ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວຫລວງພະບາງ ຂັດຂ້ອງເຣື່ອງທີ່ດິນ


Guru

Status: Offline
Posts: 622
Date:
ຊາວຫລວງພະບາງ ຂັດຂ້ອງເຣື່ອງທີ່ດິນ
Permalink   
 


ຊາວຫລວງພະບາງ ຂັດຂ້ອງເຣື່ອງທີ່ດິນ

Land01.jpg

ຊາວນະຄອນ ຫລວງພະບາງ ບໍ່ດີໃຈ ໃນວິທີການ ປະຕິບັດ ໜ້າທີ່ ແບບບໍ່ເປັນທັມ ຂອງ ເຈົ້າໜ້າທີ່ ທ້ອງຖິ່ນ ໂດຍສະເພາະ ກ່ຽວກັບ ບັນຫາ ການຍຶດເອົາ ທິ່ດິນ ເພື່ອນຳໄປ ສ້າງສນາມກ໊ອຟ.

ທີ່ຜ່ານມາ ປະຊາຊົນ ໄດ້ຍື່ນຄຳຮ້ອງ ຂໍຄວາມເປັນທັມ ກັບຂັ້ນສູນກາງ ແຕ່ປະກົດວ່າ ຄຳຮ້ອງ ຮອດ ບໍ່ຂື້ນໄປເຖິງ ຂັ້ນເທິງຊ້ຳ. ດັ່ງຊາວລາວ ທີ່ນະຄອນ ຫລວງພຣະບາງ ຜູ້ນຶ່ງໄດ້ເວົ້າວ່າ:

“ພະນັກງານ ພື້ນທີ່ ເຮັດແບບວ່າ ບໍ່ມີຄວາມ ເປັນທັມ ຕໍ່ກັບ ປະຊາຊົນ ປະຊາຊົນ ສ່ວນຫລາຍ ບໍ່ພໍໃຈ ຕໍ່ກັບຣະບົບການ ປົກປ້ອງ ຢູ່ໃນພື້ນທີ່ ເພາະວ່າເວລາ ມີບັນຫາມາ ຢູ່ຂື້ນພື້ນຖານ ແຕ່ວ່າຂະເຈົ້າ ຈະປົກປິດເອົາ ເວລາເຮົາມີ ບັນຫາ ເຮົາຟ້ອງຂື້ນມາ ເອກກະສານ ຈະບໍ່ເຖິງຂັ້ນ ເທິງຊໍ້າ”.

ຊາວລາວຄົນນີ້ ເວົ້າອີກວ່າ ປະຊາຊົນ ສ່ວນຫລາຍ ບໍ່ພໍໃຈ ກ່ຽວກັບບັນຫາ ທີ່ດິນ ທີ່ຖືກຍຶດໄປ ເພື່ອສ້າງ ສນາມກອຟ ຊາວບ້ານ ໄດ້ຮັບຄ່າຊົດເຊີຍ ຢູ່ແຕ່ບໍ່ສົມເຫດ ສົມຜົນ ໜ້ອຍເກີນໄປ ເມື່ອຕິດຕໍ່ ໄປເຖິງ ສະພາ ແຫ່ງຊາດ ເຈົ້າໜ້າທີ່ກົມ ຄຳຮ້ອງ ຂໍຄວາມເປັນທັມ ອະທິບາຍວ່າ ສະພາແຫ່ງຊາດ ໄດ້ຍິນຂ່າວ ກ່ຽວກັບ ຄວາມບໍ່ດີໃຈ ຂອງປະຊາຊົນ ຢູ່ນະຄອນຫລວງ ພຣະບາງ ນັ້ນຢູ່ ແຕ່ຍັງບໍ່ໄດ້ ຮັບຂໍ້ມູນ ຢ່າງ ຄັກແນ່ ເພື່ອແກ້ໄຂ. ດັ່ງເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ:

“ໂຕນີ້ກໍຍັງ ບໍ່ທັນມີ ຂໍ້ມູນຕົວຈິງ ມີແຕ່ການ ເວົ້າວ່າຕໍ່ກັນຊື່ໆ ຕົວນີ້ບໍ່ທັນມີ ຂໍ້ມູນວ່າ ເຈົ້າໜ້າທີ່ ເຮັດແນວໃດ ຂໍ້ມູນຕົວຈິງ ວ່າໃຊ້ອຳນາດ ແບບໃດ ບາງເທື່ອ ປະຊາຊົນກໍຄື ບໍ່ມີຫລັກຖານ”.

ໃນຣະຍະ ສິບກວ່າປີ ທີ່ຜ່ານມາ ປະຊາຊົນລາວ ສູນເສັຍທີ່ດິນ ໃຫ້ແກ່ນັກລົງທຶນ ຢ່າງຫຼວງຫລາຍ ບໍຣິສັດ ປູກຢາງພາຣາ ຂອງວຽດນາມ ຂຍາຍສວນຢາງ ຂອງເຂົາ ໄປກວມເອົາ ທົ່ງໄຮ່ທົ່ງນາ ຂອງ ປະຊາຊົນ ໃນຫລາຍໆເຂດ ຫລາຍໆບ້ານ ໂດຍສະເພາະ ຢູ່ພາກໃຕ້ ຂອງລາວ.

ປະຊາຊົນໄດ້ ປະທ້ວງ ຂື້ນໄປຫາ ຂັ້ນເທິງ ແລະ ຜົນປະກົດ ວ່າເມື່ອສັປດາ ແລ້ວນີ້ ຣັຖບານ ໄດ້ປະກາດໂຈະ ການສັມປະທານ ທີ່ດິນ ໃຫ້ແກ່ ຕ່າງປະເທດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard