ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການຈັບຊາວບ້ານ ຍ້ອນຮຽກຮ້ອງສິດທີ່ດິນ
Anonymous

Date:
ທາງການຈັບຊາວບ້ານ ຍ້ອນຮຽກຮ້ອງສິດທີ່ດິນ
Permalink   
 


ທາງການຈັບຊາວບ້ານ ຍ້ອນຮຽກຮ້ອງສິດທີ່ດິນ

ທາງການລາວ ທ້ອງຖີ່ນ ຈັບຊາວບ້ານ ຢູ່ບ້ານຫຍຶກ ເມືອງທ່າແຕງ ແຂວງ ເຊກອງ ຍ້ອນຮຽກຮ້ອງ ສິດທິ ທີ່ດິນ ຂອງຂະເຈົ້າ.

ໃນອາທິດ ຜ່ານມາ ທາງການລາວ ຈັບຊາວບ້ານ ບ້ານຫຍຶກ ເມືອງທ່າແຕງ ແຂວງເຊກອງ ຈໍານວນ 7 ຄົນ ຫລັງຈາກ ພວກເຂົາເຈົ້າ ໄດ້ຮຽກຮ້ອງ ຕໍ່ທາງການ ແຂວງເຊກອງ ໃນກໍຣະນີ ທີ່ຖືກຍຶດ ເອົາທີ່ດິນ ຂອງຕົນ ໄປໃຫ້ ບໍຣິສັດ ວຽດນາມ ສໍາປະທານ ປູກຢາງພາລາ. ເຈົ້າໜ້າທີ່ ແຂວງ ໃຫ້ເຫດຜົນ ເບື້ອງຕົ້ນ ຂອງການຈັບ ຊາວບ້ານ ນັ້ນວ່າ ພວກເຂົາເຈົ້າ ເຄື່ອນໄຫວ ແບບບໍ່ເຄົາຣົບ ເຈົ້າແຂວງ ດັ່ງຜູ້ຮູ້ ເຫດການ ເວົ້າວ່າ:

"ຮຽກຮ້ອງ ສິດທິ ຂອງຂະເຈົ້າ ມາເປັນເວລາ 5 ປີ ແລ້ວນະ ແຕ່ທາງເມືອງ ທາງແຂວງ ບໍ່ໄດ້ແກ້ໄຂ ຂະເຈົ້າມາຍື່ນ ຕໍ່ສະພາ ແຫ່ງຊາດ ແລ້ວເກາະ ອັນນີ້ມັນມີ ຄໍາສັ່ງຈາກ ຣັຖບານ ກາງ ລົງໄປວ່າໃຫ້ ທາງແຂວງ ແກ້ໄຂ ບັດນີ້ ທາງແຂວງ ແລ້ວໃສ່ຂໍ້ຫາ ຊາວບ້ານວ່າ ໄປເຄື່ອນໄຫວ ໃນທາງ ທີ່ບໍ່ດີ ບໍ່ເຄົາຣົບ ເຈົ້າເມືອງ ເຈົ້າແຂວງ".

ໃນປີ 2006 ຣັຖບານ ອະນຸມັດ ໃຫ້ບໍຣິສັດ ວຽດນາມ ສໍາປະທານ ທີ່ດິນ ໃນພື້ນທີ່ ປະມານ 100 ເຮັກຕາ ເພື່ອປູກ ຢາງພາລາ ຊື່ງໄປກວມເອົາ ທີ່ດິນທໍາກິນ ຂອງ ປະຊາຊົນ ເຮັດໃຫ້ເກີດ ການຂັດແຍ່ງ ເພາະຊາວບ້ານ ຮຽກຮ້ອງເອົາ ຄ່າຊົດເຊີຍ ຂໍໃຫ້ທາງເມືອງ ທາງແຂວງ ຊ່ວຍແກ້ໄຂ ແຕ່ບໍ່ໄດ້ຜົນ ຊາວບ້ານ ຈຶ່ງໄດ້ຍື່ນ ຄໍາຮ້ອງຮຽນ ຕໍ່ສະພາ ແຫ່ງຊາດ ແລະ ສະພາ ແຫ່ງຊາດ ກໍມີຄໍາສັ່ງ ໃຫ້ທາງແຂວງ ແກ້ໄຂ ແຕ່ທາງແຂວງ ບໍ່ຍອມແກ້ໄຂ ຊໍ້າບໍ່ພໍ ຍັງຈັບຊາວບ້ານ ນໍາດ້ວຍ.

ຜູ້ຮູ້ເຫດການ ເວົ້າຕື່ມວ່າ ປັດຈຸບັນ 7 ຄົນ ນັ້ນຍັງຖືກ ຈັບຢູ່ ຊຶ່ງທີ່ຜ່ານມາ ພວກເຂົາເຈົ້າ ກໍໄດ້ຮຽກຮ້ອງ ເອົາສິດ ຂອງຕົນ ມາໂດຍຕລອດ ແຕ່ຖືກບາງກຸ່ມ ຂັດຂວາງ ແລະ ບາງຄັ້ງ ກໍຖືກ ຈັບໂດຍທາງການ ໃສ່ຂໍ້ຫາວ່າ ການກະທໍານັ້ນ ເປັນການເຄື່ອນໄຫວ ທາງສາສນາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard