ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າຊົດເຊີຍທີ່ດິນ ມີພຽງໃນເຈັ້ຍສໍ
Anonymous

Date:
ຄ່າຊົດເຊີຍທີ່ດິນ ມີພຽງໃນເຈັ້ຍສໍ
Permalink   
 


ຄ່າຊົດເຊີຍທີ່ດິນ ມີພຽງໃນເຈັ້ຍສໍ

ຊາວບ້ານ ແຂວງສາຣະວັນ ຜູ້ນື່ງເວົ້າວ່າ ໃນປັດຈຸບັນ ມີຊາວບ້ານ ບາງກຸ່ມ ຜູ້ທີ່ຖືກ ໂຍກຍ້າຍ ຈາກການ ສຳປະທານ ປູກຢາງພາລາ ຂອງຣັຖບານ ຍັງບໍ່ໄດ້ ຮັບຄ່າຊົດເຊີຍ ຈາກບໍຣິສັດເລີຍ ດັ່ງລາວ ກ່າວໃນຕອນນື່ງວ່າ:

"ແຂວງສາຣະວັນ ກ່ຽວກັບ ໂຄງການ ໄມ້ອຸດສາຫະກຳ ຢາງພາລາຫັ້ນ ການຊົດເຊີຍ ກໍພຽງແຕ່ ຄຳເວົ້າຊື່ໆ ໂຕຈີງ ແລ້ວມັນບໍ່ໄດ້ ຊາວບ້ານ ບໍ່ໄດ້ຮັບ ຕາມຄຳສັນຍາ ຫັ້ນ ກໍຢູ່ໄປຕາມ ທີ່ເຂົາເອີ້ນວ່າ ຕາມເວນ ຕາມກຳ ຫັ້ນແຫລະ".

ຊາວບ້ານ ຄົນນັ້ນ ກ່າວຕໍ່ໄປວ່າ ໃນເບື້ອງຕົ້ນ ບໍຣິສັດ ສັນຍາວ່າ ຈະຈ່າຍຄ່າ ຊົດເຊີຍ ໃຫ້ແກ່ ປະຊາຊົນ ຜູ້ທີ່ ຖືກໂຍກຍ້າຍ ແຕ່ເທົ່າເຖິງ ປັດຈຸບັນ ບາງເຂດ ຍັງບໍ່ມີ ທ່າທີວ່າ ຈະໄດ້. ປະຊາຊົນ ກໍມີຄວາມກັງວົນ. ແຂວງ ສາຣະວັນ ເລີ້ມມີ ບັນຫາຫລັງ ຈາກທີ່ທາງ ການແຂວງ ແລະ ຣັຖບານກາງ ໄດ້ອະນຸມັດ ພື້ນທີ່ ປູກຢາງພາລາ ໃຫ້ແກ່ ບໍຣິສັດ ວຽດນາມ ລາຍໃຫຍ່ ໃນເຂດ ພາກໃຕ້ ຂອງລາວ ໃນປີ 2009 ປະມານ 3 ແສນເຮັກຕາ ທີ່ກວມເອົາ ແຂວງສາຣະວັນ ອັດຕະປື ເຊກອງ ແລະ ແຂວງໃກ້ຄຽງ  ຫລາຍແຂວງ. ນອກຈາກ ແຂວງທາງໃຕ້ແລ້ວ ຣັຖບານລາວ ຍັງອະນຸມັດ ພື້ນທີ່ ທາງພາກເຫນືອ ໃຫ້ແກ່ຈີນ ນຳອີກ ເຈົ້າຫນ້າທີ່ ລາວອີກທ່ານນື່ງ ເວົ້າວ່າ:

`ຣະຍະທີ່ຜ່ານມາ ຣັຖບານໄດ້ສຳປະທານ ທີ່ດີນຫລາຍ ປູກຢາງ ພາລາເນາະ ແລະບໍ່ແມ່ນ ແຕ່ທາງໃຕ້ ເຫນືອ ແລະ ພາກກາງ ນຳອີກ ຈື່ງເຮັດໃຫ້ ພື້ນທີ່ ສຳລັບ ການປູກຝັງ ໃນລາວ ຫນ້ອຍລົງ ດັ່ງນັ້ນ ປະຊາຊົນ ຈື່ງຂາດ ທີ່ດີນສຳລັບ ການປຸູກເຂົ້າ ມາລ້ຽງຄອບຄົວ".

ເທົ່າເຖິງ ປັດຈຸບັນ ພື້ນທີ່ ທີ່ໃຫ້ສຳປະທານ ປູກຢາງພາລາ ບາງແຫ່ງ ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍເທື່ອ ໂດຍສເພາະ ທີ່ແຂວງ ສາຣະວັນ. ບໍຣິສັດ ປູກຢາງພາລາ ຈາກວຽດນາມ ແລະ ຈີນເຂົ້າມາ ເອົາດີນ ນອກຈາກປູກຢາງ ພາລາແລ້ວ ຍັງຕັດໄມ້ ໃນພື້ນທີ່ດັ່ງກ່າວ ອອກໄປຂາຍນຳອີກ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard