ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປຊ ສນັບສນູນ ແຂວງຊຽງຂວາງ
Anonymous

Date:
ສປຊ ສນັບສນູນ ແຂວງຊຽງຂວາງ
Permalink   
 


ສປຊ ສນັບສນູນ ແຂວງຊຽງຂວາງ

ອົງການ ສະຫະປະຊາຊາດ ສເນີຍືດ ການສນັບສນູນ ໂຄງການ ບໍລິຫານ ການປະຕິຮູບ ຊຸມຊົນໃນ ແຂວງຊຽງຂວາງ ເພີ້ມອີກ ໂດຍເນັ້ນໃສ່ ສົ່ງເສີມ ຄຸນນະພາບ ການປົກຄອງ ພາຍໃນແຂວງ.
ຮອງຫົວໜ້າ ອົງການ ພັທນາ ສະຫະປະຊາຊາດ ປະຈໍາລາວ ນາງ ສຸດາ ກຸດຕີ ໄດ້ເປີດເຜີຍ ການຍືດຕໍ່ ເວລາໃນ ການສນັບສນູນ ໂຄງການ ບໍລິຫານ ການປະຕິຮູບ ຊຸມຊົນໃນ ແຂວງຊຽງຂວາງ ເມື່ອອາທິດກ່ອນ.

ນາງ ສຸດາ ກຸດຕີ ກ່າວວ່າ ທາງໂຄງການ ໄດ້ໃຫ້ ງົບປະມານ ທີ່ຈະຊ່ວຍ ໃນການພັທນາ ພັທນາຊຸມຊົນ ເພື່ອໃຫ້ມີ ຄຸນນະພາບ ໃນການ ບໍລິຫານ ການໃຊ້ຈ່າຍ ພາຍໃນແຂວງ. ເມື່ອກາງປີ 2004 ຣັຖບານລາວ ໄດ້ຂໍ ຄວາມຊ່ວຍເຫລືອ ຈາກອົງການ ພັທນາ ສະຫະປະຊາຊາດ ເພື່ອໃຫ້ ສນັບສນູນ ໂຄງການ ພັທນາ ການປົກຄອງ ແລະ ການປະຕິຮູບ ໂຄງການ ບໍລິຫານ ຊຸມຊົນ ພາຍໃນ ແຂວງຊຽງຂວາງ. ໂຄງການ ດັ່ງກ່າວ ເນັ້ນໃສ່ ການເປີດໂອກາດ ໃຫ້ມີ ການປ່ຽນແປງ ທີ່ມີຄຸນນະພາບ ໃນການ ປະຕິບັດ ໜ້າທີ່ຂອງ ພາກຣັຖໃນ ການບໍລິການ ປະຊາຊົນ, ໂດຍສະເພາະ ໃນຂແນງການ ກະເສຕ ແລະ ປ່າໄມ້  ທີ່ມີຜົນ ກະທົບ ທັນທີ ແລະ ຍາວນານ ຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ.

ອີງຕາມ ເຈົ້າໜ້າທີ່ ທ້ອງຖິ່ນ ໂຄງການດັ່ງກ່າວ ໄດ້ສ້າງຄວາມ ຄືບໜ້າໃນ ການຮ່ວມໄມ້ ຮ່ວມມື  ທາງດ້ານ ການຕິດຕໍ່ ພົວພັນ ເຮັດໃຫ້ ໝັ້ນໃຈວ່າ ມີຄວາມໂຈ້ງແຈ້ງ ໃນອໍານາດ ການລົງທຶນ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ປະຊາຊົນ ທີ່ມີຕໍ່ພາກຣັຖ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard