ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກເຖື່ອນວຽດນາມ ຍັງລັກຕັດໄມ້
Anonymous

Date:
ພວກເຖື່ອນວຽດນາມ ຍັງລັກຕັດໄມ້
Permalink   
 


ພວກເຖື່ອນວຽດນາມ ຍັງລັກຕັດໄມ້

f-illegal-log-in-laos

ກຸ່ມລັກຕັດໄມ້ ເຖື່ອນ ຄົນວຽດນາມ ເປັນບັນຫາ ໃຫຍ່ ທີ່ເກີດຂື້ນ ໃນແຂວງ ຜົ້ງສາລີ

ເຈົ້າຫນ້າທີ່ ທ້ອງຖີ່ນ ທີ່ເມືອງໃຫມ່ ແຂວງ ຜົ້ງສາລີ ເວົ້າວ່າ ການລັກ ຕັດໄມ້ທ່ອນ ຂອງຄົນວຽດນາມ ຮ່ວມກັບ ຄົນລາວ ທີ່ເມືອງໃຫມ່ ແຂວງ ຜົ້ງສາລີ ເປັນບັນຫາ ໃຫຍ່ ສຳລັບ ແຂວງ ໃນການ ອະນຸຮັກ ປ່າໄມ້ ແລະ ຊັພຍາກອນ ທັມມະຊາດ ເທື່ອຫລ້າສຸດ ທາງການ ເມືອງໃຫມ່ ໄດ້ຊີ້ແຈງວ່າ ບັນຫາ ທີ່ເກີດຂື້ນ ຕ້ອງໄດ້ຈັດ ກອງປະຊຸມ ໂອ້ລົມກັນກັບ ທາງການ ວຽດນາມ ເພື່ອແກ້ໄຂ ບັນຫາ. ທ່ານກ່າວວ່າ:

"ກໍໃຫຍ່ແບບ ນັ້ນນະ ຖືວ່າຂະເຈົ້າ ລັກມາ ແບບບໍ່ໄດ້ຜ່ານ ບໍ່ມີບັດ ອັນນີ້ ກໍມີ ຢູ່ບໍ່ຫລາຍ ພວກເຮົານີ້ ກໍເວົ້າກັນ ແບບວ່າ ທາງເມືອງໃຫມ່ ກັບເມືອງ ດຽນບຽນ ມີກອງປະຊຸມ ພົບປະ ກໍເວົ້າກັນ".

ທ່ານກ່າວ ຕໍ່ໄປວ່າ ທີ່ຜ່ານມາ ຫລັງຈາກ ທີ່ທາງການ ເມືອງໃຫມ່ ແລະ ເມືອງດຽນບຽນຟູ ຂອງ ວຽດນາມ ໄດ້ປະຊຸມກັນ ທາງການ ວຽດນາມ ກໍວ່າຈະ ແກ້ໄຂ ບັນຫາ ແລະ ຈະຈັບ ຊາວວຽດນາມ ຜູ້ທີ່ລັກ ເຂົ້າມາຕັດໄມ້ ໃນລາວ ແຕ່ເທົ່າເຖິງ ປັດຈຸບັນ ບັນຫາ ດັ່ງກ່າວ ກໍຍັງບໍ່ຖືກ ແກ້ໄຂ ຈື່ງຕ້ອງການ ການໂອ້ລົມ ກັນໃຫມ່ ກັບທາງການ ວຽດນາມ ເພື່ອສະສາງ ບັນຫາ ດັ່ງກ່າວ.

ທ່ານວ່າ ຊາວບ້ານ ທ້ອງຖີ່ນ ຄົນລາວ ທີ່ຮ່ວມມື ກັບຄົນວຽດນາມ ໃນການລັກ ຕັດໄມ້ ຖືວ່າມີ ຄວາມຜິດ ກຸ່ມດ່ັງກ່າວ ຈະຖືກຈັບກຸມ ປັບໄຫມ ແລະ ຖືກລົງໂທດ ຢ່າງຫນັກ ໂດຍ ບໍ່ໄວ້ຫນ້າ.

ອິງຕາມຂໍ້ມູນ ຈາກຫ້ອງການ ປ່າໄມ້ ທີ່ແຂວງ ຜົ້ງສາລີ ຈາກການສຳຣວດ ປ່າໄມ້ ຄັ້ງຫລ້າສຸດ ເມື່ອປີຜ່ານມາ ພົບວ່າ ປ່າໄມ້ ໃນເຂດເມືອງໃຫມ່ ໄດ້ຫລຸດລົງ ເຫລືອ ພຽງແຕ່ 50 ສ່ວນຮ້ອຍ ເທົ່ານັ້ນ ແລະ ເຈົ້າຫນ້າທີ່ລາວ ຍອມຮັບວ່າ ຊາວວຽດນາມ ຜູ້ທີ່ເຂົ້າ ມາລັກຕັດໄມ້ ເປັນກຸ່ມ ທີ່ເຮັດໃຫ້ ປ່າໄມ້ ໃນແຂວງ ຜົ້ງສາລີ ຫລຸດລົງ.



__________________
Anonymous

Date:
Permalink   
 

ຈັກພາກັນໄປໄດ້ຂາວມາແຕ່ໃສ ຂອ້ຍຢູ່ເມືອງໃຫມ່ນີໄດ້4ແລ້ວຍັງບໍ່ເຫັນລົດຂົນໄມ້ກາຍຫນາພໍຄັນ

ຂອ້ຍທຽວແຕ່ບ້ານປາງຫົກໄປເມືອງຂ່ວາທຸກມື ແລະທີສຳຄັນທາງໄປດຽນບຽນກໍ່ມີແຕເສັ່ນດຽວນີກາຍນັນແມນບໍ່ມີທາງຂໍຍືນຍັນ

ກະລຸນາເອົາຂາວທີມີຄວາມຈິງມາລົງແດ່



__________________
Anonymous

Date:
Permalink   
 

Anonymous wrote:

ຈັກພາກັນໄປໄດ້ຂາວມາແຕ່ໃສ ຂອ້ຍຢູ່ເມືອງໃຫມ່ນີໄດ້4ແລ້ວຍັງບໍ່ເຫັນລົດຂົນໄມ້ກາຍຫນາພໍຄັນ

ຂອ້ຍທຽວແຕ່ບ້ານປາງຫົກໄປເມືອງຂ່ວາທຸກມື ແລະທີສຳຄັນທາງໄປດຽນບຽນກໍ່ມີແຕເສັ່ນດຽວນີກາຍນັນແມນບໍ່ມີທາງຂໍຍືນຍັນ

ກະລຸນາເອົາຂາວທີມີຄວາມຈິງມາລົງແດ່


 ອັນນີ້ເດ ເຈົ້າເຫັນຢູ່ບໍ?

7351043534_ed53da7584_b.jpg



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ຈັກພາກັນໄປໄດ້ຂາວມາແຕ່ໃສ ຂອ້ຍຢູ່ເມືອງໃຫມ່ນີໄດ້4ແລ້ວຍັງບໍ່ເຫັນລົດຂົນໄມ້ກາຍຫນາພໍຄັນ

ຂອ້ຍທຽວແຕ່ບ້ານປາງຫົກໄປເມືອງຂ່ວາທຸກມື ແລະທີສຳຄັນທາງໄປດຽນບຽນກໍ່ມີແຕເສັ່ນດຽວນີກາຍນັນແມນບໍ່ມີທາງຂໍຍືນຍັນ

ກະລຸນາເອົາຂາວທີມີຄວາມຈິງມາລົງແດ່


 ອັນນີ້ເດ ເຈົ້າເຫັນຢູ່ບໍ?

7351043534_ed53da7584_b.jpg


 Illegal%2Btimber%2Bin%2BVN%2Beaviet119.jpg

4ad4becfd44f3e10f40e6a706700c444.jpg



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ຈັກພາກັນໄປໄດ້ຂາວມາແຕ່ໃສ ຂອ້ຍຢູ່ເມືອງໃຫມ່ນີໄດ້4ແລ້ວຍັງບໍ່ເຫັນລົດຂົນໄມ້ກາຍຫນາພໍຄັນ

ຂອ້ຍທຽວແຕ່ບ້ານປາງຫົກໄປເມືອງຂ່ວາທຸກມື ແລະທີສຳຄັນທາງໄປດຽນບຽນກໍ່ມີແຕເສັ່ນດຽວນີກາຍນັນແມນບໍ່ມີທາງຂໍຍືນຍັນ

ກະລຸນາເອົາຂາວທີມີຄວາມຈິງມາລົງແດ່


 ອັນນີ້ເດ ເຈົ້າເຫັນຢູ່ບໍ?

7351043534_ed53da7584_b.jpg


 ເຈົ້າຢູ່ໃນຮູຄືກົບເບາະ ຈື່ງບໍ່ເຫັນຣົດຫວຽດນາມ ແກ່ໄມ້ອອກ

ຈາກລາວ ມັນມີຫລາຍເສັ້ນທາງເດີ້

LAOS INTERNATIONAL BORDER CROSSINGS

LaosBorderCrossings1C.jpg



__________________
Anonymous

Date:
Permalink   
 

ອັນຢູຮູບຂອງເຈົາຫັນມັນບໍແມນຢູ່ເມືອງໄຫມ່ຂ້ອຍຂໍຍືນຍັນເພາະຂອຍຢູ່ນືຫລາຍປີແລ້ວດຽວນີກະຍັງຢູ່ນີ

ເສັນທາງຢູ່ເມືອງໄຫມ່ຍັງບໍ່ໄດ້ປູ່ຢາງຈັກຫນອຍຂອຍຂໍ່ຍືນຍັນອີກບໍ່ແມນຢູ່ເມືອງໄຫມຖາຂອ້ຍບໍ່ໄດ້ຢູ່ນີກະຊິບໍ່ຖຽງດອກ

ຂາວນີຂໍຍືນຍັນບໍແມນຄວາມຈິງຖາແມນບອນອືນຂອຍກະບໍ່ຮູ່ຖາແມນເມືອງໄຫມ່ລະຂ້ອຍຕ້ອງຖຽງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard