ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຢືມເງີນສ້ອມແປງ ຫົນທາງສໍາລັບ ASEM
Anonymous

Date:
ລາວຢືມເງີນສ້ອມແປງ ຫົນທາງສໍາລັບ ASEM
Permalink   
 


ລາວຢືມເງີນສ້ອມແປງ ຫົນທາງສໍາລັບ ASEM

GEDC0628d.jpg

ເຈົ້າຫນ້າທີ່ ຈາກຫ້ອງການ ພັທນາ ແລະ ບໍຣິຫານ ເຂດ ນະຄອນຫລວງ ວຽງຈັນ ເວົ້າວ່າ ຣັຖບານລາວ ໄດ້ກູ້ຢຶມເງີນຈາກຫລາຍແຫ່ງ ເພື່ອ ໃຊ້ໃນການ ປັບປຸງ ຖນົນ ຫົນທາງ ຫລາຍສາຍ ສຳລັບ ກອງປະຊຸມ ອາເຊັມ ທີ່ຈະຈັດຂື້ນ ຣະຫວ່າງ ວັນທີ 5-6 ພຶສຈິກາ ປີນີ້ ເນື່ອງຈາກວ່າ ຖນົນສາຍສຳຄັນ ຫລາຍສາຍ ບໍ່ໄດ້ມາຕຖານ ໃນການສັນຈອນ. ທ່ານກ່າວວ່າ:

"ຈຳນວນນື່ງ ກໍສ້າງມາ ດົນແລ້ວ ມັນແຕກ ມັນແຫງ ກໍຕ້ອງໄດ້ ປັບປຸງໃຫມ່ ກໍແລ້ວແຕ່ ດຸນລະພິນິຈ ຂອງຣັຖບານ ເພີ່ນທີ່ຕົກລົງ ແຕ່ເນື່ອງ ດ້ວຍວ່າວຽກ ໂຕນີ້ ມັນເປັນວຽກ ທີ່ ເລັ່ງດ່ວນ ຣັຖບານກໍໄດ້ ທຸ້ມງົປມານ ສົມຄວນ ຈາກການກູ້ຢຶມ ຈາກແຫລ່ງຕ່າງໆ ເນາະ".

ທ່ານກ່າວ ຕໍ່ໄປວ່າ ການປັບປຸງ ເສັ້ນທາງຕ່າງໆ ທີ່ຈຳເປັນໃຊ້ ສຳລັບ ກອງປະຊຸມ ອາເຊັມ ນັ້ນຕ້ອງໄດ້ ໃຊ້ເງີນເຖິງ 42 ລ້ານ 8 ແສນບາດ ໃນຈຳນວນ 7 ເສັ້ນເປັນຕົ້ນ ຄືຖນົນ ໄກສອນ ພົມວິຫານ ຖນົນ ເຈົ້າຟ້າງຸ່ມ ຖນົນຄູວຽງ ຂຸນບູຣົມ ຖນົນຫນອງບອນ ດົງປ່າລານ ແລະ ຖນົນລ້ານຊ້າງ. ທ່ານວ່າ ການກະຈ່າຍ ງົປປະມານ ກໍເປັນໄປ ຕາມຄວາມ ຕ້ອງ ການສູງ ຂອງແຕ່ລະເຂດ ຖນົນຕາມ ແຂວງອື່ນໆ ກໍມີການ ພັທນາເຊັ່ນກັນ. ທ່ານກ່າວເພີ້ມວ່າ:

"ເຮັດຄືກັນ ຕາມເງື່ອນຳ ຂອງ ແຕ່ລະແຂວງ ແຕ່ລະເມືອງ ແຕ່ໂຕສູນກາງ ແທ້ໆມັນສຸມໃສ່ ສຳລັບ ກອງປະຊຸມ ອາເຊັມ ເປັນຕົ້ນວ່າ ຖນົນເຂົ້າໄປ ສູ່ກອງປະຊຸມ ຖນົນເຂົ້າໄປ ບ່ອນພັກ ແລະ ຖນົນ ເຂົ້າໄປໂຕເມືອງ ເວລາປະຊຸມ ເວລາສັນຈອນ ບໍ່ໃຫ້ ສັບສົນເນາະ".

ທ່ານວ່າ ການພັທນາ ຖນົນຫົນທາງ ຕ່າງໆ ໃນລາວ ສ່ວນໃຫຍ່ ຈະເປັນໄປຕາມ ໂຄງການ ພັທນາເສຖກິດ ສັງຄົມ ຂອງ ຣັຖບານລາວ ແຕ່ການໃຊ້ ງົບປະມານ ໃນການ ປັບປຸງ ຖນົນເພື່ອ ກອງປະຊຸມ ອາເຊັມ ທີ່ນະຄອນຫລວງ ວຽງຈັນນີ້ ບໍ່ແມ່ນ ເພື່ອການ ພັທນາໃນລາວ ແຕ່ເປັນການ ຍົກຣະດັບ ພາບພົດ ຂອງ ສປປລາວ ໃນເວທີ ສາກົນ ຕ່າງຫາກ.



__________________
Anonymous

Date:
Permalink   
 

ເສັຽຫຍ້າຖົມຂີ້ຫມາອີກແລ້ວ,ເລີກກອງປະຊຸມຖະຫນົນກໍເພພັງອີກ.ຢືມເງິນມາແປງໃຫມ່ສວ່ນ

ນຶ່ງກໍສ້າງສ່ວນນຶ່ງກໍແບ່ງກັນກິນ.ຍອ້ນສ້າງບໍ່ໄດ້ມາຕຕາຖານມັນຈຶ່ງເພໄວ.ນີ້ແມ່ນແຜນການ

ກອບໂກຍກິນບ້ານກິນເມືອງຂອງຄມນລາວແດງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard