ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຄ້າເດັກນ້ອຍຍິງຊາຍ ໃນ ສປປລາວ
Anonymous

Date:
ການຄ້າເດັກນ້ອຍຍິງຊາຍ ໃນ ສປປລາວ
Permalink   
 


ການຄ້າເດັກນ້ອຍຍິງຊາຍ ໃນ ສປປລາວ

f-ht-villagers

ກະຊວງ ການຕ່າງ ປະເທດ ສະຫະຣັຖ ຣາຍງານ ອີກວ່າ ຄົນລາວ ຫລາຍຄົນ ຕ້ອງຈ່າຍເງິນ 70 ດອນລ່າ ສະຫະຣັຖ ຫຼືເຖິງ 200 ດອນລ່າ ໃຫ້ນາຍໜ້າ ເພື່ອຈະໄດ້ໄປ ເຮັດວຽກ ຢູ່ໄທ. ບາດໄປແລ້ວ ຄົນລາວ ຖືກກົດຂີ່ ຂູດຮີດ ເອົາລັດ ເອົາປຽບ ຖືກບັງຄັບໃຫ້ ເຮັດວຽກໜັກ ຜູ້ຍິງຖືກຂາຍ ໄປເປັນ ໂສເພນີ ຜູ້ຊາຍ ຖືກສົ່ງໄປ ເຮັດວຽກໜັກ ຢູ່ເຮືອຫາປາ ຫລື ໃຫ້ເຮັດກໍ່ສ້າງ. ຊາວລາວ ທີ່ເປັນຊົນເຜົ່າ ສ່ວນນ້ອຍ ແຮງຖືກ ກົດຂີ່ຂົ່ມເຫັງ ເພາະພວກເຂົາ ປາກເວົ້າ ແລະ ມີປະເພນີ ວັທນະທັມ ແຕກຕ່າງ ກັບຄົນໄທ.

ໃນຣາຍງານ ໄດ້ແຈ້ງອີກວ່າ ພວກວັຍລຸ້ນ ຄົນລາວ ໄປປະເທດໄທ ຊາວພະມ້າ ຊາວຈີນ ແລະ ຊາວວຽດນາມ ກໍໃຊ້ ປະເທດລາວ ເປັນທາງຜ່ານ ໄປເຮັດວຽກ ຢູ່ປະເທດອື່ນ ຫລື ເຂົ້າມາຢູ່ ສປປລາວ ເພື່ອທຳມາ ຫາກິນ ແລະຜູ້ຍິງ ວຽດນາມ ກໍມີຢ່າງ ຫຼວງຫຼາຍ ທີ່ຫາກິນ ດ້ວຍການເປັນ ໂສເພນີ.

555000007949401.JPEG

ກະຊວງ ການຕ່າງ ປະເທດ ສະຫະຣັຖ ສເນີໃຫ້ ທາງການລາວ ໃຫ້ການ ຊ່ວຍເຫລືອ ແກ່ຜູ້ທີ່ ໄດ້ຮັບເຄາະຮ້າຍ ຈາກການ ຄ້າມະນຸດ ນັ້ນ ໃຫ້ຫລາຍຂື້ນ ແລະ ໃຫ້ລົງໂທດ ພວກ ຄ້າມະນຸດ ໜັກຂື້ນ. ໃນປີກາຍ ທາງການລາວ ມີຄວາມກ້າວໜ້າ ເລັກນ້ອຍ ໃນການປາບປາມ ການຄ້າມະນຸດ ເຊັ່ນໄດ້ ລົງໂທດ ພວກ ຄ້າມະນຸດ 37 ຄົນ ໄດ້ອອກ ກົດໝາຍ ລົງໂທດ ພວກຄ້າມະນຸດ ແຮງຂື້ນ ຄືຈະຈຳຄຸກ ແຕ່ຫ້າປີຂື້ນໄປ ຈົນເຖິງ ຈຳຄຸກ ຕລອດຊີວິດ.

ນອກເໜືອຈາກນັ້ນ ໂດຍອາສັຍ ການຊ່ວຍເຫລືອ ຈາກອົງການ ທີ່ບໍ່ຂື້ນກັບ ຣັຖບານ ທາງການລາວ ໄດ້ຈັດການ ຝຶກອົບຮົມ ຫົວ ໜ້າບ້ານ ແລະ ພະນັກງານ ໂຮງແຮມ ໃຫ້ຊ່ວຍ ປ້ອງກັນ ແລະ ປາບປາມ ການຄ້າມະນຸດ.



__________________
Anonymous

Date:
Permalink   
 

ໃນວົງການຣັຖບານມີແຕ່ຂັ້ນ ດຣ. ແຕ່ບໍ່ສາມາດແກ້ໄຂບັນຫາການຄ້າມະນຸດໄດ້, ເອົາໃບປະກາດໄປຫໍ່ປາກະເຕົາສາທ່ານເອີຍ !

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard