ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມາດາມ Clinton ກ່າວກ່ຽວກັບລາວ
Anonymous

Date:
ມາດາມ Clinton ກ່າວກ່ຽວກັບລາວ
Permalink   
 


ມາດາມ Clinton ກ່າວກ່ຽວກັບລາວ

f-clinton2

ຣະຫວ່າງ ການຢ້ຽມຢາມ ລາວ ຂອງຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ມາດາມ Hillary Clinton ຈະມີການ ຫາຣື ກ່ຽວກັບບັນຫາ ການຄົ້ນຫາ ຊາກສົບ ທະຫານ ອະເມຣິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ວຽດນາມ ການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຂອງລາວ ຮວມເຖິງ ບັນຫາ ຢາເສພຕິດ

ການຢ້ຽມຢາມ ລາວ ຂອງມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ໃນວັນທີ 11 ກໍຣະກະດາ ປາກົດວ່າ ຈະແນໃສ່ ຂໍ້ລິເລີ່ມ ເຂດລຸ່ມ ແມ່ນໍ້າຂອງ ຂອງຣັຖບານ ສະຫະຣັຖ ຄວາມພຍາຍາມ ຕ້ານການ ຄ້າຢາເສພຕິດ ການຊອກຄົ້ນຫາ ຊາກສົບ ຂອງທະຫານ ອະເມຣິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ວຽດນາມ ຮວມເຖິງການ ທີ່ຈະໄດ້ເຂົ້າເປັນ ສະມາຊິກອົງການ ການຄ້າໂລກ ຂອງລາວ ໃນອີກບໍ່ນານນີ້ ກໍເປັນໄດ້ ຕາມຄໍາເວົ້າຂອງ ຜູ້ສັງເກດການ.

ມາດາມ Clinton ເດີນທາງອອກ ຈາກນະຄອນຫລວງ Washington DC ໃນວັນທີ 5 ກໍຣະກະດາ ເພື່ອຢ້ຽມຢາມ ຫລາຍປະເທດ ໂດຍເລີ່ມຈາກ ຝັ່ຣງເສດ ຍີ່ປຸ່ນ ມົງໂກເລັຽ ວຽດນາມ ລາວ ກໍາພູຊາ ກ່ອນໄປ Egypt ແລະ Israel ຕາມລໍາດັບ. ການຢ້ຽມຢາມລາວ ຂອງມາດາມ ຢ່າງເປັນທາງການ ເປັນເວລາ 1 ວັນຄັ້ງນີ້ ຖືເປັນການ ຢ້ຽມຢາມລາວ ຄັ້ງທໍາອິດຂອງ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ໃນຮອບ 57 ປີ.

ລາວ ເປັນປະເທດນຶ່ງ ທີ່ທຸກຍາກທີ່ສຸດ ໃນໂລກ ມີພົນລະເມືອງ ປະມານ 6 ລ້ານເຄິ່ງ ແລະກໍໃຫ້ ຄວາມສໍາຄັນໃນ ການສ້າງ ເຂື່ອນໄຟຟ້າ ໂດຍຫວັງທີ່ ຈະໃຫ້ເປັນໝໍ້ໄຟ ເຂດເອເຊັຽ ຕາເວັນອອກສ່ຽງໃຕ້ ຂາຍໄຟຟ້າ ໃຫ້ປະເທດ ເພື່ອນບ້ານ. ແຕ່ພວກນັກເຄື່ອນໃຫວ ຕົວຕັ້ງຕົວຕີ ຫາກເວົ້າວ່າ ໂຄງການເຂື່ອນ ໄຟຟ້າ ຈະເຮັດໃຫ້ ເກີດໄພພິບັດ ສໍາລັບ ປະຊາຊົນ ປະມານ 60 ລ້ານຄົນ ທີ່ເພິ່ງພາ ແມ່ນໍ້າຂອງ ຊຶ່ງເປັນ ແຫລ່ງການປະໂມງ ນໍ້າຈືດທີ່ໃຫຍ່ ທີ່ສຸດຂອງໂລກ ກໍອາດເປັນໄດ້. ຣັຖບານສະຫະຣັດ ເລີ່ມຂໍ້ລິເລີ່ມ ເຂດລຸ່ມແມ່ນໍ້າຂອງ ເພື່ອປົກປ້ອງ ສະພາບແວດລ້ອມ ເພື່ອສຸຂພາບ ແລະ ການສຶກສາ ໃນເຂດເອເຊັຽ ຕາເວັນອອກສ່ຽງໃຕ້ ຊຶ່ງກໍເປັນ ສ່ວນນຶ່ງຂອງ ຄວາມພຍາຍາມ ໃນການສ້າງສາຍ ພົວພັນກັບ ພາກພື້ນ ຕໍ່ໄປອີກ.

ສ່ວນບັນຫາ ຊາວມົ້ງປະມານ 250 ພັນຄົນ ທີ່ຕັ້ງຖີ່ນຖານ ໃນສະຫະຣັຖ ຊຶ່ງມັກເວົ້າເຖິງຊາວມົ້ງ ຖືກປະຫັດ ປະຫານໃນລາວນັ້ນ ຂ່າວ AFP ວ່າ ບໍ່ເປັນທີ່ ຈະແຈ້ງເທື່ອວ່າ ຈະເປັນບັນຫາ ນຶ່ງອີກ ຊຶ່ງມາດາມ Clinton ຈະຍົກຂຶ້ນມາເວົ້າ ໃນຣະຫວ່າງການ ຢ້ຽມຢາມລາວ ໃນຄັ້ງນີ້ ຫລືບໍ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard