ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາເສພຕິດໃນເຂດ ສາມຫລ່ຽມຄຳ
Anonymous

Date:
ຢາເສພຕິດໃນເຂດ ສາມຫລ່ຽມຄຳ
Permalink   
 


ຢາເສພຕິດໃນເຂດ ສາມຫລ່ຽມຄຳ

ເຈົ້າຫນ້າທີ່ ປາບປາມ ອາສຍາກັມ ແລະ ການຄ້າ ຢາເສພຕິດ ສະຫະປະຊາຊາດ ເວົ້າວ່າ ການຄ້າ ຢາເສພຕິດ ຕາມລຳ ແມ່ນ້ຳຂອງ ແລະ ໃນບໍຣິເວນ ສາມຫລ່ຽມຄຳ ຍັງບໍ່ມີ ທ່າທີ ວ່າຈະຫລຸດລົງ. ທ່ານກ່າວວ່າ:

"ທັງສອງ ປະເທດໄທ ແລະຈີນ ເປັນປະເທດທີ່ ເສພຢາບ້າ ລາຍໃຫຍ່".

ຫລັງຈາກ ມີການ ຈັບກຸມນາຍ ຈາຍ ຫນໍ່ຄຳ ໃນຣະຍະ ຫລັງໆມານີ້ ຫລາຍພາກສ່ວນ ກໍຄິດວ່າ ຂະບວນການ ຄ້າຢາເສພຕິດ ອາດຈະຫລຸດລົງ ແຕ່ພັກພວກ ຂອງ ກຸ່ມດ່ັງກ່າວ ຍັງສືບຕໍ່ ປະຕິບັດງານ ກັນຢູ່.

ທາງການລາວ ຈີນ ພະມ້າ ແລະໄທ ກໍຮ່ວມກັນ ລາດຕະເວັນ ໃນບໍຣິເວນ ດ່ັງກ່າວ ຮ່ວມທັງ ໃຫ້ຄວາມປອດພັຍ ແກ່ເຮືອຂົນສົ່ງ ສີນຄ້າ ຕາມລຳ ແມ່ນ້ຳຂອງ ບັນຫາ ດັ່ງກ່າວ ກໍ ຄ່ອຍຜ່ອນຄ່າຍລົງ ແດ່ເລັກນ້ອຍ ແຕ່ກໍເພີ້ມ ຂື້ນມາອີກໃຫມ່ ໃນຣະຍະ ຫລັງໆມານີ້. ຈົ້າຫນ້າທີ່ ສະຫະປະຊາຊາດ ທ່ານນັ້ນ ກ່າວເພີ້ມວ່າ:

"ປະຊາຊົນ ຜູ້ເສພຢາ ສ່ວນໃຫຍ່ ເຊື່ອວ່າ ການເສພຢາ ປອດພັຍ ແຕ່ບໍ່ເປັນດັ່ງວ່າ".

ນັກຊ່ຽວຊານ ເວົ້າວ່າ ການຄ້າ ຢາເສພຕິດນັ້ນ ສ່ວນໃຫຍ່ ມາຈາກເຂດຊານ ໃນພະມ້າ ຂອງກຸ່ມວາແດງ ສົ່ງເຂົ້າໄທ ລາວ ແລະຈີນ ຈາກລາວໄປ ໄທ ແລະ ຈາກຈີນໄປ ປະເທດ ອື່ນໆ.

ເຖີງຢ່າງໃດ ກໍຕາມ ເຈົ້າຫນ້າທີ່ ປາບປາມ ຢາເສພຕິດ ປະຈຳຂົງເຂດ ຍອມຮັບວ່າ ການຄ້າ ຢາເສພຕິດ ຕາມລຳ ແມ່ນ້ຳຂອງ ຈະບໍ່ສີ້ນສຸດລົງ ໂດຍງ່າຍເພາະ ເປັນລາຍໄດ້ ທີ່ດີ ສຳລັບກຸ່ມ ອັນຕະພານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard