ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານບາງຄອບຄົວບໍ່ຍອມ ຮັບຄ່າຊົດເຊີຍ
Anonymous

Date:
ຊາວບ້ານບາງຄອບຄົວບໍ່ຍອມ ຮັບຄ່າຊົດເຊີຍ
Permalink   
 


ຊາວບ້ານບາງຄອບຄົວບໍ່ຍອມ ຮັບຄ່າຊົດເຊີຍ

ຊາວລາວ 82  ຄອບຄົວ ຍັງບໍ່ໄປ ຮັບເອົາ ຄ່າຊົດເຊີຍ ທີ່ດິນ ຈາກໂຄງການ ມະຫາວິທຍາໄລ ວິທຍາສາຕ ສຸຂພາບ

ຍັງມີ 82 ຄອບຄົວ ທີ່ມີດິນ ທີ່ຖືກ ໂຄງການ ກໍ່ສ້າງ ມະຫາວິທຍາໄລ ວິທຍາສາຕ ສຸຂພາບ ໃນເຂດ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ບໍ່ມາຮັບເອົາ ຄ່າຊົດເຊີຍ ຈາກທາງການ ມີມູນຄ່າ ປະມານ 1 ຕື້ກີບ.

ກະຊວງ ສາທາຣະນະສຸຂ ໄດ້ ເປີດເຜີຍວ່າ ທີ່ດິນ ຢູ່ເຂດ ດັ່ງກ່າວ ເປັນເຂດ ປ່າສງວນ ແຫ່ງຊາຕ ນັບແຕ່ປີ 1941 ເປັນຕົ້ນມາ ພາຍຫລັງ ປີ 1975 ຖືກປ່ຽນ ມາເປັນ ປ່າສງວນ ດົງໂພສີ ແລະ ຫ້າມຈັບຈອງ ບຸກລຸກ ຊື້-ຂາຍ ຢ່າງເດັດຂາດ. ຜ່ານມາ ມີຄົນເຂົ້າໄປ ຕັດໄມ້ ແລະ ຈັບຈອງ ຊື້ຂາຍ ໃນເຂດ ປ່າ ສງວນນັ້ນ ດ້ວຍການ ຕົກລົງກັນເອງ ໂດຍບໍ່ຜ່ານ ອໍານາດ ການປົກຄອງ ແລະ ບໍ່ມີ ໃບຕາດິນ ຢັ້ງຢືນ.

ຣັຖບານລາວ ໄດ້ອະນຸມັດ ໂຄງການ ກໍ່ສ້າງ ມະຫາວິທຍາໄລ ໃສ່ໃນພື້ນທີ່ ແຫ່ງນັ້ນ ໃນເດືອນ ເມສາ ປີ 2009 ທີ່ກວມ ເນື້ອທີ່ 50 ເຮັກຕາຣ ແລະ ແຕ່ງຕັ້ງ ຄນະກັມມະການ ໃນເຣື່ອງ ຄ່າຊົດເຊີຍ ໃຫ້ ປະຊາຊົນ ທີ່ຕ້ອງໄດ້ ໂຍກຍ້າ. ໃນນັ້ນ ມີຄ່າບຸກເບີກ ທີ່ດິນ ແລະ ເຣື່ອງ ຜົລປູກ ພ້ອມທັງ ທົດແທນ ຄືນທີ່ດິນ ທີ່ ຖືກຜົນກະທົບ ຈາກການ ກໍ່ສ້າງເຂດ ເສຖກິດ ສະເພາະ ໃນເຂດ ດົງໂພສີ.

ໃນການ ຊົດເຊີຍນັ້ນ ໄດ້ຄິດໄລ່ ແຕ່ຄ່າ ປຸກສ້າງ ແລະ ຄ່າບຸກເບີກ ໃນການ ກະສິກັມ ແລະ ຜົລປູກ ຊຶ່ງມີ ມູນຄ່າ ທັງໝົດ 196 ຕື້ກີບ ໃຫ້ແກ່ 109 ຄອບຄົວ ໂດຍບໍ່ຄິດໄລ່ ຄ່າທີ່ດິນ ເພາະເປັນດິນ ໃນເຂດ ປ່າສງວນ ແຕ່ ປະຊາຊົນ ທີ່ເປັນເຈົ້າຂອງ ທີ່ດິນນັ້ນ ບໍ່ພໍໃຈ ຕໍ່ການ ແກ້ໄຂບັນຫານີ້ ຂອງ ທາງການ ເພາະເຫັນວ່າ ການຊົດເຊີຍ ບໍ່ມີຄວາມ ເໝາະສົມ ກັບ ສະພາບຄວາມ ເປັນຈິງ ແລະ ຕ້ອງການໃຫ້ ທາງການ ທົບທວນຄືນ.
ປັດຈຸບັນ ມີ 27 ຄອບຄົວ ເທົ່ານັ້ນ ທີ່ໄປຮັບເອົາ ຄ່າຊົດເຊີຍ ດ້ວຍຄວາມ ຈໍາໃຈ ມີມູນຄ່າ 982 ລ້ານ ກີບ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard