ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວໄທຮຽກຮ້ອງໃຫ້ເລີກ ສັນຍາຊື້ໄຟຟ້າ
Anonymous

Date:
ຊາວໄທຮຽກຮ້ອງໃຫ້ເລີກ ສັນຍາຊື້ໄຟຟ້າ
Permalink   
 
ຊາວໄທຮຽກຮ້ອງໃຫ້ເລີກ ສັນຍາຊື້ໄຟຟ້າ

f-8-villagers-against-xayaburi-dam

ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ປະເທດໄທ ໄດ້ອອກ ຖແລງການ ຮຽກຮ້ອງ ໃຫ້ ຣັຖບານໄທ ຍົກເລີກ ສັນຍາ ຊື້ຂາຍ ກະແສ ໄຟຟ້າ ຈາກ ໂຄງການ ເຂື່ອນ ໄຊຍະບຸຣີ ແລະ ໃຫ້ສຶກສາ ເພີ້ມຕື່ມ ກ່ຽວກັບ ຜົນກະທົບ ທຸກດ້ານ. ນອກຈາກນີ້ ທາງເຄືອຂ່າຍ ຍັງໄດ້ ເຍີ້ນເວລາ ທີ່ຈະຟ້ອງຮ້ອງ ຣັຖບານ. ດັ່ງທ່ານ ທີຣະພົງ ໂພໝັ້ນ ຜູ້ອໍານວຍການ ອົງການ ແມ່ນໍ້າ ເພື່ອຊີວິດ ແລະ ຜູ້ປະສານງານ ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ປະເທດໄທ ໄດ້ເວົ້າກັບ ວິທຍຸ ເອເຊັຍເສຣີ ໃນວັນທີ 24 ກໍຣະກະດາ 2012 ນີ້ວ່າ:

"ຕາມທີ່ເຄືອຂ່າຍ ພາກ ປະຊາຊົນ ຜູ້ທີ່ຈະໄດ້ ຮັບຜົນກະທົບ ຈາກເຂື່ອນ ໃນແມ່ນໍ້າຂອງ ນີ້ ແລະ ໄດ້ຕິດຕາມ ບັນຫາ ເຣື່ອງເຂື່ອນ ໄຊຍະບຸຣີ ມາ ກໍຮູ້ວ່າ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ໄດ້ເຊັນ ສັນຍາ ໃນການ ຊື້ຂາຍໄຟ ເຫັນວ່າມັນ ຍັງຂາດ ຍັງບໍ່ທັນ ໄດ້ຜ່ານຂັ້ນຕອນ ຫລາຍໆຢ່າງ ກໍຣະນີ ການສຶກສາ ກໍຕ້ອງໄດ້ ສຶກສາ ໃຫ້ມັນຄົບຖ້ວນ ທຸກປະເດັນ ໂດຍສະເພາະ ໃນເຣື່ອງ ສິ່ງແວດລ້ອມ ນີ້ ແລະ ກໍຜົນກະທົບ ທາງເສຖກິດ ໃຫ້ຮອບດ້ານ".

ສ່ວນມື້ ກໍານົດ ທີ່ຈະຍື່ນ ຟ້ອງຮ້ອງ ຣັຖບານໄທ ກ່ຽວກັບ ການຊື້ຂາຍ ກະແສໄຟຟ້າ ຈາກ ເຂື່ອນ ໄຊຍະບຸຣີ ນັ້ນທ່ານ ອິດທິພົນ ຄໍາສຸຂ ຜູ້ນໍາເຄືອຂ່າຍ ປະຊາຊົນ 8 ແຂວງ ລຸມ ແມ່ນໍ້າຂອງ ປະເທດໄທ ໄດ້ເປີດເຜີຍວ່າ ທາງເຄືອຂ່າຍ ໄດ້ເຍີ້ນມື້ ຍື່ນຟ້ອງຮ້ອງ ອອກໄປ ຈາກ ກໍານົດເດີມ ວັນທີ 23 ກໍຣະກະດາ 2012 ໄປໃສ່ ວັນທີ 7 ສິງຫາ 2012 ແທນ. ທ່ານເວົ້າວ່າ:

"ເອີການທີ່ເຍີ້ນ ເວລາອອກ ໄປນີ້ ກໍເພື່ອສ້າງ ຄວາມເຂົ້າໃຈ ກັບພີ່ນ້ອງ ຜູ້ທີ່ຈະຟ້ອງ ເພີ້ມຕື່ມ ຕ້ອງໄປເບິ່ງ ຄໍາຟ້ອງ ອີກຕື່ມ ກັບຜູ້ນໍາ ທີ່ຈະລົງຊື່ ຟ້ອງ".

ທ່ານເວົ້າຕື່ມວ່າ ເພື່ອ ສຶກສາ ຂະບວນການ ກົດໝາຍ ໃຫ້ຮັດກຸມ ແລະ ຮອບຄອບ ຈໍາເປັນ ຕ້ອງໄດ້ເຍີ້ນ ເວລາອອກໄປ 2 ອາທິດ ພ້ອມທັງ ຕ້ອງກະຕຽມ ການຊຸມນຸມ ຢູ່ຕໍ່ໜ້າ ສານນັ້ນ ນໍາອີກ.

__________________
Anonymous

Date:
Permalink   
 
Anonymous wrote:

 ຟ້ອງກະໄດ້ແຕ່ຟອ້ງຫັນແລ້ວ ແນວວ່າໂຄງການນີໄທກະມາລົງທືນນຳ 5555biggrinbiggrin

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard