ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວຢາກໄດ້ ຕົວແທນປາກສຽງ
Anonymous

Date:
ຊາວລາວຢາກໄດ້ ຕົວແທນປາກສຽງ
Permalink   
 


ຊາວລາວຢາກໄດ້ ຕົວແທນປາກສຽງ

ປະຊາຊົນ ລາວ ສ່ວນໃຫຍ່ ຕ້ອງການ ຢາກໃຫ້ ເຈົ້າຫນ້າທີ່ ຣັຖ ເປັນປາກສຽງ ໃຫ້ຂະເຈົ້າ ໃນໂຄງການ ພັທນາ ຂອງ ຣັຖບານ.

ຄົນລາວ ທີ່ ນະຄອນຫລວງ ວຽງຈັນ ທ່ານນື່ງ ເວົ້າວ່າ ປະຊາຊົນ ລາວ ສ່ວນໃຫຍ່ ຕ້ອງການ ເຈົ້າຫນ້າທີ່ຣັຖ ເປັນປາກເປັນສຽງ ໃຫ້ແກ່ ຂະເຈົ້າ ໃນການຕໍ່ລອງ ສເນີແນວຄິດ ຕ່າງໆ ໃນໂຄງການ ພັທນາ ແລະ ການໃຫ້ຄ່າ ຊົດເຊີຍ ຂອງຣັຖບານ ເພາະຖ້າ ລໍາພັງແຕ່ ປະຊາຊົນ ເຮັດກັນເອງ ຂໍ້ຮຽກຮ້ອງຕ່າງໆ ມັກຈະບໍ່ຖືກ ເອົາໃຈໃສ່ ຈາກກຸ່ມ ບໍຣິສັດ ທີ່ໄດ້ ສຳປະທານ. ຄົນລາວ ທ່ານນັ້ນເວົ້າວ່າ:

"ຕາມທັສນະ ເຮົາເອງແມ່ນ ສ່ວນຫລາຍ ຂະເຈົ້າ ກໍເວົ້າຢຸູ່ ແຕ່ວ່າ ມາເວົ້າເປັນການ ນັ້ນກໍບໍ່ຄ່ອຍມີ ເພາະວ່າເວົ້າໄປ ກໍຄືເສັຽຫຍ້າ ຖົມຂີ້ຫມາຊື່ໆ".

ທ່ານຜູ້ນັ້ນ ເວົ້າຕໍ່ໄປວ່າ ທຸກມື້ນີ້ ສັງຄົມ ແລະ ການພັທນາ ໃນລາວ ທັນສມັຍຫລາຍ ແຕ່ ປະຊາຊົນ ກໍຍັງລ້າຫລັງຢູ່ ດ່ັງນັ້ນຖ້າມີ ເຈົ້າຫນ້າທີ່ ຣັຖ ເຂົ້າມາຊ່ອຍ ຊີ້ແນະ ອອກຄວາມເຫັນ ຫລື ເປັນຕົວແທນ ໃຫ້ພວກຂະເຈົ້າ ໃນການສເນີ ແນວຄິດ ຕໍ່ໂຄງການ ຕ່າງໆ ທີ່ຈະເປັນ ປະໂຫຍດຕໍ່ ປະຊາຊົນ ນັ້ນຄົງຈະດີ ແຕ່ທີ່ຜ່ານມາ ບໍ່ຄ່ອຍມີ ເພາະ ເຈົ້າຫນ້າທີ່ຣັຖ ບໍ່ກ້າທີ່ຈະເຮັດ ຫຍັງໄດ້. ດັ່ງເຈົ້າຫນ້າທີ່ ລາວ ທ່ານນື່ງ ເວົ້າວ່າ:

"ຄວາມຮັບຜິດຊອບ ຂອງ ພນັກງານ ຢູ່ໃນ ຣະດັບໃດ ຈະຕ້ອງໄດ້ ປຶກສາຫາລື ໃນຂັ້ນນັ້ນໆ ແລະ ສເນີຫາ ຂັ້ນເທີງຕໍ່ໄປ ບາງທີ່ ຄວາມຜິດພາດ ອາດຈະສົ່ງ ໄປຫາ ຣັຖບານ ອາດຈະສົ່ງໄປ ທາງກະຊວງເລີຍ ໂດຍບໍ່ຜ່ານ ຜູ້ທີ່ຮັບຜິດຊອບ ຈຸດທີ່ ພນັກງານ ຄົນນັ້ນ ສັງກົດຢູ່ ຖ້າເຮັດເກີນ ກວ່າຫນ້າທີ່ ກໍຖືວ່າ ມີຄວາມບົກຜ່ອງ".

ເຈົ້າຫນ້າທີ່ລາວ ກ່າວຕໍ່ໄປວ່າ ການນຳສເນີ ແນວຄິດ ທີ່ຂັດຕໍ່ ນະໂຍບາຍ ເດີມ ຫລືການທີ່ ພນັກງານ ຣະດັບຕ່ຳ ຈະເປັນຕົວແທນ ຂອງ ປະຊາຊົນ ໃນການ ສເນີແນວຄິດ ຕໍ່ຂັ້ນ ເທີງ ໂດຍບໍ່ຜ່ານ ຫົວຫນ້າ ນັ້ນຖືວ່າ ຜິດວິນັຍ ຢ່າງຮ້າຍແຮງ ໃນການປົກຄອງ ໃນລາວ ດ່ັງນັ້ນ ເຈົ້າຫນ້າທີ່ຣັຖ ຈື່ງບໍ່ກ້າ ທີ່ຈະເປັນ ປາກສຽງ ໃຫ້ ປະຊາຊົນ ໃນບັນຫາ ຕ່າງໆໄດ້



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard