ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຄືອຂ່າຍປົກປ້ອງນໍ້າຂອງ ສືບຕໍ່ຄັດຄ້ານເຂື່ອນ
Anonymous

Date:
ເຄືອຂ່າຍປົກປ້ອງນໍ້າຂອງ ສືບຕໍ່ຄັດຄ້ານເຂື່ອນ
Permalink   
 


ເຄືອຂ່າຍປົກປ້ອງນໍ້າຂອງ ສືບຕໍ່ຄັດຄ້ານເຂື່ອນ

f-save-mekong

ລະຫວ່າງວັນທີ 3 ຫາ 4 ກໍຣະກະດາ 2012 ເຄືອຂ່າຍ ອົງການປົກປ້ອງ ແມ່ນໍ້າຂອງ ຈາກ 12 ປະເທດ ໄດ້ຈັດ ກອງປະຊຸມ ຢູ່ແຂວງເລີຍ ປະເທດໄທ. ໃນຫົວຂໍ້ ການປະຊຸມ ມີຊື່ວ່າ “ແຜນຍຸທສາດພັນທະມິດ ປົກປ້ອງ ແມ່ນໍ້າຂອງ ຫລື Save The Mekong". ປະເດັນຫລັກ ໃນການສົນທະນາ ກອງປະຊຸມ ເນັ້ນໃສ່ ການຄັດຄ້ານ ການສ້າງເຂື່ອນ ໄຊຍະບຸລີ ທີ່ກໍາລັງ ດໍາເນີນໄປຢູ່. ຜູ້ຕາງໜ້າ ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ຂອງໄທ ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີ ວ່າ:

" ເປັນການສເນີ ຜົນງານ ຂອງແຕ່ລະ ປະເທດ ກ່ຽວກັບເຣື່ອງ Save The Mekong ປະເທດ ໃດມີ ກິຈກຳ ຫຍັງແດ່ ແລ້ວກໍແຜນ ການຮ່ວມກັນນີ້ ຈະມີຫຍັງແດ່ ສິ່ງທີ່ນໍາມາ ວິເຄາະ ຮ່ວມກັນ ເຣື່ອງ ໄຊຍະບຸຣີ ກົງໆ ນີ້ມີຫຍັງ ມັນບໍ່ແມ່ນເຣື່ອງ ຊື້ກະແສໄຟຟ້າ ຢ່າງດຽວ ມັນເປັນວົງ ທຸຣະກິຈ ໃນການກໍ່ສ້າງ ອີກດ້ວຍ ".

ນາງເວົ້າຕໍ່ໄປວ່າ ເຄື່ອຂ່າຍ ອົງການປົກປ້ອງ ແມ່ນໍ້າຂອງ 12 ປະເທດ ປະກອບດ້ວຍ ປະເທດລຸ່ມ ແມ່ນໍ້າຂອງ ເຊັ່ນ ລາວ ໄທ ວຽດນາມ ແລະກໍາພູຊາ ຮ່ວມກັບ ປະເທດ ທີ່ຕິດຕາມ ການກໍ່ສ້າງ ເຂື່ອນໄຊຍະບຸລີ ຢ່າງໃກ້ຊິດ ເຊັ່ນ ຟິນແລນ ແລະ ອອສເຕຣເລັຍ. ກອງປະຊຸມ ເຫັນວ່າ ຄວາມໂຈ່ງແຈ້ງ ກ່ຽວກັບຂໍ້ມູນ ຂອງໂຄງການ ສ້າງເຂື່ອນ ໄຊຍະບຸລີ ຍັງບໍ່ມີຫລາຍ ໂດຍສະເພາະ ກ່ຽວກັບສັນຍາ ໃນການກໍ່ສ້າງ ຊຶ່ງຝ່າຍກ່ຽວຂ້ອງ ອ້າງວ່າເປັນ ຄວາມລັບທາງ ທຸຣະກິດ ຈົນເປັນເຫດໃຫ້ ປະຊາຊົນ ຜູ້ທີ່ອາດຈະໄດ້ ຮັບຄວາມເດືອດຮ້ອນ ໃນປະເທດໄທ ອອກມາຟ້ອງຮ້ອງ ຕໍ່ສານ ເພື່ອໃຫ້ທຸກຝ່າຍ ເປີດເຜີຍຂໍ້ມູນ ໂດຍລະອຽດ.

ນາງເວົ້າສລຸບວ່າ ປັດຈຸບັນ ບັນຫາສໍາຄັນ ໃນການເປີດເຜີຍ ຂໍ້ມູນຄວາມຈິງ ໃນປະເທດ ທີ່ອາດຈະໄດ້ ຮັບຜົນກະທົບ ໂດຍກົງ ເຊັ່ນລາວ ວຽດນາມ ແລະ ກໍາພູຊາ ນັ້ນ ກໍບໍ່ສາມາດ ເຮັດໄດ້ ຍ້ອນຕິດ ຂັດຂໍ້ບັງຄັບ ທາງກົດໝາຍ ແລະ ລະບອບ ການປົກຄອງ ທີ່ບໍ່ອໍານວຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard