ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຫ້ວຍສຸຍ ຂ.ໄຊຍະບູຣີບໍ່ດີໃຈ
Anonymous

Date:
ຊາວບ້ານຫ້ວຍສຸຍ ຂ.ໄຊຍະບູຣີບໍ່ດີໃຈ
Permalink   
 


ຊາວບ້ານຫ້ວຍສຸຍ ຂ.ໄຊຍະບູຣີບໍ່ດີໃຈ

4872d1341578992t-jungle-run-dams-tiger-road-ls-36-farmers.jpg

ຊາວບ້ານ ບ້ານຫ້ວຍສຸຍ ທີ່ຕ້ອງໄດ້ ໂຍກຍ້າຍ ຈາກພື້ນທີ່ ຈະມີການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ນັ້ນບໍ່ພໍໃຈ ຍ້ອນວ່າ ເປັນຫ່ວງ ດິນດອນ ຕອນຫຍ້າ ຮົ້ວສວນ ບ່ອນຫາຢູ່ ຫາກິນ ແລະ ໄດ້ສ້າງສາ ມາແຕ່ດົນນານ. ພວກຂະເຈົ້າ ຮູ້ວ່າຈະໄດ້ ຮັບຄວາມຍາກ ລໍາບາກ ທີ່ຈະໄດ້ ໄປເລີ້ມ ບຸກເບີກ ປູກຝັງ ໃນບ້ານໃໝ່ ພື້ນທີ່ໃໝ່. ຊາວບ້ານ ຜູ້ນຶ່ງ ທີ່ມີອາຊີບ ເຮັດສວນ ແລະ ຫາປາ ເວົ້າວ່າ:

"ເຣື່ອງບໍ່ມີ ຄວາມສຸຂນີ້ ບໍ່ມີແທ້ ບັດນີ້ແບບວ່າ ເຂົາເຮັດ ຢູ່ບ້ານເຮົານີ້ ຢາກຫຍັງ ກໍໄດ້ກິນ ເຮັດໄຮ່ ເຮັດສວນ ກໍງ່າຍ ແລ້ວບັດນີ້ ເຮົາໜີໄປ ຢູ່ບ້ານເພິ່ນ ແຫລ້ວ ຄືນມາເຮັດໄຮ່ ຢູ່ພີ້ ກໍຢູ່ກໍທຸກ ກໍຍາກ ຄືເກົ່າແຫລ໋ະ".

ຊາວບ້ານ ໄດ້ເວົ້າເຖິງ ການໂຍກຍ້າຍ ຈາກ ບ້ານຫ້ວຍສຸຍ ໄປຢູ່ບ້ານ ນາຕໍໃຫຍ່ ວ່າຊາວບ້ານ ຄອບຄົວ 1 ໄດ້ເຮືອນ 1 ຫລັງ ແລະ ມີພື້ນທີ່ ປູກຝັງຄອບຄົວ ລະ 0.75 ເຮັກຕາ ພ້ອມກັບ ຄ່າຊົດເຊີຍ ເປັນເງິນ 120 ພັນ ກີບຕໍ່ຄົນ ຕໍ່ເດືອນ ໂດຍບໍ່ຮູ້ຈັກ ກໍານົດເວລາ ທີ່ແຈ່ມແຈ້ງ ເທື່ອວ່າຈະໄດ້ ດົນນານປານໃດ. ສ່ວນພື້ນທີ່ ດິນປູກຝັງ ເປັນພື້ນທີ່ຮົກ ບໍ່ໄດ້ບຸກເບີກ ຖາກຖາງ ຊາວບ້ານ ຈຶ່ງບໍ່ສາມາດ ປູກຝັງໄດ້ ຈໍາເປັນຕ້ອງໄດ້ ອອກໄປ ຫາຊື້ອາຫານ ການກິນເອົາ ຊຶ່ງເປັນການ ສິ້ນເປືອງ ແລະ ເສັຍເວລາ.

ຍ້ອນພື້ນທີ່ ດິນໃໝ່ ທີ່ບໍ່ສາມາດ ປູກຝັງໄດ້ ເທື່ອ ຊາວບ້ານ ບາງຄົນ ຈຶ່ງຕ້ອງກັບໄປ ເຮັດໄຮ່ເຮັດສວນ ຢູ່ບ້ານຫ້ວຍສຸຍ ຄືເກົ່າ ຊຶ່ງມີ ລະຍະທາງໄກ 35 ກິໂລແມັດ ເຮັດໃຫ້ມີ ຄວາມລໍາບາກ ພໍສົມຄວນ. ສໍາລັບ ຄ່າ ຊົດເຊີຍ ທີ່ ສ້າງຄວາມ ບໍ່ພໍໃຈ ໃຫ້ຊາວບ້ານ ທີ່ຕ້ອງໄດ້ ໂຍກຍ້າຍ ນັ້ນ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ ຖາມໄປຫາ ບໍຣິສັດ ໄຊຍະບຸຣີ ພາວເວີ້ ທີ່ຮັບຜິດຊອບ ກ່ຽວກັບ ໂຄງການ ກໍ່ສ້າງເຂື່ອນ ແຕ່ທາງ ບໍຣິສັດ ບໍ່ໄດ້ໃຫ້ ຂໍ້ມູນ ຫລືສະແດງ ຄວາມຄິດເຫັນ ໃດໆເລີຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard