ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນໍ້າເປິເປື້ອນຍ້ອນ ການສ້າງເຂື່ອນ
Anonymous

Date:
ນໍ້າເປິເປື້ອນຍ້ອນ ການສ້າງເຂື່ອນ
Permalink   
 


ນໍ້າເປິເປື້ອນຍ້ອນ ການສ້າງເຂື່ອນ

ເຈົ້າຫນ້າທີ່ ກະຊວງ ພລັງງານ ແລະບໍ່ແຮ່ ສປປລາວ ທ່ານນື່ງ ເວົ້າວ່າ ໂຄງການ ສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ທີ່ແຂວງ ບໍຣິຄຳໄຊ ໃນເວລານີ້ ໃກ້ຈະສ້າງ ສຳເຣັດ ແລ້ວ ຄາດວ່າ ໃນເດືອນ 8 ຈະສາມາດ ເປີດໃຊ້ ເປັນທາງການ ແຕ່ຊາວບ້ານ ບາງກຸ່ມ ຍັງກັງວົນ ເຣື່ອງນ້ຳເສັຽ ເປິເປື້ອນ ເປັນມົລພິດ ທີ່ຢາກໃຫ້ ທາງການ ມີການບຳບັດນໍ້າ. ດັ່ງທ່ານ ເວົ້າວ່າ:

"ການກໍ່ສ້າງນີ້ ກໍສຳເຣັດ ເປັນສ່ວນໃຫຍ່ ແລ້ວ ເດືອນ 8 ຊີ່ເປີດ ໂຕເຂື່ອນ ໂຕຢູ່ ນ້ຳຍອງຫັ້ນ ໂຕຢູ່ ທ່າສາລາຜົລ ກະທົບກໍໄດ້ clear ກັນຫມົດແລ້ວ ມັນກໍ ປະຕິບັດ ຕາມສັນຍາ ຂອງເຣື້ອງ ການປະເມີນ ຜົລກະທົບ".

ທ່ານວ່າ ວຽກງານ ການໂຍກຍ້າຍ ປະຊາຊົນ ກໍໄດ້ ດຳເນີນການ ໄປຮຽບຮ້ອຍແລ້ວ ແຕ່ປາຍປີກ່ອນ ການໃຫ້ຄ່າ ຊົດເຊີຍ ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ກໍໄດ້ ດຳເນີນການ ໄປ ແລ້ວ ແລະ ບັນຫາອື່ນໆນັ້ນ ຄົງບໍ່ມີຫຍັງ ແຕ່ຊາວບ້ານ ກຸ່ມນື່ງອ້າງວ່າ ໂຄງການສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ໄດ້ສົ່ງນ້ຳເປື້ອນ ລົງໃສ່ ແມ່ນ້ຳ ຕອນລຸ່ມ. ດັ່ງຊາວບ້ານ ຄົນນື່ງເວົ້່າວ່າ:

"ເທີນຫີນບູນ ພາກຂຍາຍ ກໍຈະປະກາດ ເປີດເປັນທາງການ ນີ້ແຫລະ ມັນມີບັນຫາ ທາງການກໍປິດ ຂໍ້ມູນໄວ້ ມີບັນຫາເຣື້ອງ ຄຸນນະພາບ ຂອງນ້ຳ ບໍຣິສັດ ກໍປິດໄວ້".

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ຢາກຮຽກຮ້ອງ ໃຫ້ພາກສ່ວນ ກ່ຽວຂ້ອງ ແກ້ໄຂບັນຫາ ນີ້ກ່ອນ ກ່ອນຈະເປີດໃຊ້ ເຂື່ອນ ຢ່າງເປັນທາງການ ໃນເດືອນ 8 ເຂື່ອນເທີນຫີນບູນ ພາກຂຍາຍ ມີກຳລັງ ຜລິດ ກະແສໄຟຟ້າ ປະມານ 210 ເມກາວັດ ສ່ວນໃຫຍ່ ຈະໃຊ້ພາຍໃນ ແຂວງ ບໍຣິຄຳໄຊ ແລະ ແຂວງ ທີ່ໃກ້ຄຽງ.



__________________
Anonymous

Date:
Permalink   
 

ຈະໃຊ້ເວລາດົນປານໃດ ນໍ້າເປິະເປື້ອນຈາກການສ້າງເຂື່ອນນີ້ປ່ຽນສະພາບເປັນນໍ້າສະອາດ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard