽງ ການຈ່າຍເງິນ ຄ່າຊົດເຊີຽ ທີ່ດິນໃຫ້ ປະຊາຊົນ ເຖິງແມ່ນວ່າ ມີກົດໝາຍ ແລະ ສັນຍາບົ່ງໄວ້ ແລ້ວກໍຕາມ. ຕາມການ ເປີດເຜີຽ ຂອງເຈົ້າໜ້າທີ່ ກະຊວງ ຊັພຍາກອນ ນໍ້າ ແລະ ທັມມະຊາດ:

"ສ່ວນມາກ ເອກກະຊົນ ມັນບໍ່ທໍາຕາມ ເພາະວ່າມັນ ມີຄົນຂອງ ພາກຣັຖ ບາງຄົນ ໜູນຫລັງ ເຂົາເຈົ້າ ແຕ່ບໍ່ແມ່ນ ທັງໝົດ. ປະຊາຊົນ ມັນກໍບໍ່ ຕ່າງກັນ ບໍ່ຕ່າງກັນ ຢູ່ພື້ນທີ່ໃດ ປະຊາຊົນ ກໍເສັຽປຽບ ຢູ່ແລ້ວ ຄືສິດອໍານາດ ແທ້ໆ ບໍ່ໄດ້ຢູ່ທີ່ ປະຊາຊົນ".

ທ່ານວ່າ ເຣື້ອງ ຄ່າຊົດເຊີຽນີ້ ປະຊາຊົນ ບໍ່ຄ່ອຍໄດ້ຮັບ ຄວາມເປັນທັມ ເທົ່າໃດ ບາງ ກໍຣະນີ ບໍຣິສັດ ເອກກະຊົນ ຮ່ວມມືກັບ ເຈົ້າໜ້າທີ່ ທາງການ ໃຫ້ຄ່າຊົດເຊີຍ ປະຊາຊົນ ທີ່ ສູນເສັຽ ທີ່ດິນ ດ້ວຍການ ແຈກຢາຍ ເຂົ້າສານ 10 ຕັນ ໃຫ້ ປະຊາຊົນ ລະຫ່ວາງ 400-500 ຄົນ. ເມື່ອຄິດສະເລັ່ຽ ແລ້ວ ປະຊາຊົນ ຈະໄດ້ ເຂົ້າສານ ຄົນລະ ປະມານ 20  ກິໂລ ເທົ່ານັ້ນ ແລ້ວມັນ ຈະເປັນທັມ ໄດ້ແນວໃດ. ນອກຈາກການ ເອົາປຽບ ປະຊາຊົນ ໃນເຣື້ອງ ຄ່າຊົດເຊີຽ ແລ້ວ ທ່ານວ່າ ຍັງມີ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນັ້ນ ຮັບສິນບົນ ສໍ້ຣາສ ບັງຫລວງ ອີກ:

"ມັນກໍຕ້ອງ ມີສ່ວນກ່ຽວ ແນ່ນອນ ຜູ້ວາງ ນະໂຍບາຍ ບາງຄົນ ມັນກໍຕ້ອງ ມີສ່ວນ ແຕ່ບໍ່ໝາຍ ຄວາມວ່າ ທັງໝົດ. ມອບທີ່ດິນ ໃຫ້ຊາວບ້ານ ແຕ່ວ່າ ສ່ວນໃຫ່ຽ ທີ່ດິນ ທີ່ມອບໄປ ໄປຕົກເປັນ ກັມມະສິດ ຂອງ ນາຍທືນ".

ທ່ານເວົ້າວ່າ ການໃຊ້ອໍານາດ ເກີນຂອບເຂດ ເອົາລັດ ເອົາປຽບ ປະຊາຊົນ ນີ້ມັນມີຢູ່ ຖົມເຖໄປ ເພາະວ່າ ເຈົ້າໜ້າທີ່ ຂາດຄວາມ ຮັບຜິດຊອບ ຕໍ່ໜ້າທີ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard