ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວຄຣິສຕຽນຕ້ອງການ ໂບດເພີ້ມ
Anonymous

Date:
ຊາວຄຣິສຕຽນຕ້ອງການ ໂບດເພີ້ມ
Permalink   
 


ຊາວຄຣິສຕຽນຕ້ອງການ ໂບດເພີ້ມ

f-church-buakham-katin

 

ແຕ່ກ່ອນ ໃນເມືອງ ໄຊບຸລີ ແຂວງ ສວັນນະເຂດ ເຄີຍມີໂບດ ຂອງ ຊາວຄຣິສຕຽນ ຫລາຍແຫ່ງ. ຫລັງຈາກ ເດືອນມີນາ 2012 ໂບດ 4 ແຫ່ງໄດ້ຖືກ ທາງການ ສັ່ງປິດ ຈື່ງມີແຕ່ ໂບດ ບ້ານດົງທົ່ງ ບ່ອນດຽວ ທີ່ປ່ອຍໄວ້ໃຫ້ ຊາວຄຣິສຕຽນ ທໍາພິທີ ສາສນາ ນະມັສການ ພຣະເຈົ້າ. ຊາວຄຣິສຕຽນ ຄິດວ່າ ບໍ່ຍຸຕິທັມ ທີ່ທາງການລາວ ອະນຸຍາດ ໃຫ້ມີພຽງແຕ່ ໂບດດຽວ. ຊາວຄຣິສຕຽນ ເມືອງພີນ ແຂວງ ສວັນນະເຂດ ເວົ້າວ່າ:

"ແຕ່ລະບ່ອນ ຂະເຈົ້າ ຕ້ອງມີບ່ອນ ນະມັສການ ພຣະເຈົ້າ ມັນກໍຄວາມ ເໝາະສົມ ຂອງປະຊາຊົນ ທີ່ວ່າມີຄວາມ ລໍາບາກ ເຮົາກໍຕ້ອງການ ມີບ່ອນ ນະມັສການ ພຣະເຈົ້າ ບັດນີ້ ແລ້ວຂະເຈົ້າ ບໍ່ໃຫ້ເຮັດ ມັນກໍບໍ່ດີ ແຫລ້ວ ຂະເຈົ້າເຮັດ ແບບນັ້ນ ມັນບໍ່ ຍຸຕິທັມ ກົດໝາຍເຂົາຜິດ ເຂົາບໍ່ໃຫ້ເຮັດ ຕາມກົດໝາຍ ເຂົາເຮັດແບບ ກົດໝູ່ ວ່າຊັ້ນ".

ນາງເວົ້າ ຕໍ່ໄປວ່າ ການກະທໍາ ດັ່ງກ່າວ ຂອງອໍານາດ ປົກຄອງເມືອງ ໂດຍສ່ວນຕົວແລ້ວ ຄິດວ່າເປັນການໃຊ້ອໍານາດ ຂົ່ມເຫັງ ປະຊາຊົນ ແລະ ເຖິງວ່າຊາວລາວ ຈະມີສິດ ແລະ ເສຣີພາບ ໃນການນັບຖືສາສນາ ຕາມ ຣັຖທັມມະນູນ ແຕ່ທາງການລາວ ບາງຈໍາພວກ ຍັງບໍ່ຍອມຮັບ ແລະ ຍັງມີຄວາມຄິດເຫັນເຣື່ອງ ການເຊື່ອຖື ສາສນາ ທີ່ແຕກຕ່າງກັນ.
ສ່ວນເຈົ້າໜ້າທີ່ ອໍານາດ ປົກຄອງ ເມືອງໄຊບຸຣີ ແຂວງ ສວັນນະເຂດ ກໍໄດ້ ອະທິບາຍ ເຖິງເຫດຜົນໃນການອັດໂບດ ທັງ 4 ແຫ່ງ ໃນເມືອງ ໄຊບຸລີວ່າ ຊາວຄຣິສຕຽນ ໄດ້ຕັ້ງໂບດ ແລະ ເປີດຂຶ້ນເອງໂດຍບໍ່ໄດ້ຮັບ ອະນຸຍາດ ຈາກທາງການ. ເຈົ້າໜ້າທີ່ເວົ້າວ່າ:

"ເຫດຜົນ ກໍເພິ່ນໃຫ້ມີ ແຕ່ຈຸດດຽວ ໃຫ້ມີຈຸດດຽວ ຢູ່ເມືອງ ໄຊບຸລີ ເຫັດຜົນເພິ່ນ ບໍ່ໃຫ້ມີ ຫລາຍຈຸດ ອະນຸຍາດ ແຕ່ຈຸດດຽວກ່ອນ ອັນນັ້ນມັນ ແມ່ນການຄຸ້ມຄອງ ມັນບໍທັນລະອຽດ ເພິ່ນບໍ່ສາມາດ ຄຸ້ມຄອງພົລເມືອງ".

ປັດຈຸບັນ ແຂວງ ສວັນນະເຂດ ມີໂບດ ຂອງຊາວ ຄຣິສຕຽນ ທັງໝົດ 30 ໂບດ, ແຕ່ທາງການລາວຮັບຮູ້ ພຽງແຕ່ 7 ໂບດ ເທົ່ານັ້ນ ວ່າຖືກຕ້ອງ ຕາມກົດໝາຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard