ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ.ບໍຣິຄໍາໄຊ ຕ້ອງການປັບປຸງຖນົນ
Anonymous

Date:
ຂ.ບໍຣິຄໍາໄຊ ຕ້ອງການປັບປຸງຖນົນ
Permalink   
 


ຂ.ບໍຣິຄໍາໄຊ ຕ້ອງການປັບປຸງຖນົນ

f-damaged-road-borikhamxay

ປະຊາຊົນ ແຂວງ ບໍຣິຄໍາໄຊ ຢາກໃຫ້ທາງການ ສ້ອມແປງ ຖນົນຫົນທາງ ໃຫ້ມີ ຄຸນນະພາບ ທີ່ໃຊ້ການໄດ້ ເປັນປົກກະຕິ ຕລອດປີ ຍ້ອນວ່າ ໃນຍາມຝົນ ຖນົນຫົນທາງ ຫຼາຍສາຍ ເພພັງ ເປັນບໍ່ເປັນຂຸມ ຍ້ອນນໍ້າຝົນ ໄຫລເສາະ ຈົນເຮັດໃຫ້ ການເດີນທາງ ລໍາບາກ. ຊາວແຂວງ ບໍຣິຄໍາໄຊ ຜູ້ນຶ່ງເວົ້າວ່າ:

"ຢາກໃຫ້ແກ້ໄຂ ບັນຫາ ກ່ຽວກັບເສັ້ນທາງ ມັນບໍ່ທັນ ສະດວກ ເສັ້ນທາງ ບໍ່ສະດວກ ນັ້ນແບບວ່າ ເສັ້ນທາງໄປທາງ ເຂດເມືອງໃໝ່ ໄຊຈໍາພອນ ລະດູຝົນນີ້ ໄປບໍ່ໄດ້ ຍາມນີ້ຕ້ອງ ຂີ່ເຮືອໄປ ລະດູຝົນ ນີ້ນ໋ະ".

ນາງເວົ້າ ຕໍ່ໄປວ່າ ບັນຫານີ້ ເກີດຂຶ້ນທຸກໆປີ ເຖິງວ່າຈະໄດ້ ຮັບການສ້ອມແປງ ເລື້ອຍໆມາ ແຕ່ກໍສາມາດ ໃຊ້ໄດ້ ພຽງຊົ່ວຄາວ ຮອດຍາມຝົນມາ ກໍໃຊ້ ບໍ່ໄດ້ອີກ ຍ້ອນວ່າການ ສ້ອມແປງ ບໍ່ໄດ້ມາຕຖານ ແລະ ບໍ່ມີການ ສ້ອມແປງ ໃຫ້ໃຊ້ໄດ້ ຢ່າງຖາວອນ ເຮັດໃຫ້ ການເດີນທາງ ຕ້ອງໃຊ້ເວລາ ຍາວນານ ເກີນ ຄວາມຈໍາເປັນ ຫລືບາງເທື່ອ ກໍໃຊ້ບໍ່ໄດ້ ຕ້ອງໄດ້ໃຊ້ ເຮືອແທນ.

ທາງເຈົ້າໜ້າທີ່ ຜແນກກໍ່ສ້າງ ໂຄງຮ່າງພື້ນຖານ ແຂວງ ບໍຣິຄໍາໄຊ ກໍໄດ້ ອະທິບາຍວ່າ ເຂົ້າໃຈເຖິງ ຄວາມຍາກລໍາບາກ ໃນການໃຊ້ ຖນົນຫົນທາງ ຂອງ ປະຊາຊົນ ໃນຍາມຝົນ ແຕ່ກໍບໍ່ສາມາດ ແກ້ໄຂຫຍັງໄດ້ ຫລາຍກ່ວານີ້ ເພາະຂາດ ງົບປະມານ. ເຈົ້າໜ້າທີ່ ເວົ້າວ່າ:

"ເພາະວ່າ ເສັ້ນທາງ ໂຕນີ້ຕ້ອງການ ທຶນຫລາຍ ເສັ້ນທາງຢູ່ ຊົນນະບົດ ແບບວ່າມັນ ມີພູ ມີຫ້ວຍ ມີຫ່ອງ ພຽງແຕ່ໄປໄດ້ ໝາຍຄວາມວ່າ ເຮັດໄປແລ້ວ ມັນກໍເຈື່ອນ ບໍ່ທັນ ຮັບປະກັນ ເປັນບັນຫາ ເດີມ".

ເຈົ້າໜ້າທີ່ ເວົ້າອີກວ່າ ບັນຫາກ່ຽວກັບ ການ ຄົມມະນາຄົມ ເປັນປະເດັນ ທີ່ມີ ປະຊາຊົນ ຮ້ອງຮຽນມາ ຫລາຍທີ່ສຸດ ແລະ ຂໍໃຫ້ແກ້ໄຂ ແບບຖາວອນ ແຕ່ທຸກມື້ນີ້ ຍັງບໍ່ທັນມີ ຄໍາສັ່ງ ມາຈາກສູນກາງ ແລະ ຍັງບໍ່ໄດ້ຮັບ ງົບປະມານ ບັນຫາ ດັ່ງກ່າວ ຈຶ່ງຍັງບໍ່ໄດ້ ຮັບການແກ້ໄຂ ໃຫ້ໝົດໄປໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard