ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຍ້າຍຈາກເຂດ ສ້າງເຂື່ອນປະສົບບັນຫາ
Anonymous

Date:
ຊາວບ້ານຍ້າຍຈາກເຂດ ສ້າງເຂື່ອນປະສົບບັນຫາ
Permalink   
 


ຊາວບ້ານຍ້າຍຈາກເຂດ ສ້າງເຂື່ອນປະສົບບັນຫາ

ອົງການ ແມ່ນ້ຳ ເພື່ອຊີວີດ ຂອງໄທ ຖແລງວ່າ ຊາວບ້ານ ບ້ານຫ້ວຍສຸຍ ຊື່ງເປັນກຸ່ມ ທຳອິດ ທີ່ ຖືກໂຍກຍ້າຍ ຈາກໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ນັ້ນ ໄດ້ຮັບຄວາມ ເດືອດຮ້ອນ ຫລາຍຢ່າງ ບໍ່ວ່າຈະເປັນ ບັນຫາ ທີ່ດີນ ການທຳມາ ຫາກີນ ຮ່ວມໄປຮອດ ຄ່າຊົດເຊີຍ. ດ່ັງ ນາຍ ທີຣະພົນ ໂພມັ່ນ ຜູ້ອຳນວຍການ ອົງການ ແມ່ນ້ຳເພື່ອ ຊີວີດ ຂອງໄທ ກ່າວວ່າ:

"ແຕ່ກອ່ນ ທີ່ເຄີຍ ສັນຍາ ກັບຊາວບ້ານ ວ່າຈະໃຫ້ ໃຊ້ນ້ຳ ໄຟຟ້າ ຟຣີ 6 ເດືອນ ແຕ່ດຽວນີ້ ຫລັງຈາກ ທີ່ຊາວບ້ານ ຍ້າຍໄປຢູ່ພຽງ ນື່ງເດືອນ ຫນ່ວຍງານ ຂອງ ເມືອງ ຈະຍົກເລີກ ສັນຍາ ແລ້ວກໍມາເກັບ ຄ່ານ້ຳຄ່າໄຟ ຈາກຊາວບ້ານ ຊື່ງຕອນນີ້ ຊາວບ້ານ ກໍກຳລັງ ເຈຣະຈາ ກັນຢູ່ວ່າ ຄວນຈະຈັດການ ເລື້ອງຄ່ານ້ຳຄ້າໄຟ ແລະ ຄ່າອາຫານອີກ ປະມານ 3 ປີ ເປັນຢ່າງນ້ອຍ ເພາະບໍ່ດັ່ງນັ້ນ ຊາວບ້ານ ກໍຢູ່ບໍໍ່ໄດ້".

ທ່ານກ່າວ ຕໍ່ໄປວ່າ ປັດຈຸບັນ ຊາວບ້ານ ທີ່ຖືກໂຍກຍ້າຍ ບໍ່ສາມາດ ສ້າງລາຍໄດ້ ຈາກການກະສີກັມ ຄືແຕ່ເກົ່າໄດ້ ເນື່ອງຈາກວ່າ ທີ່ດີນ ທີ່ຣັຖບານ ຈັດສັນໃຫ້ນັ້ນ ຍັງເປັນປ່າ ຢູ່ ຕ້ອງໄດ້ ຖາກຖາງ ກ່ອນຈະ ປູກຝັງໄດ້ ແລະ ກໍ່ຈະແມ່ນ ຣະດູຝົນ ປີຫນ້າ. ໃນຂນະດຽວກັນ ທະນາຍຄວາມ ຂອງ ກຸ່ມເຄືອຄ່າຍ 8 ຫມູ່ບ້ານ ແຄມຂອງ ຂອງໄທ ກໍກຳລັງຫາ ຊ່ອງທາງ ໃຫ້ການ ຊ່ອຍເຫລືອ ປະຊາຊົນ ລາວ ທີ່ຖືກ ໂຍກຍ້າຍ. ດັ່ງຫົວຫນ້າ ຂອງ ກຸ່ມດັ່ງກ່າວ ເວົ້າວ່າ:

"ມີເຄືອຂ່າຍ ນັກກົດຫມາຍ ແມ່ນ້ຳຂອງ ດູແລເຣື້ອງ ນີ້ຢູ່ນະ ກໍກຳລັງ ສຶກສາ ກັນວ່າ ຈະດຳເນີນການ ເພື່ອທີ່ຈະ ຢຽວຢາ ຊາວບ້ານ ໃນພື້ນທີ່ ປະເທດລາວ ໄດ້ຢ່າງໃດ".

ນາງກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ຈະພຍາຍາມ ໃຫ້ການ ຊ່ອຍເຫລືອ ຈາກ ຫລາຍພາກສ່ວນ ໃນໄທ ຫລາຍປານໃດ ກໍຕາມ ແຕ່ກໍເປັນ ການຍາກ ທີ່ຈະເຂົ້າໄປ ຊ່ອຍເຫລືອໄດ້ ເພາະ ຣັຖບານລາວ ຈະບໍ່ ອະນຸຍາດ ໃຫ້ເຂົ້່າໄປ.



__________________
Anonymous

Date:
Permalink   
 

ເຫັນໃຈປະຊາຊົນຜູ່ຖືກກົດຂີ່ແທ້ໆ ແຕ່ບໍ່ມີປັນຍາຊ່ອຍໄດ້ແຕ່ມານັ່ງຈົ່ມຊ່ອຍ ຢູ່ເວັບນີ້ລະ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard