ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສິນຄ້າໝົດອາຍຸ ເຂົ້າມາລາວ
Anonymous

Date:
ສິນຄ້າໝົດອາຍຸ ເຂົ້າມາລາວ
Permalink   
 


ສິນຄ້າໝົດອາຍຸ ເຂົ້າມາລາວ

ພໍ່ຄ້າ ແມ່ຄ້າຈີນ ລັກນໍາເອົາ ອາຫານ ໝົດອາຍຸ ເຂົ້າມາຂາຍ ໃນແຂວງ ຜົ້ງສາລີ

ຫ້ອງການ ອາຫານ ແລະຢາ ແຂວງຜົ້ງສາລີ ເປີດເຜີຍວ່າ ໄດ້ມີ ພໍ່ຄ້າ ແມ່ຄ້າຈີນ ຈໍານວນນຶ່ງ ທີ່ໄດ້ລັກນໍາ ເອົາອາຫານ ໝົດອາຍຸ ເຂົ້າມາຂາຍ ເປັນຕົ້ນ ອາຫານກະປ໋ອງ ອາຫານແຫ້ງ ນົມຜົງ ແລະອື່ນໆ. ທີ່ຜ່ານມາ ມີປະຊາຊົນ ໄດ້ຊື້ ອາຫານ ໝົດອາຍຸ ດັ່ງກ່າວໄປກິນ ໂດຍບໍ່ຮູ້ວ່າ ການກິນ ອາຫານ ໝົດອາຍຸ ອາດເປັນ ອັນຕະລາຍ ຕໍ່ສຸຂພາບໄດ້. ເຈົ້າໜ້າທີ່ ຫ້ອງການ ອາຫານ ແລະຢາ ປະຈໍາແຂວງເວົ້າວ່າ:

"ພວກເຮົາ ເຫັນຢູ່ ອາຫານ ໝົດອາຍຸຫັ້ນ ແມ່ນເຄື່ອງ ກະປ໋ອງບໍ່ ເຄື່ອງແຫ້ງ ຈັງຊີ້ ເປັນນໍ້ານົມບໍ ເປັນປ໋ອງປາ ກະແມ່ນ ຂອງຈີນ ຂະເຈົ້າຂາຍ ໄປເນ໋າະ ປະຊາຊົນ ກໍບໍ່ມີ ຄວາມຮູ້ເຣື່ອງ ການກວດກາ ຈັ່ງຊີ້ຫັ້ນໜ໋າ ບາງເທື່ອ ຂະເຈົ້າ ຊື້ໄປແລ້ວ ຂະເຈົ້າ ກ໋ະບໍລິໂພຄ ໄປເລີຍ ເພາະວ່າ ຂະເຈົ້າບໍ່ຮູ້ເດ໋".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ທາງການ ກໍເຂັ້ມງວດ ກ່ຽວກັບເຣື່ອງນີ້ ເມື່ອພົບເຫັນ ກໍຈະຫ້າມປາມ ແລະຕັກເຕືອນ ແຕ່ກໍຍັງມີ ຫລາຍກໍຣະນີ ທີ່ມີການ ລັກນໍາເອົາ ອາຫານ ໝົດອາຍຸ ເຂົ້າມາ ໂດຍທີ່ ທາງເຈົ້າໜ້າທີ່ ຮັບຜິດຊອບ ບໍ່ຮູ້ບໍ່ເຫັນ ທີ່ຜ່ານມາ ທາງການແຂວງ ກໍບໍ່ໄດ້ຮັບ ການແຈ້ງ ຫລືຮ້ອງຮຽນ ກ່ຽວກັບ ຜູ້ໄດ້ຮັບ ຜົນກະທົບ ຈາກອາຫານ ໝົດອາຍຸ ແຕ່ກໍ ປະຕິເສດ ບໍ່ໄດ້ວ່າ ອາດເກີດຂຶ້ນ ກັບຊາວບ້ານ ໃນເຂດ ສອກຫລີກ ທີ່ບໍ່ເຂົ້າ ປິ່ນປົວ ໃນໂຮງໝໍ.

ສ່ວນປະຊາຊົນ ໂດຍທົ່ວໄປ ທີ່ຮູ້ວ່າ ມີການລັກນໍາ ເອົາອາຫານ ໝົດອາຍຸ ເຂົ້າມາຂາຍ ຊຶ່ງອາດ ເປັນອັນຕະລາຍ ຕໍ່ສຸຂພາບ ຫາກບໍລິໂພຄ ເຂົ້າໄປ ກໍບໍ່ດີໃຈ ແລະ ຊາວແຂວງ ຜົ້ງສາລີ ຜູ້ນຶ່ງເວົ້າວ່າ:

"ມັນບໍດີ ບໍ່ໄດ້ຂັ້ນ ແນວນັ້ນ ຄັນຄົ ນບໍ່ຮູ້ເຂົາ ກໍຊົມໃຊ້ ຖ້າບໍ່ມີ ບັນຫາ ເຂົາກໍຊົມໃຊ້ຕໍ່ ຄັນມີ ບັນຫາມັນ ກະຊິມີ ບັນຫາ ເຣື່ອງເກີດຂຶ້ນ ບາງຄົນ ມັນຈະບໍ່ຮູ້ ເພາະ ການສຶກສາ ຂະເຈົ້າຕໍ່າ".

ທ່ານເວົ້າ ສລຸບວ່າ ເຈົ້າໜ້າທີ່ ທາງການ ກ່ຽວຂ້ອງ ຕ້ອງໄດ້ ໃຫ້ຄວາມຮູ້ ຢ່າງກວ້າງຂວາງ ແກ່ປະຊາຊົນ ໃນການເບິ່ງ ມື້ໝົດອາຍຸ ຂອງອາຫານ ເພື່ອປ້ອງກັນ ບໍ່ໃຫ້ ພວກຂະເຈົ້າ ຊື້ມາກິນ ແລະ ຕ້ອງເພີ້ມ ການກວດກາ ເຂັ້ມງວດ ໂດຍສະເພາະ ສິນຄ້າ ຈາກຈີນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard