ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຕົ້ນໄມ້ມະນີໂຄດ ຄວາມເຊື່ອຖືຂອງຊາວລາວພາກໃຕ້


Guru

Status: Offline
Posts: 622
Date:
ຕົ້ນໄມ້ມະນີໂຄດ ຄວາມເຊື່ອຖືຂອງຊາວລາວພາກໃຕ້
Permalink   
 


ຕົ້ນໄມ້ມະນີໂຄດ ຄວາມເຊື່ອຖືຂອງຊາວລາວພາກໃຕ້

images?q=tbn:ANd9GcTtvaYzjLY63zYwY4CCGkKfupncm0dxRFjGT76IP_v86_FD35m00w

 

  ພາ­ລະ­ກິດ​ການ​ນຳ​ຕົ້ນ​ມະນີ​ໂຄດ​ທີ່​ເຊື່ອ​ວ່າ​ເປັນ​ຕົ້ມ​ໄມ້​ສັກສິດ​ຫລາຍ​ ພັນ​ປີ​ຂຶ້ນ​ຮັກ­ສາ​ຂອງເຈົ້າ​ຫນ້າ­ທີ່​ທ່າມ­ກາງ​ປະ­ຊາ­ຊົນຫລາຍ​ກວ່າ 10 ພັນ​ຄົນ​ແຫ່​ເປັນກຳ­ລັງ​ໃຈ​ຍັງ​ບໍ່​ສຳ­ເລັດ, ຄະ­ນະ ຮັບ­ຜິດ­ຊອບ​ຊີ້​ສະ­ພາບ​ອາ­ກາດບໍ່​ອຳ­ນວຍ​ທັງ​ມີ​ຄວາມ​ສ່ຽງ​ສູງ ຈິ່ງ​ເລື່ອນ​ພາ­ລະ­ກິດ​ໄປ​ແລ້ງ​ປີຫນ້າ ແຕ່​ປະ­ຊາ­ຊົນ​ບາງ​ຄົນ​ເຊື່ອ​ເຈົ້າ​ທີ່​ບໍ່​ມີ​ຕົວ​ຕົນ​ຍັງ​ບໍ່​ອະ­ນຸ­ຍາດ.

   ເລີ່ມ​ແຕ່​ເວ­ລາ​ປະ­ມານ 6:00 ໂມງ ຂອງ​ວັນ​ທີ 19 ມິ­ຖຸ­ນາ 2012 ເຮືອ­ບິນ 2 ລຳຂອງ​ຄະ­ນະ​ກຳ­ມະ­ການ​ກອບ​ກູ້ຕົ້ນ­ໄມ້​ມະ­ນີ​ໂຄດ​ໄດ້​ເລີ່ມ​ອອກຈາກ​ສະ­ຫນາມ ​ບິນ​ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ມຸ່ງ​ຫນ້າ​ໄປເມືອງ​ໂຂງ ເພື່ອ​ປະ­ຕິ­ບັດ​ພາ­ລະກິດ, ໃຊ້​ເວ­ລາ 40 ນາ­ທີ​ກໍ່​ເຖິງ ຈຸດ­ຫມາຍໂດຍ​ໄດ້​ຮັບ​ການ​ຕ້ອນ ຮັບ ແລະ ຂວັນ​ກຳ­ລັງ​ໃຈ​ຈາກ​ອຳນາດ​ການ​ປົກ­ຄອງ​ເມືອງ, ບ້ານ ແລະ ພໍ່​ແມ່​ປະ­ຊາ­ຊົນ​ຈຳ­ນວນຫລາຍ 10 ພັນ​ຄົນ ແຕ່​ກ່ອນ​ຈະນຳ​ເຮືອ­ບິນ ແລະ ຜູ້​ສະ­ຫມັກ​ລົງສູ່​ຈຸດ­ຫມາຍ ທາງ​ຄະ­ນະ​ກຳມະ​ການ ແລະ ອຳ­ນາດ​ການ​ປົກຄອງ​ເມືອງ​ໂຂງ​ກໍ່​ເຂົ້າ​ສູ່​ພິ­ທີ­ກຳທາງ​ສາ­ສະ­ຫນາ ແລະ ຮີດ­ຄອງປະ­ເພ­ນີ​ກ່ອນ​ເຂົ້າ​ສູ່​ການ​ປະ­ຕິ ບັດ​ງານ​ຕົວ​ຈິງ, ເຊິ່ງ​ເຮືອ­ບິນ​ແຮ ລີ​ຄອບ​ເຕີ​ລຳ​ໃຫຍ່​ຮຸ່ນໃບ​ພັດ 2 ຊັ້ນ​ໄດ້​ບິນ​ອອກ​ສູ່​ກາງ​ນ້ຳ​ເພື່ອນຳ​ເຈົ້າ​ຫນ້າ­ທີ່​ລົງ​ສູ່​ຈຸດ­ຫມາຍ ແຕ່​ກໍ່​ບໍ່​ສາ­ມາດ​ຢ່ອນ​ຕົວ​ລົງ­ພື້ນໄດ້, ຈິ່ງ​ຈຳ­ເປັນ​ຕ້ອງ​ນຳ​ເຮືອ­ບິນກັບ​ຄືນ ເພື່ອ​ເຂົ້າ​ມາ​ປຶກ­ສາ​ຫາ­ລື ແລະ ຊອກ​ວິ­ທີ​ທາງ​ໃຫມ່.

snapshot_11.jpg

   ຈົນ​ຮອດ​ເວ­ລາ​ປະ­ມານ    13: 00 ໂມງ​ທາງ​ຄະ­ນະ​ກຳ​ມະການ ແລະ ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງຈິ່ງ​ໄດ້​ຕັດ­ສິນ​ໃຈ​ນຳ​ຍົນ​ບິນ​ສູ່​ຈຸດດັ່ງ­ກ່າວ​ ອີກ​ຄັ້ງ​ໃຫມ່ ແລະ ສາມາດ​ຢ່ອນ​ຕົວ​ເຈົ້າ​ຫນ້າ­ທີ່ 2 ສະຫາຍ​ລົງ​ສູ່​ພື້ນ​ຈຸດ​ທີ່​ຕົ້ນ­ໄມ້​ມະ­ນີ ໂຄດ​ລົ້ມ​ຢູ່ ເຊິ່ງ​ຕາມ​ສັງ­ເກດ​ເບິ່ງຜູ້​ກ້າ­ຫານ​ທັງ​ສອງ​ສະ­ຫາຍ​ເຫັນວ່າ​ໄດ້​ມີ​ຄວາມ​ ພະ­ຍາ­ຍາມ​ຕີ​ລາຕົ້ນ­ໄມ້​ມະ​ນິ­ໂຄດ​ທີ່​ລົ້ມ​ຈົມ​ລົງ​ນ້ຳເຫລືອ​ໄວ້​ໃຫ້​ເຫັນ ​ພຽງ​ແຕ່​ເຫງົ້າເທົ່າ​ນັ້ນ ກ່ອນ​ຈະ​ໄດ້​ຮັບ​ຄຳ​ສັ່ງໃຫ້​ມັດ​ໄວ້​ເທົ່າ​ນັ້ນ, ທ່າມ­ກາງຄວາມ​ຜິດ​ຫວັງ​ຂອງ​ປະ­ຊາ­ຊົນ​ທີ່ຢາກ​ເຫັນ​ຕົ້ນ­ໄມ້​ມະ­ນີ​ໂຄດ​ ຕ່າງກໍ່​ໃຫ້​ກຳ­ລັງ​ໃຈ ແລະ ພາ­ວະ­ນາ​ໃຫ້​ເຈົ້າ​ໜ້າ­ທີ່​ປະ­ຕິ­ບັດ​ງານ​ຢ່າງປອດ​ໄພ.

snapshot_14.jpg

   ທ່ານ ຄຳ​ສູ້ ຈັນ­ທະ​ວິ­ລາດ ຕາງ­ຫນ້າ​ຄະ­ນະ​ກຳ­ມະ­ການ​ເກັບກູ້​ຕົ້ນ​ມະ­ນີ​ໂຄດ​ໃນ​ຄັ້ງ​ນີ້​ໄດ້​ເປີດເຜີຍ ​ຕໍ່​ທີມ​ຂ່າວ​ຂອງ​ຫນັງ­ສື­ພິມເສດ­ຖະ­ກິດ-ສັງ­ຄົມ​ວ່າ: ຜ່ານການ​ສະ­ເຫນີ​ຂອງ​ປະ­ຊາ­ຊົນ ແລະ ອຳ­ນາດ​ການ​ປົກ­ຄອງ​ທ້ອງຖິ່ນ ແລະ ດ້ວຍ​ຄວາມ​ເຫັນ​ດີຈາກ​ຄະ­ນະ​ພັກ​ແຂວງ ແລະ ໄດ້ຮັບ​ອະ­ນຸ­ຍາດ​ຈາກ​ລັດ­ຖະ­ບານ, ໃນ​ການ​ກອບ​ກູ້​ຕົ້ນ­ໄມ້​ມະ­ນີ​ໂຄດຂຶ້ນ​ຈາກ​ນ້ຳ​ທີ່​ລົ້ມ​ໄປ​ ເມື່ອ​ວັນ​ທີ 9 ມີ­ນາ 2012 ຜ່ານ​ມາ​ທີ່​ນ້ຳ­ຕົກຕາດ​ຄອນ​ພະ​ເພັງ ເພື່ອ​ນຳ​ຂຶ້ນມາ​ຮັກ­ສາ​ໄວ້​ຢູ່​ສະ­ຖານ­ທີ່​ປອດໄພ, ດັ່ງ­ນັ້ນ; ມາ​ໃນ​ວັນ​ທີ 19 ມິ­ຖຸ­ນາ 2012 ຈິ່ງ​ໄດ້​ລົງ­ມື​ປະ­ຕິບັດ​ຕົວ​ຈິງ ແຕ່​ຈາກ​ການ​ປະ­ຕິບັດ​ງານ​ຂອງ​ເຈົ້າ​ຫນ້າ­ທີ່​ກອງທັບ​ກໍ່​ບໍ່​​ສາ­ມາດ​ນຳ​ ຕົ້ນ­ໄມ້​ດັ່ງກ່າວ​ຂຶ້ນ​ມາ​ໄດ້.

   ທ່ານ ຄຳ​ສູ້ ຈັນ­ທະ​ວິ­ລາດ ກ່າວ​ຕື່ມ​ວ່າ: ສາ­ເຫດ​ທີ່​ບໍ່​ສາ­ມາດນ້ຳ​ຕົ້ນ​ມະ­ນີ​ໂຄດ​ຂຶ້ນ​ມາ​ໄດ້ ເນື່ອງຈາ​ກວ່າ​ຈຸດ​ດັ່ງ­ກ່າວ​ມີ​ກະ­ແສ­ນ້ຳທີ່​ໄຫລ​ແຮງ ພ້ອມ​ມີ​ຫມອກ​ຫນາເຮັດ​ໃຫ້​ຍົນ​ບໍ່​ສາ­ມາດ​ບິນ​ລົງ​ຕ່ຳໄດ້ ລວມ​ທັງ​ການ​ສັງ­ເກດ​ຕີ​ລາຄາ​ຂະ­ຫນາດ​ຄວາມ​ໃຫຍ່, ຍາວ ແລະ ນ້ຳ­ຫນັກ​ຂອງ​ຕົ້ນ­ໄມ້​ມະນີ​ໂຄດ ດັ່ງ­ນັ້ນ, ຈິ່ງ​ມີ​

snapshot_015.jpg

ຄວາມສ່ຽງ​ສູງ​ທີ່​ຈະ​ດຶງ​ຂຶ້ນ​ຈຳ​ຕ້ອງ​ໄດ້ມັດ​ໄວ້​ກ່ອນ​ຮອດ​ ລະ­ດູ­ແລ້ງ​ປະມານ​ເດືອນ​ກຸມ­ພາ​ຫາ ເດືອນ​ມີນາ 2013 ຈິ່ງ​ຈັດ​ຕັ້ງ​ປະ­ຕິ­ບັດພາ­ລະ­ກິດ​ຄັ້ງ​ໃຫມ່.

   ສ່ວນ​ທ່ານ ພັອ ພັນ­ທະ​ມິດ ວໍ­ລະ​ວຸດ ຫົວ­ຫນ້າ​ກົມ​ທະ­ຫານ ອາ­ກາດ​ກະ­ຊວງ​ປ້ອງ​ກັນ​ປະເທດ​ກ່າວ​ວ່າ: ຜ່ານ​ການ​ປະ­ຕິ­ບັດຕົວ​ຈິງ​ໃນ​ການ​ກອບ​ກູ້​ຕົ້ນ­ໄມ້​ມະນີ​ໂຄດ​ໃນ​ເທື່ອ​ນີ້​ ເຫັນ​ວ່າ​ມີ​ຄວາມຫຍຸ້ງ­ຍາກ​ໃນ​ເບື້ອງ​ຕົ້ນ, ເນື່ອງຈາກ​ສະ­ພາບ​ອາ­ກາດ​ບໍ່​ອຳ­ນວຍເຮັດ​ໃຫ້­ການ​ປະ­ຕິ­ບັດ​ວຽກ​ບໍ່​ໄດ້​ຕາມ ​ຄາດ­ຫມາຍ.

   ຢ່າງ­ໃດ​ກໍ່​ຕາມ​ ຍ້ອນ​ຄວາມພະ­ຍາ­ຍາມ ແລະ ຄວາມ​ເອົາ­ໃຈໃສ່​ຂອງ​ທຸກ​ພາກ­ສ່ວນ​ທີ່​ໄດ້​ປຶກສາ​ຫາ­ລື​ຮ່ວມ​ກັນ ແລະ ຕັດ­ສິນໃຈ​ປະ­ຕິ­ບັດ​ພາ­ລະ­ກິດ​ອອກ​ຄັ້ງ​ໃຫມ່​ຈົນ​ສຳ­ເລັດ​ໃນ​ລະ­ດັບ​ຫນຶ່ງ ເຖິງ​ວ່າ​ຈະ​ບໍ່​ສາ­ມາດ​ນຳ​ຕົ້ນ­ໄມ້ມະ­ນີ​ໂຄດ​ຂື້ນ​ມາ​ໄດ້ ແຕ່​ກໍ່​ໄດ້​ມັດ​ໄວ້​ເປັນ​ຢ່າງ​ດີ​ມີ​ຄວາມ​ປອດ​ໄພ.

   ທ່ານ​ກ່າວ​ຕື່ມ​ວ່າ: ຕາມ​ການລາຍ​ງານ​ຂອງ​ອ້າຍ​ນ້ອງ​ທີ່​ລົງໄປ​ປະ­ຕິ­ບັດ​ງານ​ໃຫ້​ຮູ້​ວ່າ: ຕົ້ນ­ໄມ້ມະ­ນີ​ໂຄດ​ຄາດ​ວ່າ​ອາດ​ມີ​ຄວາມຍາວ​ປະ­ມານ 20 ແມັດ, ຄວາມໃຫຍ່​ຂອງ​ລຳ​ໄມ້ 2 ແມັດ​ກວ່າ ແລະ ຫນັກ​ປະ­ມານ​ເກືອບ 3  ໂຕນ, ເຊິ່ງ​ນ້ຳ­ຫນັກ​ດັ່ງ­ກ່າວ​ຄິດວ່າ​ຍົນ​ລຳ​ນີ້​ສາ­ມາດ​ດຶງ​ຂຶ້ນ​ມາໄດ້​ໃນ​ ລະ­ດູ­ແລ້ງ.

   ສ່ວນ​ທາງ​ດ້ານ​ຂອງ​ຜູ້​ກ້າ ຫານ​ທັງ​ສອງ​ສະ­ຫາຍ​ຄື: ສະຫາຍ ເລ​ວັນ ບົວ​ລາ​ວັນ ແລະ ສະຫາຍ ລຳ​ພັນ ລື​ລຳ​ເພັດ ເຈົ້າ​ຫນ້າທີ່​ຈາກ​ກະ­ຊວງ​ປ້ອງ​ກັນ​ປະ­ເທດປະ­ຈຳ​ກອງ­ທັບ 233 ໄດ້​ກາຍເປັນ​ຂັວນ​ໃຈ​ຂອງ​ປະ­ຊາ­ຊົນ​ທີ່ເປັນ​ຜູ້​ມີ​ຄວາມ​ກ້າ­ຫານ ແລະ ເປັນ​ຄົນ​ທຳ​ອິດ​ທີ່​ໄດ້​ເຂົ້າ​ໄປ​ໃກ້ຕົ້ນ­ໄມ້​ມະ­ນີ​ໂຄດ​ກ່ອນ​ຄົນ​ອື່ນໆໃນ​ ທົ່ວ​ປະ­ເທດ.

   ການ​ປະ­ຕິ­ບັດ​ພາ­ລະ­ກິດ​ໃນເທື່ອ​ນີ້​ເຖິງ​ຈະ​ບໍ່​ສຳ­ເລັດ​ຕາມ​ເປົ້າຫມາຍ​ ທີ່​ປະ­ຊາ­ຊົນ​ຄອງ​ຄອຍ​ກໍ່ຕາມ ແຕ່​ກໍ່​ຫນ້າ​ຍົກ­ຍ້ອງ​ໃນຄວາມ​ກ້າ­ຫານ​ຂອງ​ເຈົ້າ​ຫນ້າທຸກ​ທ່ານ​ຈົນ​ສາ­ມາດ​ ນຳ​ຕົນ​ກັບຄືນ​ມາ​ຝັ່ງ​ໄດ້​ຢ່າງ​ປອດ​ໄພ ຂະນະ​ທີ່​ປະ­ຊາ­ຊົນ​ຫລາຍ​ຄົນ​ເຊື່ອຕາມ​ການ​ທ້ວງ​ຂອງ​ຫລັກ​ບ້ານ​ທີ່​ ປະ­ຊາ­ຊົນ​ເຂດ​ດັ່ງ­ກ່າວ​ໃຫ້­ການ ເຊື່ອ​ຖື​ວ່າ​ຍ້ອນ​ສິ່ງ​ສັກ­ສິດ​ທີ່​ຄຸ້ມຄອງ​ຍັງ​ບໍ່​ທັນ​ອະ­ນຸ­ຍາດ​ໃຫ້​ນຳ ຕົ້ນ​ມະ­ນີ​ໂຄດ​ທີ່​ເປັນ​ມິ່ງ­ຂວັນຫລາຍ​ພັນ​ປີ​ຂຶ້ນ​ຈາກ​ເຂດ​ດັ່ງ ກ່າວ​ເທື່ອ (ນີ້​ກໍ່​ເປັນ​ພຽງ​ຄວາມເຊື່ອ​ສ່ວນ​ບຸກ­ຄົນ).

   ຕົ້ນ­ໄມ້​ມະ­ນີ​ໂຄດ​ຕາມ​ການບອກ­ເລົ່າ​ຕໍ່​ກັນ​ມາ​ຂອງ​ເຖົ້າ​ ແກ່ຫລາຍ­ເຊັ່ນ­ຄົນ​ວ່າ​ເກີດ​ມາ​ໄດ້ຫລາຍ​ພັນ​ປີ​ແລ້ວ ພ້ອມ​ເປັນ­ຕົ້ນໄມ້​ທີ່​ສັກ­ສິດ​ເປັນ​ມິ່ງ​ບ້ານ​ຂວັນ ເມືອງ​ຂອງ​ຊາວ​ລາວ ກໍ່​ຄື​ຊາວ ເມືອງ​ໂຂງ ແຕ່​ມາ​ເຖິງ​ປະ­ຈຸ​ບັນ ນີ້​ກໍ່​ຍັງ​ບໍ່​ມີ​ນັກ­ວິ­ທະ­ຍາ­ສາດ​ຄົນໃດ​ຢັ້ງ­ຢືນ​ໄດ້​ເຖິງ​ອາ­ຍຸ ແລະ ຄວາມ​ຊັດ​ເຈນ​ຂອງ​ຕົ້ນ­ໄມ້​ດັ່ງກ່າວ​ເທື່ອ.



__________________
Anonymous

Date:
RE: ຕົ້ນໄມ້ມະນີໂຄດ ຄວາມເຊື່ອຖືຂອງຊາວລາວພາກໃຕ້
Permalink   
 


ພັກລັດ ສວຍໂອກາດ ຫາກິນ ນຳຕົ້ນໄມ້ ມະນິໂຄດ

ມີປະຊາຊົນຫລວງຫລາຍ ມາບູຊາເອົາ ງ່າກິ່ງ ຂອງ

ຕົ້ນໄມ້ມະນີໂຄດ ຈະຂາຍກັນເປັນ ລ້ານໆ,ກີບ

ຂື້ນຢູ່ວ່າ ໃຜຈະເອົາ ງ່ານອ້ຍຫລືງ່າໃຫ່ຍ ຂາຍກັນແບບເທນ້ຳເທທ່າ ເລີຍ,!!!!!!!



__________________
Anonymous

Date:
Permalink   
 

ເພິ່ນໄດ້ເກັບເງິນນໍາຄົນທີ່ໄປໃຫ້ກໍາລັງໃຈທະຫານກ້າບໍ?

__________________
Anonymous

Date:
Permalink   
 

confuseເປັນຕົ້ນໄມ້ທີ່ມະຫັດສະຈັນ ແລະ ເປັນ ຫຍັງໃນເມື່ອຕົ້ນລົ້ມເພີ່ນຄືບໍ່ເຮັດບ່ອນໄວ້ທີ່ປາກເຊ ເພື່ອເປັນຈຸດດື່ງດູດນັກທ່ອງທ່ຽວທີ່ຕ້ອງການຢາກຈະເຫັນ!



__________________
Anonymous

Date:
Permalink   
 

ຜູ້ໃດທີ່ຄິດເຫັນແຕ່ຜົນປະໂຫຍດຂອງຕົວເອງ;ຄິດຈະເອົາໄປຄອບຄອງຜູ້ນັ້ນແມ່ນບໍ່ຄິດເຫັນຮຸ໊ນລູກລານທີ່ເຂົາຈະໄດ້ເຫັນຕົ້ນໄມ້ມະນີໂຄດອີກໃນເມື່ອຜູ້ໃດກໍຄິດທີ່ຈະຄອບຄອງ  ອັນຄົນທີ່ຄິດຈະຂາຍກະຈັ໊ງແມ່ນຂີ້ໂລບ !!!nononoevileye



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard