ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂດເສດຖະກິດບໍ່ເຕ່ນແດນຄໍາ ປ່ຽນຜູ້ພັດທະນາໃຫມ່


Guru

Status: Offline
Posts: 622
Date:
ເຂດເສດຖະກິດບໍ່ເຕ່ນແດນຄໍາ ປ່ຽນຜູ້ພັດທະນາໃຫມ່
Permalink   
 


ເຂດເສດຖະກິດບໍ່ເຕ່ນແດນຄໍາ ປ່ຽນຜູ້ພັດທະນາໃຫມ່

1141284233224.jpg

  ເຂດ ​ເສດ­ຖະ­ກິດ​ພິ­ເສດ​ບໍ່ເຕ່ນ​ແດນ​ຄຳ ປະ­ຈຸ​ບັນ​ໄດ້​ປ່ຽນ​ຜູ້ພັດ­ທະ­ນາ​ໃຫມ່ ໂດຍ​ແມ່ນ​ບໍ­ລິ­ສັດໄຮ​ເສິນ ຈາກ​ສິບ​ສອງ​ພັນ​ນາ ສປ ຈີນ, ເນັ້ນ​ສານ​ຕໍ່ 12 ກິດ​ຈະກຳ​ຫລັກ ຂະ­ນະ​ທີ່​ກາ​ຊີ​ໂນ ຖືກລົບ​ຈາກ​ບັນ­ຊີ​ການ​ພັດ­ທະ­ນາ.

   ທ່ານ ວອນ​ຄຳ ເພັດ​ທະ​ວົງ ຫົວ­ຫນ້າ​ຄະ­ນະ​ບໍ­ລິ­ຫານ​ເຂດ​ເສດຖະ​ກິດ​ພິ­ເສດ​ບໍ່​ເຕ່ນ​ແດນ​ຄຳ ເປີດເຜີຍ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ ເມື່ອທ້າຍ​ອາ­ທິດ​ຜ່ານ​ມາ​ວ່າ: ມາຮອດ​ປະ­ຈຸ​ບັນ ​ເຂດ​ເສດ­ຖະ­ກິດ​ບໍ່ເຕ່ນ​ແດນ​ຄຳ ແມ່ນ​ໄດ້​ສຳ­ເລັດເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ​ສຳ­ລັບການ​ມອບ​ໂອນ​ກິດ­ຈະ­ການ​ຈາກ ບໍ­ລິ­ສັດ ຮົງ​ກົງ ຄັອກ​ທິງ ຈຳ­ກັດ (ນັກ​ລົງ­ທຶນ​ຜູ້​ເກົ່າ) ໃຫ້​ແກ່​ບໍ​ລິສັດ​ໄຮ​ເສິນ ຈາກ​ສິບ​ສອງ​ພັນ​ນາ ສປ ຈີນ ເຊິ່ງ​ບໍ­ລິ­ສັດ​ດັ່ງ­ກ່າວ ປະຈຸ​ບັນ​ຢູ່​ໃນ​ຂັ້ນ​ຕອນ​ເຮັດ​ຮ່າງ​ສັນຍາ​ກິດ­ຈະ­ການ​ກັບ​ລັດ­ຖະ­ບານ ແລະ ຈະ​ດຳ­ເນີນ​ໃນ 12 ກິດ​ຈະການ​ຕາມ​ການ​ອະ­ນຸ­ຍາດ.

   ທ່ານ ວອນ​ຄຳ ເພັດ​ທະ​ວົງ ໃຫ້​ຮູ້​ວ່າ: ເຂດ​ເສດ­ຖະ­ກິດ​ພິ­ເສດບໍ່​ເຕ່ນ​ແດນ​ຄຳ ມີ​ທີ່​ຕັ້ງ​ຢູ່​ແຂວງຫລວງ​ນ້ຳ​ທາ ພາຍ­ຫລັງ​ທີ່​ດຳເນີນ​ມາ​ໄດ້​ປະ­ມານ 89 ປີ​ຜ່ານມາ ​ໃນ 12 ກິດ­ຈະ­ການໃນ​ນັ້ນ ໄດ້​ດຳ­ເນີນ​ການ​ພັດ­ທະ­ນາ​ພື້ນຖານ​ໂຄງ​ລ່າງ, ເສັ້ນ­ທາງ, ໄຟຟ້າ, ນ້ຳ​ປະ­ປາ ແລະ ອາ­ຄານເຮືອນ​ພັກ​ຕ່າງໆ​ຂອງ​ຜູ້​ພັດ​ທະນາ ຂະ­ນະ​ທີ່​ຫນຶ່ງ​ໃນ​ນີ້​ກິດ​ຈະກາ​ຊີ​ໂນໄດ້​ສ້າງ​ລາຍ​ຮັບ​ຫລັກ ແກ່​ຜູ້​ລົງ­ທຶນ.

   ຢ່າງ­ໃດ​ກໍ່​ຕາມ ເນື່ອງ​ຈາກລະ­ບົບ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານການ​ຊີ​ໂນ​ຂອງ​ຜູ້​ທີ່​ມາ​ຮັບ​ສຳ​ ປະທານ​ນຳ​ຜູ້​ພັດ­ທະ­ນາ​ບໍ່​ຮັດ­ກຸມ ໂດຍ​ສະ­ເພາະ​ວິ­ທີ​ການ​ກູ້​ຢືມ ແລະ ທວງ​ຫນີ້​ເງິນ​ກູ້​ນອກ​ລະ­ບົບ ໃຫ້​ຜູ້​ມາ​ໃຊ້​ບໍ­ລິ­ການ ໃນ​ຂະ­ນະດຽວ​ກັນ ສປປ ລາວ ກໍ່​ຍັງ​ບໍ່​ທັນມີ​ນິ­ຕິ​ກຳ ຫລື ລະ­ບຽບ​ໃນ​ການຄຸ້ມ​ຄອງ​ທຸ­ລະ​ກິດ​ການ​ພະ­ນັນ ຈິ່ງ​ກໍ່­ໃຫ້­ເກີດ​ບັນ­ຫາ​ຄວາມ​ບໍ່ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງຄົມ ລວມ​ທັງ​ມີ​ຜົນ​ກະ­ທົບ​ຕໍ່​ການພົວ­ພັນ ແລະ ການ​ຮ່ວມ​ມື​ຕ່າງປະ­ເທດ ດັ່ງ­ນັ້ນ, ກິດ­ຈະ­ການຈິ່ງ​ໃຫ້​ຢຸດ​ເຊົາ​ການ​ດຳ­ເນີນ​ກິດຈະ​ກຳ.

   ແນວ­ໃດ​ກໍ່​ດີ ສຳ­ລັບ​ຜູ້​ພັດ​ທະນາ​ໃຫມ່​ນີ້ທ່ານ ວອນ​ຄຳ ເພັດ​ທະ​ວົງ ກ່າວວ່າ: ເລີ່ມ​ຕົ້ນ​ຈະ​ເລ່ງ ໃສ່ 11 ກິດ­ຈະ­ກຳ​ເປັນ­ຕົ້ນ​ແມ່ນ​ກິດ​ຈະກຳ​ດ້ານ​ບໍ​ລິ​ການ­ທ່ອງ­ທ່ຽວ, ສ້າງ​ເຂດ​ຂ່ຽນ​ຖ່າຍ​ສິນ­ຄ້າ​ພາຍໃນ ແລະ ຕ່າງ­ປະ­ເທດ, ເຮືອນ​ພັກ, ໂຮງ­ແຮມ ແລະ ສະຫນາມ​ກ໊ອຟ ທີ່​ມີ​ແຜນ​ສ້າງ​ໃນ­ຕໍ່­ຫນ້າ.

   ໂດຍ​ທຶນ​ຈົດ​ທະ­ບຽນ​ໃນເບື້ອງ​ຕົ້ນ 10 ລ້ານ​ໂດ​ລາ​ສະຫະ​ລັດ ສ່ວນ​ທຶນ​ຫມູນ­ວຽນ​ອາດສູງ​ປະ­ມານ 500 ລ້ານ​ໂດ​ລາ​ສະຫະ​ລັດ ເຊິ່ງ​ບັນ­ດາ​ກິດ­ຈະ­ກຳ​ທີ່​ຜູ້ພັດ­ທະ­ນາ​ເກົ່າ​ໄດ້​ດຳ­ເນີນ​ມາ​ຈະໄດ້​ມີ​ ການ​ປັບ­ປຸງ​ຄືນ­ໃຫມ່​ຫມົດ ແລະ ປະ­ຈຸ​ບັນ​ແມ່ນ​ພວມ​ເລັງ​ໃສ່ປັບ­ປຸງ​ສະ­ຖານ­ທີ່​ອາ­ຄານ​ໃຫ້ເປັນ​ໃນ​ ລັກ­ສະ­ນະ​ຂອງ​ລາວ ແລະ ປະ­ສົມ​ກັບ​ປະ­ເພ­ນີ​ສາ­ກົນ ແຕ່​ຫລັກໆ​ແມ່ນ​ແບບ​ລາວໆ ແລະ ເລ່ງ​ສ້າງ​ເຂດ​ຂ່ຽນ​ຖ່າຍຂົນ­ສົ່ງ​ສິນ­ຄ້າ​ຜ່ານ​ແດນ.

   ການ​ສ້າງ​ເຂດ​ເສດ­ຖະ­ກິດ​ພິເສດ​ບໍ່​ເຕ່ນ​ແດນ​ຄຳ​ຢູ່​ແຂວງຫລວງ​ນ້ຳ​ທາ ທ່ານ ວອນ​ຄຳ ເພັດ​ທະ​ວົງ ໃຫ້​ມູມ​ມອງ​ວ່າ: ປະຊາ​ຊົນກໍ່​ຄື​ແຂວງ​ຈະ​ໄດ້­ຜົນ​ປະໂຫຍດ​ໃນ​ທາງ​ກົງ ແລະ ທາງ ອ້ອມ​ເປັນ­ຕົ້ນ​ແມ່ນ​ເຂດ​ຊາຍແດນ​ລາວ-ຈີນ ຈະ​ໄດ້​ຮັບ​ການພັດ­ທະ­ນາ​ເພາະ​ແຂວງ​ດັ່ງ­ກ່າວ ເປັນ​ຈຸດ​ເຊື່ອມ​ຕໍ່ ສປປ ລາວ ກັບ ສປ ຈີນ ນອກ­ຈາກ​ນີ້​ປະ­ຊາ­ຊົນ ກໍ່​ຍັງ​ຈະ​ມີ​ສະ­ຖານ­ທີ່​ຊື້-ຂາຍ ສິນຄ້າ​ກະ­ສິ­ກຳ​ທີ່​ຜະ­ລິດ​ໄດ້ ລວມທັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ ກັບ​ປະ­ຊາ­ຊົນ​ເພາະ​ເຂດ​ດັ່ງ­ກ່າວ ມີ​ຄວາມ​ຕ້ອງ­ການ​ແຮງ​ງານ​ຄົນລາວ​ຈຳ­ນວນ​ຫລາຍ​ເປັນ­ຕົ້ນ ແມ່ນ​ຂະ­ແຫນງ​ບໍ­ລິ­ການ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard