ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສສຊ ຫລາຍ​ທ່ານ​ຍົກ​ຫລາຍ​ປະເດັນ​ເພື່ອ​ໃຫ້​ລັດ­ຖະ­ບານ​ປັບ­ປຸງແລະແກ້ໄຂ
Anonymous

Date:
ສສຊ ຫລາຍ​ທ່ານ​ຍົກ​ຫລາຍ​ປະເດັນ​ເພື່ອ​ໃຫ້​ລັດ­ຖະ­ບານ​ປັບ­ປຸງແລະແກ້ໄຂ
Permalink   
 


ສສຊ ຫລາຍ​ທ່ານ​ຍົກ​ຫລາຍ​ປະເດັນ​ເພື່ອ​ໃຫ້​ລັດ­ຖະ­ບານ​ປັບ­ປຸງແລະແກ້ໄຂ

​ກອງ​ປະ­ຊຸມ​ໃນ ວັນ​ທີ 22 ມິ­ຖຸ­ນາ 2012 ພາຍໃຕ້​ການ​ເປັນ​ປະ­ທານ​ຂອງ ທ່ານ ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະພາ​ແຫ່ງ​ຊາດ.

ສສຊ ຫລາຍ​ທ່ານ​ຍົກ​ຫລາຍ​ປະເດັນ​ເພື່ອ​ໃຫ້​ລັດ­ຖະ­ບານ​ປັບ­ປຸງ ແລະ ເຂັ້ມ​ງວດ​ຕໍ່​ການ​ຈັດ​ເກັບລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ລວມ ເຖິງ​ດ້ານ​ລາຍ​ຈ່າຍ.

   ໂດຍ​ທ່ານ ວອນ​ຄຳ ເພັດ​ທະວົງ ສສຊ ປະ­ຈຳ​ເຂດ​ເລືອກ​ຕັ້ງ 3 ແຂວງ​ຫລວງ​ນ້ຳ​ທາ​ສະ­ເຫນີ ວ່າ: ການ​ຈັດ​ເກັບ​ລາຍ​ຮັບ​ຂອງລັດ​ບາງ​ບ່ອນ​ຍັງ​ມີ​ຊ່ອງ​ວ່າງການ​ຮົ່ວ​ໄຫລ​ຂອງ​ ເງິນ ໂດຍ​ສະ­ເຫນີ​ໃຫ້​ລັດ​ປັບ­ປຸງ​ຂອດ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂັ້ນ​ທ້ອງ­ຖິ່ນ​ ໃຫ້​ເຂັ້ມງວດ​ຂຶ້ນ ພ້ອມ​ນັ້ນ​ຍັງ​ສະ­ເຫນີຄວນ​ມີ​ການ​ຍົກ­ເວັ້ນ​ພາ­ສີ​ແກ່ບາງ​ບໍ­ລິ­ສັດ​ທີ່​ ດຳ­ເນີນ​ທຸ­ລະ​ກິດ ຕິດ​ພັນ​ກັບ​ການ​ສົ່ງ­ເສີມ​ປະ­ຊາຊົນ​ຜະ­ລິດ​ກະ­ສິ­ກຳ​ທີ່​ຈະ​ຊ່ວຍ​ແກ້ໄຂ​ ຄວາມ­ທຸກ​ຍາກ​ສຳ­ລັບ​ປະຊາ​ຊົນ​ທີ່​ບໍ່​ມີ​ທຶນ­ຮອນ​ໃນ​ການລົງ­ທຶນ. ພ້ອມ​ທີ່​ສະ­ເຫນີ​ໃຫ້​ເບິ່ງຄືນ​ໃນ​ດ້ານ​ມູນ​ຄ່າ​ໂຄງ­ການ​ກໍ່ສ້າງ​ລະ­ຫວ່າງ​ ໂຄງ­ການ​ຂອງລັດ ແລະ ເອ­ກະ​ຊົນທີ່​ຜ່ານ​ມາ ເຫັນ​ວ່າ​ມີ​ຄວາມ​ແຕກ​ຕ່າງ​ກັນຫລາຍ​ເປັນ­ຕົ້ນ​ແມ່ນ​ໂຄງ­ການຂອງ​ລັດ​ທີ່​ສູງ​ ກວ່າ​ຫລາຍ​ເທົ່າ.

   ສ່ວນ​ທ່ານ ວິ­ໄລ​ສຸກ ພິມ​ມະສອນ ສສຊ ເຂດ​ເລືອກ​ຕັ້ງ​ທີ 9 ແຂວງ​ຊຽງ​ຂວາງ​ສະ­ເຫນີ​ໃຫ້ລັດ​ສຳ​ຫລວດ​ບັນ­ດາ​ໂຄງ­ການທີ່​ນັກ​ລົງ­ທຶນ​ ຈັບ­ຈອງ​ໄວ້​ແກ່​ເວລາ​ຍາວ​ຫລາຍ​ປີ​ແຕ່​ບໍ່​ລົງ­ມື​ກໍ່ ສ້າງ​ຄວນ​ມີ​ມາດ​ຕະ­ການ​ລົງໂທດ; ຫ້າມ​ການ​ນຳ​ເຂົ້າ​ຢາ​ຂ້າແມງ­ໄມ້ ເພາະ​ຢູ່​ແຂວງ​ຊຽງຂວາງ​ມີ​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ແລ້ວ ປະ­ມານ 78 ລາຍ ພ້ອມ​ໃຫ້​ຈັດງົບ​ພິ­ເສດ​ແກ່​ທ້ອງ­ຖິ່ນ​ເພື່ອ​ສ້າງ ສູນ​ບຳ­ບັດ​ຜູ້​ຕິດ​ສິ່ງ​ເສບ​ຕິດ ເຊິ່ງຈະ​ຫລຸດ­ຜ່ອນ​ຄ່າ​ໃຊ້​ຈ່າຍ​ຂອງຜູ້​ປົກ­ຄອງ​ລົງ​ໄດ້.

   ຂະ­ນະ​ທີ່​ ທ່ານ​ຜູ້​ແທນ​ສະ​ມາຊິກ​ສະ­ພາ​ເຂດ​ເລືອກ​ຕັ້ງ​ທີ 8 ແຂວງ​ຫົວ­ພັນ​ເຫັນ​ວ່າ ເຖິງ​ການເກັບ​ລາຍ​ຮັບ​ຈະ​ເພີ່ມ​ຂຶ້ນ​ກວ່າ​ປີຜ່ານ​ມາ ແຕ່​ກໍ່​ຍັງ​ມີ​ບາງ​ຂະແຫນງ​ການ​ບໍ່​ບັນ­ລຸ​ຕາມ​ເປົ້າ ໂດຍ​ສະ­ເພາະ​ແມ່ນ​ຂະ­ແຫນງ​ພາສີ​ທີ່​ດິນ ເນື່ອງ​ຈາກ​ຂໍ້​ມູນ​ການເກັບ​ກຳ​ຕົວ​ເລກ​ຍັງ​ບໍ່​ລະ­ອຽດ ຫລື ຈະ­ແຈ້ງ ສະ­ນັ້ນ​ຈິ່ງ​ຮຽກຮ້ອງ​ໃຫ້​ຝ່າຍ​ລັດ​ປັບ­ປຸງ ແລະ ແກ້​ໄຂ​ຂອດ​ນີ້​ຢ່າງ​ຈິງ​ຈັງ ເພື່ອ ອັດ​ຕັນ​ການ​ຮົ່ວ​ໄຫລ​ຂອງ​ງົບ​ປະມານ​ໃນ​ປີ​ຕໍ່ໆ​ໄປ.



__________________
Anonymous

Date:
RE: ສສຊ ຫລາຍ​ທ່ານ​ຍົກ​ຫລາຍ​ປະເດັນ​ເພື່ອ​ໃຫ້​ລັດ­ຖະ­ບານ​ປັບ­ປຸງແລະແກ້ໄຂ
Permalink   
 


​ ໂຄງ­ການ​ຂອງລັດ ແລະ ເອ­ກະ​ຊົນທີ່​ຜ່ານ​ມາ ເຫັນ​ວ່າ​ມີ​ຄວາມ​ແຕກ​ຕ່າງ​ກັນຫລາຍ​ເປັນ­ຕົ້ນ​ແມ່ນ​ໂຄງ­ການຂອງ​ລັດ​ທີ່​ສູງ​ ກວ່າ​ຫລາຍ​ເທົ່າ.

ໂຄງ­ການ​ກໍ່ສ້າງ​ຂອງ​ລັດສູງກວ່າຫລາຍເທົ້າ, ກໍເພາະວ່າພັກລັດ

ຫາແດກກິນນຳໂຄງການກໍ່ສ້າງຕ່າງໆ,



__________________
Anonymous

Date:
Permalink   
 

ຄຳສະເໜີຕ່າງໆກໍ່ບໍ່ຕ່າງຫຍັງກັບລົມພັດໂພນ ແລະຕໍ່ໃຫ້ພະຍຸລົມແຮງກໍ່ບໍ່ມີຕີງ. ຖ້າເວົ້າຖືກຕາມຄວາມຈິງພັດວ່າຖືກປະຕິການຊື້ຈ້າງ, ແນວຄິດການເມືອງບໍ່ໜັກແໜ້ນ ປົດຊັ້ນປົດຕຳແໜ່ງກັນອີກ.

ກົ້ມໜ້າກົມຕາທຳມາຫາກິນຕາມເຫື່ອແຮງມີເຖີດຄົນລາວ!



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard