ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ຂາດ ນັກວິຈັຍ ເຣື່ອງການ ປະເມີນ ຜົລກະທົບ ໃນໂຄງການ ພັທນາ ຕ່າງໆ.
Anonymous

Date:
ສປປລາວ ຂາດ ນັກວິຈັຍ ເຣື່ອງການ ປະເມີນ ຜົລກະທົບ ໃນໂຄງການ ພັທນາ ຕ່າງໆ.
Permalink   
 


ສປປລາວ ຂາດ ນັກວິຈັຍ  ເຣື່ອງການ ປະເມີນ ຜົລກະທົບ ໃນໂຄງການ ພັທນາ ຕ່າງໆ.

f-ngo-meeting

ນັກວິຊາການ ດ້ານພລັງງານ ລາວ ທ່ານນື່ງ ເວົ້າວ່າ ສປປລາວ ຍັງຂາດ ນັກວິຈັຍ ທີ່ບໍ່ຂື້ນກັບໃຜ ມີອິສຣະ ໃນການສຳຣວດ ແລະ ປະເມີນ ຜົລກະທົບ ຈາກ ໂຄງການພັທນາ ຕ່າງໆໃນລາວ ກ່ອນຈະມີການ ອະນຸຍາດ ໃຫ້ດຳເນີນ ໂຄງການ ກໍ່ສ້າງ.

ປັດຈຸບັນ ນັກວິຈັຍ ສ່ວນໃຫຍ່ ແມ່ນຖືກຈ້າງ ຈາກ ບໍຣິສັດ ຜູ້ລົງທືນ ດັ່ງນັ້ນ ການວິຈັຍຕ່າງໆ ກໍແນ່ນອນວ່າ ຈະເອື້ອເຟື້ອ ຜົລປໂຍດ ໃຫ້ນັກລົງທືນ ຫລາຍກວ່າ. ທ່ານເວົ້າວ່າ:

"ນັກວິຈັຍ ທີ່ເປັນກາງ ຫລືວ່າ ຜູ້ທີ່ເປັນ ກາງແທ້ໆ ມັນມີບໍ່ ມັນບໍ່ຄ່ອຍມີ ເພາະວ່າເຂົາຊີ່ມາ ເຂົາເອົາເງີນ ສນັບສນູນມາ ຈາກໄສ ຜູ້ລົງທືນ ເປັນຄົນຈ້າງ ແນ່ນອນ ເຂົາກໍຊີ່ບໍ່ໄປ ຫັກຫລັງ ນາຍຈ້າງເຂົາ ເຮົາຈະຫາຄົນ ທີ່ເປັນກາງ ໄດ້ແນວໃດ ແລະ ຈະເອົາແຫລ່ງທືນ ມາຈາກໄສ ມາເຮັດວິຈັຍ".

ທ່ານກ່າວ ຕໍ່ໄປວ່າ ຖ້າ ສປປລາວ ມີນັກວິຈັຍ ອິສຣະ ຈະເຮັດໃຫ້ ການສຶກສາ ຫລືສຳຣວດ ຜົລກະທົບ ໃນໂຄງການ ຕ່າງໆນັ້ນ ຫນ້າເຊື່ອຖື ຫລາຍຂື້ນ ທີ່ຜ່ານມາ ການສຶກສາ ຜົລກະທົບ ຈາກໂຄງການຕ່າງໆ ໃນລາວ ຖືກປະນາມ ຈາກອົງການ NGO ແລະ ນັກຂ່າວ ຕ່າງຊາດ ມາຕຣອດ ທີ່ວ່າບໍ່ຖືກ ປະເດັ່ນ ແລະ ບໍ່ເອີ່ຍເຖິງ ບັນຫາ ທີ່ປະຊາຊົນ ກັງວົນ ຈື່ງເຮັດໃຫ້ ໂຄງການຊັກຊ້າ ແລະ ມີການສຶກສາ ເພີ້ມຕື່ມ ດ່ັງໂຄງການ ເຂື່ອນ ໄຊຍະບູຣີ ເປັນຕົ້ນ.

ທ່ານວ່າ ຣັຖບານລາວ ຄວນອະນຸຍາດ ໃຫ້ນັກວິຈັຍ ອິສຣະ ຈາກອົງການ ທີ່ບໍ່ຂື້ນກັບ ຣັຖບານ ເຂົ້າມາ ປະຕິບັດງານ ຈະດີກວ່າ ບໍ່ດ່ັງນັ້ນ ບັນຫາດັ່ງກ່າວ ຈະເກີດຂື້ນ ເລື້ອຍໆ ແລະ ຣັຖບານ ກໍຈະຂາດ ຄວາມເຊື່ອຖື.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard