ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແຂວງບໍ່ແກ້ວ ປະສົບ ບັນຫາ ຂາດແຄນ ພື້ນທີ່ ກາຣປູກຝັງ
Anonymous

Date:
ແຂວງບໍ່ແກ້ວ ປະສົບ ບັນຫາ ຂາດແຄນ ພື້ນທີ່ ກາຣປູກຝັງ
Permalink   
 


ແຂວງບໍ່ແກ້ວ ປະສົບ ບັນຫາ ຂາດແຄນ ພື້ນທີ່ ກາຣປູກຝັງ

ກຸ່ມສົ່ງເສີມ ກາຣຜລິຕ ປູກຝັງ ແລະລ້ຽງສັຕ ຢູ່ແຂວງບໍ່ແກ້ວ ກໍາລັງ ມີບັນຫາ ເຣື່ອງພື້ນທີ່ ສຳຫລັບ ໂຄງກາຣ ປູກໝາກສາລີ ທີ່ມີໜ້ອຍລົງ ເພາະພື້ນທີ່ ສ່ວນຫລາຍ ໄດ້ໃຊ້ ໃນປູກກ້ວຍ ເກືອບໝົດແລ້ວ ຊື່ງບໍຣິສັທ ຕ່າງປະເທສ ເຂົ້າໄປປູກກ້ວຍ ຫລາຍກວ່າເກົ່າ ເລີ້ມແຕ່ທ້າຍ ປີ 2010 ເປັນຕົ້ນມາ ຈຶ່ງເຮັດໃຫ້ ກາຣປູກສາລີ ຂອງ ປະຊາຊົນ ນັ້ນມີບັນຫາ.

ສະເພາະ ໃນປີ 2011 ມີບໍຣິສັທ ຕ່າງປະເທສ ໄປລົງທຶນ ປູກກ້ວຍ ບໍ່ຕໍ່າກວ່າ 9 ບໍຣິສັທ ໃນພື້ນທີ່ກວ່າ 1,000 ເຮັກຕ໊າ ທີ່ຮວມເປັນ ມູລຄ່າ ບໍ່ຕໍ່າກວ່າ 8 ລ້ານດອລລາຣ໌ ສະຫະຣັຖ ແລະ ກໍຍັງມີ ຫລາຍໆບໍຣິສັທ ໃນ ຕ່າງປະເທສ ທີ່ສົນໃຈ ຈະໄປລົງທຶນ ໃນໂຄງກາຣ ປູກກ້ວຍ ດັ່ງກ່າວນີ້.

ຍານາງ ປິ່ນແກ້ວ ແກ້ວມະນີ ປະທານ ກຸ່ມສົ່ງເສີມ ກາຣຜລິຕ ປູກຝັງ ແລະລ້ຽງສັຕ ໄດ້ແຈ້ງຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ວ່າໃນ ປັຈຈຸບັນນີ້ ມີສະມາຊິກ ທັງໝົດ ປະມານ 300 ຄອບຄົວ ແລະ ມີເນື້ອທີ່ ກາຣປູກສາລີ ແລະ ກາຣຜລິຕ ປະມານ 800 ເຮັກຕ໊າ ແລະ ເນື້ອທີ່ ປູກສາລີ ກໍຫລຸດລົງ ເຫລືອພຽງ ປະມານ 30% ເທົ່ານັ້ນ ແລະ ສ່ວນທີ່ເຫລືອ 70% ແມ່ນໄດ້ໃຫ້ ນັກລົງທຶນ ຊາວຕ່າງຊາຕ ເຊົ່າໄປປູກ ພືຊອື່ນ ທົດແທນ ກາຣປູກສາລີ.

ຍານາງ ປິ່ນແກ້ວ ໄດ້ກ່າວເນັ້ນວ່າ ໃນເມື່ອຫາກ ມີກາຣຫັນ ປ່ຽນໄປ ປູກພືຊອື່ນ ຫລາຍຂຶ້ນນັ້ນ ເປັນກາຣສົ່ງຜົລ ກະທົບ ຕໍ່ກຸ່ມ ຂອງພວກຕົນ ທີ່ຍັງມີກາຣ ປູກສາລີ ຕາມແຜນກາຣ ພັທນາ ຂອງຣັຖບາລ ໄດ້ວາງອອກ ໃນເມື່ອກ່ອນນັ້ນ ດຽວນີ້ເກີດມີ ບັນຫາ ຍ້ອນບໍ່ສາມາຕ ຊໍາຣະໜີ້ສິນ ທີ່ໄດ້ກູ້ຢືມ ຈາກ ທະນາຄາຣ ເພື່ອມາລົງທຶນ ສຳຫລັບ ກາຣຜລິຕນັ້ນ.

ຈຶ່ງຢາກຮ້ອງຂໍ ໄປຍັງພາຄຣັຖ ເພື່ອ ພິຈາຣະນາ ໃຫ້ຄວາມ ຊ່ວຍເຫລືອ ແກ່ກຸ່ມຊຸມຊົນ ຂອງພວກຕົນ ທີ່ໄດ້ລົງທຶນ ລົງແຮງ ປຸກສາລີ ນັ້ນດ້ວຍ.



__________________
Anonymous

Date:
RE: ແຂວງບໍ່ແກ້ວ ປະສົບ ບັນຫາ ຂາດແຄນ ພື້ນທີ່ ກາຣປູກຝັງ
Permalink   
 


ປູກກວ້ຍຂາຍໃຫ້ຈີນຫລືຂາຍໃຫ້ປະເທດໃດ? ຕາມທີ່ຮູ້, ໄທເປັນຜູ່ຮັບເໝົາຊື້ສາລີໃນຮູບແບບ 2 ບວກ 2. ໝາຍຄວາມວ່າ ປະຊາຊົນເປັນເນື້ອທີ່ດິນແລະແຮງງານ ສ່ວນນາຍທຶນໄທເປັນຜູ່ຊ່ອຍທາງດ້ານເທັກນິກແລະການຕະລາດ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard