ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວຮຽກຮ້ອງ ກົດຣະບຽບທີ່ດີນ
Anonymous

Date:
ຊາວລາວຮຽກຮ້ອງ ກົດຣະບຽບທີ່ດີນ
Permalink   
 


ຊາວລາວຮຽກຮ້ອງ ກົດຣະບຽບທີ່ດີນ

ສປປລາວ ມີຫລາຍ ນະໂຍບາຍ ທີ່ຣັຖບານ ໄດ້ວາງອອກ ເພື່ອເປັນແຜນ ປະຕິບັດ ວຽກງານ ໃນການພັທນາ ປະເທດຊາດ ແຕ່ ນະໂຍບາຍ ຕ່າງໆທີ່ ຣັຖບານ ໄດ້ວາງອອກນັ້ນ ມີຫລາຍ ນະໂຍບາຍ ບໍ່ໄດ້ຮັບ ປະຕິບັດ ຢ່າງຈີງຈັງ ເປັນຕົ້ນແມ່ນ ເຣື່ອງທີ່ດີນ. ດັ່ງຊາວລາວ ຢູ່ນະຄອນຫລວງ ວຽງຈັນ ທ່ານນື່ງ ທີ່ໄດ້ຮຽກຮ້ອງ ໃຫ້ຣັຖບານ ເຄັ່ງຄັດ ໃນການ ປະຕິບັດ ນະໂຍບາຍ ທີ່ດີນ ເວົ້າວ່າ:

"ກໍຢາກໃຫ້ ເຂົາເຮັດ ໄປຕາມ ນະໂຍບາຍ ຂອງ ເຂົາທີ່ວາງໄວ້ ຕ້ອງໃຫ້ມັນ ເປັນໄປຕາມ ນະໂຍບາຍ ທີ່ວາງໄວ້ ບໍ່ແມ່ນເວົ້າ ເລື້ອຍໆ ຕ້ອງລົງມື ປະຕິບັດ ຕາມ ນະໂຍບາຍ ເຣື້ອງທີ່ດີນ ມັນກໍບໍ່ໄດ້ ປະຕິບັດຕາມ ນະໂຍບາຍ ຢ່າງເຄັ່ງຄັດ ການປະຕິບັດ ກົດຫມາຍ ຢ່າງນີ້ ມັນກໍບໍ່ໄດ້ ປະຕິບັດ ຢ່າງຈີງຈັງ".

ຊາວລາວ ຄົນນັ້ນ ກ່າວຕໍ່ໄປວ່າ ບັນຫາ ທີ່ເກີດ ທີ່ພົບເຫັນ ຫລາຍກວ່າຫມູ່ ກໍແມ່ນຄວາມ ຂັດແຍ່ງ ຣະຫວ່າງ ເຈົ້າຂອງພື້ນທີ່ ກັບຣັຖບານ ແລະ ກຸ່ມລົງທືນ ຮ່ວມທັງບັນ ຫາການ ໂຍກຍ້າຍ ປະຊາຊົນ ອອກຈາກພື້ນທີ່ ຂອງ ພວກຂະເຈົ້າ. ຣັຖບານ ບໍ່ປະຕິບັດ ຕາມ ນະໂຍບາຍ ທີ່ຕົນໄດ້ ໃຫ້ແກ່ ຊາວບ້ານ ໃນການ ໂຍກຍ້າຍ ເພາະຊາວບ້ານ ຜູ້ທີ່ໂຍກຍ້າຍ ໃນຫລາຍ ກໍຣະນີ ຂາດບ່ອນ ທຳມາຫາກີນ ແລະ ຂາດ ລາຍໄດ້ທີ່ ຈະມາລ້ຽງ ຄອບຄົວ.

ໃນທີ່ສຸດ ຄົນລາວ ຄົນດັ່ງກ່າວ ເວົ້າວ່າ ນະໂຍບາຍ ຂອງ ຣັຖບານ ຖ້າ ປະຕິບັດ ໄດ້ຢ່າງທີ່ໄດ້ ປະກາດ ມານັ້ນ ກໍມີຫລາຍ ນະໂຍບາຍ ທີ່ດີ ແຕ່ພາກ ປະຕິບັດໂຕ ຈີງກັນນັ້ນ ມັນຕົງກັນຂ້າມ ແລະ ບໍ່ຫນ້າເຊື່ອຖື ໃນ ສັງຄົມ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard