ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເສຖກິຈພະມ້າຈະແຊງໜ້າ ລາວແລະກັມພູຊາ
Anonymous

Date:
ເສຖກິຈພະມ້າຈະແຊງໜ້າ ລາວແລະກັມພູຊາ
Permalink   
 


ເສຖກິຈພະມ້າຈະແຊງໜ້າ ລາວແລະກັມພູຊາ

ພະມ້າ ຫວັງ ຈະສ້າງລາຍໄດ້ ໂດຍສເລັ່ຽ ຕໍ່ຫົວຄົນ ໃຫ້ກາຍ ລາວ ແລະ ກັມພູຊາ ໃນ 2-3 ປີ ຂ້າງຫນ້າ ໃນຂນະທີ່ ພະມ້າ ກຳລັງ ປະຕິຮູບ ທາງດ້ານ ເສຖກິດ ແລະ ການເມືອງ ໃນເວລານີ້. ຣັຖມົນຕຣີ ອຸດສາຫະກັມ ພະມ້າ ທ່ານ ໂຊທີນ ຖແລງ ໃນມື້ວັນຈັນ.

ທ່ານໂຊທີນ ໄດ້ໃຫ້ ສຳພາດ ແກ່ ວີທຍຸ ເອເຊັຽເສຣີ ວ່າພວກທ່ານ ຫວັງວ່າ ຄົນພະມ້າ ຈະມີລາຍໄດ້ ໂດຍສເລັ່ຽ ຕໍ່ຫົວຄົນ ຫລາຍກວ່າ ສປປລາວ ແລະ ກຳພູຊາ ຣະຫວ່າງ ປີ 2014-2015 ເປັນໄປໄດ້. ທ່ານໄດ້ກ່າວ ກ່ຽວກັບ ເລື້ອງນີ້ ໃນການ ຕອບຄຳຖາມ ຂອງກຸ່ມ ນັກຂ່າວ ກ່ຽວກັບ ຄວາມຄາດຫວັງ ຂອງ ເສຖກິດ ພະມ້າ ໃນຣະຍະ 5 ປີ ຂ້າງຫນ້າ.

ພະມ້າຖືກ ຈັດລຳດັບ ກ່ຽວກັບ ການເຕີບໂຕ ທາງດ້ານ ເສຖກິດ ຢູ່ຣະຫວ່າງ 379 ໂດລາ ຕໍ່ຫົວຄົນ ຕໍ່ປີ ຕາມສຖີຕິ ຂອງອົງການ ສະຫະປະຊາຊາດ ໃນປີ 2009 ແລະ ກໍຢູ່ໃນ ອັນດັບ ຕ່ຳທີ່ສຸດ ໃນບັນດາ 10 ປະເທດ ສະມາຊີກ ອາຊຽນ.

ສປປລາວ ມີລາຍໄດ້ ໂດຍສເລັ່ຽ ຕໍ່ຫົວຄົນ ຕໍ່ປີ ປະມານ 1,130 ໂດລາ ແລະ ກັມພູຊາ ປະມານ 830 ໂດລາ ຕໍ່ຫົວຄົນ ຕໍ່ປີ. ອີງຕາມ ສະຖິຕິ ຂອງ ທະນາຄານໂລກ ໃນປີ 2011. ທາງການ ພະມ້າ ຄາດວ່າ ຈະໃຫ້ກາຍ ລາວ ແລະ ກັມພູຊາ ໃນປີ 2014 ຫາ 2015 ຖ້າບໍ່ມີ ບັນຫາ ກ່ຽວກັບ ການປະຕິຮູບ ໃນພະມ້າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard