ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວຕຣຽມພ້ອມ ຕ້ອນຮັບອາເຊັມ
Anonymous

Date:
ສປປລາວຕຣຽມພ້ອມ ຕ້ອນຮັບອາເຊັມ
Permalink   
 


ສປປລາວຕຣຽມພ້ອມ ຕ້ອນຮັບອາເຊັມ

f-vientiane-scenic

ທາງການລາວ ເລັ່ງຈັດແຈງ ຣະບຽບ ໃນ ນະຄອນຫລວງ ວຽງຈັນ ໃຫ້ເຂົ້າຮູປ ເຂົ້າຮອຍ ແລະ ແກ້ໄຂສີ່ງ ທີ່ ບໍ່ຈົບງາມ ໃນຕົວເມືອງ ເພື່ອ ຕ້ອນຮັບ ບັນດາ ບຸກຄົນສໍາຄັນ ຈາກ ຕ່າງປະເທດ ໃນຖານະ ທີ່ສປປລາວ ໄດ້ຮັບກຽດ ໃຫ້ເປັນ ເຈົ້າພາບ ກອງປະຊຸມ ສຸດຍອດ ອາເຊັມ ໃນ ເດືອນ ພຶສຈິກາ 2012.

ທາງການລາວ ພຍາຍາມ ເລັງສຸມໃສ່ ແກ້ໄຂ 7 ບັນຫາ ຫລັກ ຄື ຢາເສພຕິດ ການປຸ້ນຈີ້ ຊິງຊັພ ບັນຫາ ການຄຸ້ມຄອງ ສະຖານທີ່ ບັນເທິງ ພວກນັກເລງ ອັນຕະພານ ກຸ່ມການເມືອງ ພວກບ້າໃບ້ ເສັຽຈິດ ແລະ ຄົນຂໍທານ ຕາມສະຖານທີ່ ຕ່າງໆ. ຕາມກະແສຂ່າວ ຈາກ ນະຄອນຫລວງ ວຽງຈັນ.

ໃນທີ່ປະຊຸມ ເປີດຂະບວນ ຕ້ອນຮັບ ກອງປະຊຸມ ອາເຊັມຄັ້ງ ທີ 9 ເມື່ອມໍ່ໆມານີ້ ທ່ານ ສຸກັນ ມະຫາລາດ ເຈົ້າຄອງ ນະຄອນຫລວງ ວຽງຈັນ ໄດ້ຣາຍງານວ່າ ຫລາຍບັນຫາ ທີ່ຍັງ ຄ້າງຄາ ແລະ ຕ້ອງໄດ້ແກ້ໄຂ ຢ່າງຮີບດ່ວນ ແມ່ນການ ຈັດຣະບຽບ ແລະ ສຸມໃສ່ການ ແກ້ໄຂ ບັນຫາສັງຄົມ ເພື່ອຮັບປະກັນ ຄວາມສງົບ ແລະ ຄວາມເປັນຣະບຽບ ຮຽບຮ້ອຍ ໃນ ສັງຄົມ. ໃນນັ້ນ ໄດ້ອອກຄໍາສັ່ງ ໃຫ້ຄຸ້ມຄອງ ຄວາມສງົບ ແລະ ຄວາມເປັນ ຣະບຽບຮຽບຮ້ອຍ ໃນໂຕເມືອງ ໂດຍໄດ້ເຮັດ ສັນຍາ ຄວາມສງົບ ຄອບຄົວ ໄດ້ສຶກສາ ອົບຮົມ ໃຫ້ຮ້ານ ບັນເທິງ ດໍາເນີນ ທຸຣະກິດ ຕາມກົດໝາຍ ເປີດຮອດ 11 ໂມງ 30 ນາທີ ຕອນກາງຄືນ. ປັບປຸງສູນ ຄຸ້ມຄອງ ປີ່ນປົວ ຄົນຕິດ ຢາເສພຕິດ ຄົນບ້າເສັຽຈິດ ຈັດສັນບ່ອນຄົນ ຂໍທານ ຢູ່ ສູນສົມສະງ່າ ຈັດຕັ້ງ ໜ່ວຍງານຄຸ້ມຄອງ ແລະ ເລີກຮື້ ກຸ່ມຄົນບໍ່ດີ ຕາມສະຖານທີ່ ຕ່າງໆ ທີ່ເປັນຄວາມສ່ຽງ ແລະ ອັນຕຣາຍ ຕໍ່ສັງຄົມ.

ທ່ານ ສຸກັນ ວ່າ ການແກ້ໄຂ ບັນຫາຕ່າງໆ ນັ້ນ ກ່ຽວພັນ ກັບການແກ້ໄຂ ບັນຫາ ການຈະລາຈອນ ພົວພັນ ກັບການ ປະດັບປະດາ ແລະ ບູຣະນະ ປັບປຸງຫົນທາງ ສາຍຫລັກ ນ້ອຍ ໃຫຍ່ ທີ່ ເປ່ເພ ໂດຍສະເພາະ 7 ເສັ້ນທາງ ຄື ຖນົນຟ້າງຸ່ມ ເສັ້ນທາງແຄມຂອງ ຄູວຽງ ຂຸນບູລົມ ໜອງບອນ ດົງປ່າລານ ລ້ານຊ້າງ ແລະ ໄກສອນ ພົມວິຫານ ເປັນຕົ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard