ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາບ້າທີ່ແຂວງຫົວພັນ
Anonymous

Date:
ຢາບ້າທີ່ແຂວງຫົວພັນ
Permalink   
 


ຢາບ້າທີ່ແຂວງຫົວພັນ

f-huaphanh

ປະຊາຊົນ ແຂວງຫົວພັນ ເປັນຫ່ວງ ວິຕົກນໍາ ຢາບ້າ ທີ່ ແພ່ຂຍາຍ ຕາມໝູ່ບ້ານ ພາຍໃນ ແຂວງ.

ການແພ່ລາມ ຂອງຢາບ້າ ໂດຍສະເພາະ ທີ່ ເມືອງຊຳໃຕ້ ຈະມີການ ເຄື່ອນຍ້າຍ ຊື້ຂາຍຢາບ້າ ກັນຢ່າງ ຫລວງຫລາຍ ເນື່ອງຈາກ ເປັນທາງຜ່ານ ໄປຍັງປະເທດ ເພື່ອນບ້ານ ດັ່ງທ່ານຜູ້ນີ້ ກ່າວວ່າ:

"ກໍຍັງມີ ຫາງສຽງ ວິພາກ ວິຈານ ຂອງ ປະຊາຊົນ ມະຫາຊົນ ວ່າມີ ປະຊາຊົນ ຈຳນວນນື່ງ ມີການ ເຄື່ອນຍ້າຍ ຢາບ້າ ຈຳນວນນື່ງ ກະຂາຍ ຂະເຈົ້າ ບໍຣິການ ຢູ່ໃນເມືອງ ຊຳໃຕ້ ມີໂອກາດ ກໍເປັນເສັ້ນທາງ ຜ່ານໄປ ວຽດນາມ".

ທ່ານກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ສະພາບການ ຍັງບໍ່ຮຸນແຮງ ປານໃດ ແຕ່ຖ້າທາງການ ກ່ຽວຂ້ອງ ຍັງບໍ່ເຂົ້າມາ ປາບປາມ ແນ່ນອນວ່າ ຕໍ່ໄປ ເມືອງຊຳໃຕ້ ແລະ ເມືອງອື່ນໆຈະມີ ບັນຫາກ່ຽວກັບ ຢາເສພຕິດ ຫລາຍຂື້ນ. ຖ້າມີຄົນ ຕິດຢາບ້າ ບັນຫາການ ປຸ້ນຈີ້ ການລັກເລັກ ຂະໂມຍນ້ອຍ ແລະ ຄວາມຫຍໍ້ທໍ້ ທາງສັງຄົມ ປະເພດຕ່າງໆ ກໍຈະຕາມມາ. ເຈົ້າຫນ້າທີ່ ຫ້ອງການ ປາບປາມ ຢາເສພຕິດ ທີ່ແຂວງ ຫົວພັນ ປະຕິເສດ ວ່າຍັງບໍ່ມີ ຫລາຍ ດັ່ງທ່ານ ກ່າວວ່າ:

"ປັດຈຸບັນນີ້ ຂ້ອນຂ້າງ ບໍ່ມີປານໃດ ມີແຕ່ ມີສ່ວນນ້ອຍໆຊື່ໆ".

ເຖິງຢ່າງໃດ ກໍຕາມ ເຈົ້າຫນ້າທີ່ ຮັບຜິດຊອບ ກ່ຽວກັບ ຢາເສບຕິດ ໃນແຂວງ ຍອມຮັບວ່າ ບັນຫາຢາບ້າ ໃນແຂວງນັ້ນ ຍັງມີຢູ່ ແຕ່ຍັງບໍ່ ເຖີງຂັ້ນ ອັນຕຣາຍ ທາງການແຂວງ ມີແຜນການ ປາບປາມ ກຸ່ມດ່ັງກ່າວ ຢູ່ແລ້ວ. ໃນເວລາ ດຽວກັນ   ກໍຕ້ອງການ ປະຊາຊົນ ເປັນຫູເປັນຕາ ໃຫ້ແກ່ ເຈົ້າຫນ້າທີ່ ຣັຖ.



__________________
Anonymous

Date:
Permalink   
 

ການຊຸກຍູ້ສົ່ງເສີມໃຫ້ປະຊາຊົນຄ້າຂາຍຢາກເສພຕິດແລະການຄ້າຜິດກົດໝາຍອື່ນໆເປັນນະໂຍບາຍນຶ່ງຂອງຣັຖບານສາທາຣະນະຣັຖປະຊາທິປະໄຕປະຊາຊົນລາວເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກຕາມເປົ້າໝາຍທີ່ໄດ້ວາງໄວ້. ມູນເຊື້ອການຄ້າເຖື່ອນ ຄ້າຢາເສພຕິດໃຫ້ໂທດແມ່ນມາຈາກອະດີດທ່ານຜູ່ນໍາຄົນໃດ໋ຫຼາຍທ່ານກໍ່ຄົງຈະຮູ້, ຖ້າບໍ່ຮູ້ກໍ່ເຂົ້າໄປຟັງພໍ່ຕູ້ອະນຸຣັກທັມແຕກດ່າເດີ. http://www.siengserixonlao.com/ANOURAK/20120621.mp3

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard